ອົງການກວດສອບແຫ່ງລັດ ເຜີຍແຜ່ເອກະສານສໍາຄັນ

    ອົງການກວດສອບແຫ່ງລັດ ຈັດກອງປະຊຸມເຜີຍແຜ່ເອກະສານສໍາຄັນຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ປະຈຳປີ 2022 ວັນທີ 18 ມີນາ 2022 ທີ່ອົງການດັ່ງກ່າວ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ມີພະນັກງານຫຼັກແຫຼ່ງຂອງອົງການກວດສອບແຫ່ງລັດເຂົ້າຮ່ວມ.

    ກອງປະຊຸມດັ່ງກ່າວ ເພື່ອເປັນການຫວນຄືນມູນເຊື້ອການພົວພັນ ແລະ ສຶກສາອົບຮົມ ຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານທີ່ເປັນຫົວຈັກຫຼັກແຫຼ່ງຂອງອົງການກວດສອບແຫ່ງລັດ  ໃຫ້ເຂົ້າໃຈເລິກເຊິ່ງ ເຖິງຄວາມໝາຍຄວາມສໍາຄັນຂອງສາຍພົວພັນແບບພິເສດ ແລະ ສະເໝີຕົ້ນສະເໝີປາຍ ລະຫວ່າງ ລາວ ແລະ ຫວຽດນາມ ເພື່ອພ້ອມກັນຜັນຂະຫຍາຍເນື້ອໃນຈິດໃຈຂອງການນຳຂັ້ນສູງຂອງພັກ ແລະ ລັດຖະບານຂອງສອງປະເທດໃຫ້ປາກົດຜົນເປັນຈິງ ປະກອບສ່ວນໃຫ້ແກ່ການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ກໍຄືການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ ແລະ ຫວຽດນາມ ນອກນັ້ນ ກອງປະຊຸມ ຜູ້ເຂົ້າຮ່ວມກໍຍັງໄດ້ມີການປຶກສາຫາລືກັນ ເພື່ອປະກອບຄໍາເຫັນຕໍ່ແຜນງານ ແລະ ກິດຈະກໍາການຮ່ວມມືໃນຂົງເຂດການກວດສອບແຫ່ງລັດ ລະຫວ່າງ ລາວ ແລະ ຫວຽດນາມອີກດ້ວຍ.

.

# ຂ່າວ – ພາບ: ຂັນທະວີ

error: Content is protected !!