ເປີດໂອກາດໃຫ້ຜູ້ປະກອບການທຸລະກິດ SME ເຂົ້າເຖິງຕະຫຼາດໄລຍະການລະບາດພະຍາດໂຄວິດ-19

    ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບສູນເຕັກໂນໂລຊີ ແລະ ການສື່ສານ ກະຊວງອຸດສາຫະກໍາ ແຫ່ງລາຊະອານາຈັກໄທ ແລະ ບໍລິສັດ AEC Trade Center ຈໍາກັດ ໄດ້ຈັດງານຈັບຄູ່ຮ່ວມທຸລະກິດຂອງບັນດາຜູ້ປະກອບການລາວ-ໄທ ດ້ວຍຮູບແບບລະບົບທາງໄກ ພາຍໃຕ້ຫົວຂໍ້ “ ສ້າງໂອກາດຈັບຄູ່ຮ່ວມທຸລະກິດໃນ ສປປ ລາວ ວັນທີ 18 ມີນາ 2022 ທີ່ສູນການຄ້າທາດຫຼວງພລາຊາ ໂດຍມີທ່ານ ນາງ ລັດສະໝີ ເວດສະພົງ ປະທານສະມາຄົມສົ່ງເສີມຜະລິດຕະພັນລາວ ເຈົ້າຂອງບໍລິສັດແມ່ຂອງລາວ ຂາອອກ-ຂາເຂົ້າ ຈໍາກັດ ແລະ ທ່ານ ສະຫຼອງໄຊ ຊໍຍຸຕະພົງ ຮອງປະທານສະພາທຸລະກິດລາວ-ໄທ ແລະ ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ ທັງລາວ ແລະ ໄທເຂົ້າຮ່ວມ.

    ການຈັດງານຄັ້ງນີ້ ເປັນການສ້າງຂີດຄວາມສາມາດ ແລະ ເປີດໂອກາດໃນການເຈລະຈາຫາຄູ່ຮ່ວມທຸລະກິດຈາກຕ່າງປະເທດ ການເຂົ້າເຖິງຕະຫຼາດຂອງບັນດາຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ (SME) ໃນໄລຍະການລະບາດຂອງພະຍາດໂຄວິດ-19.

    ທ່ານນາງ ລັດສະໝີ ເວດສະພົງ ໃຫ້ສໍາພາດຕື່ມວ່າ: ການຈັດງານຄັ້ງນີ້ ເປັນນິມິດໝາຍສໍາຄັນໃນການສ້າງຄວາມສໍາພັນລະຫວ່າງປະເທດລາວ-ໄທ ທັງເປັນການນໍາເອົາຜະລິດຕະພັນທັງລາວ ແລະ ໄທ ມາພົບປະກັນ ພ້ອມນັ້ນ ຍັງເປັນການເປີດການຮຽນຮູ້ ແລກປ່ຽນການພັດທະນາຜະລິດຕະພັນທີ່ຍັງຕ້ອງການໃນການພັດທະນາຕື່ມ ເພື່ອໃຫ້ຜະລິດຕະພັນຂອງລາວເຮົາສາມາດສົ່ງອອກ ແລະ ເປັນທີ່ຍອມຮັບຂອງລູກຄ້າຈາກຕ່າງປະເທດ ເຊິ່ງງານໃນຄັ້ງນີ້ ໄດ້ເຊື້ອເຊີນເອົາຜູ້ປະກອບການທຸກຂະແໜງການ ໂດຍສະເພາະຜູ້ຜະລິດຂັ້ນເມືອງ ແລະ ຜູ້ປະກອບການນໍາເຂົ້າສິນຄ້າຈາກປະເທດໄທມາຈໍາໜ່າຍທີ່ຕະຫຼາດລາວ ໄດ້ມາຮຽນຮູ້ ນອກນັ້ນສະມາຊິກສະມາຄົມສົ່ງເສີມຜະລິດຕະພັນລາວ ໄດ້ມີການສຶກສາຊ່ອງທາງຂະຫຍາຍຂອບເຂດການຮ່ວມມືທັງສອງຝ່າຍ ແລະ ອື່ນໆ.

# ຂ່າວ – ພາບ: ຂັນທະວີ

error: Content is protected !!