ແຜນງານປັດຈຸບັນ ໃນການນໍາໃຊ້ລະບົບສິດທິພິເສດທາງດ້ານອັດຕາພາສີສໍາລັບການສົ່ງອອກທຸກສິນຄ້າ ຍົກເວັ້ນອາວຸດສົງຄາມ ຫຼື ໂຄງການ EBA ໄປສະຫະພາບເອີຣົບ (EU) ໄດ້ສະໜອງຫຼາຍໆທາງເລືອກໃຫ້ແກ່ຜູ້ປະກອບການໃນການສົ່ງອອກ. ເຖິງຢ່າງໃດກໍຕາມ ການເລືອກຜະລິດຕະພັນທີ່ເໝາະສົມທີ່ສຸດໃນການສົ່ງອອກຈາກ ສປປ ລາວ ພາຍໃຕ້ໂຄງການ EBA ແມ່ນເປັນໜ້າວຽກທີ່ຊັບຊ້ອນ ເນື່ອງຈາກວ່າອັດຕາພາສີຂອງສະຫະພາບເອີຣົບໃນປັດຈຸບັນແມ່ນຂ້ອນຂ້າງຕໍ່າ ແລະ ມີສ່ວນເເບ່ງໃນຕະຫຼາດ ທີ່ມີທ່າແຮງໃນການສົ່ງອອກເປັນຫຼັກ ແມ່ນລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກການປອດພາສີ ໃຫ້ບັນດາປະເທດທີ່ມີເງື່ອນໄຂໄດ້ຮັບສິດທິພິເສດຫຼາຍທີ່ສຸດ ຫຼື MFN ທີ່ນໍາໃຊ້ສໍາລັບທຸກໆການສົ່ງອອກ.
ເອກະສານມາດຕານີ້ ໄດ້ລະບຸກ່ຽວກັບ 3 ລະບົບພາສີທີ່ຜູ້ປະກອບການລາວນໍາໃຊ້ໃນການສົ່ງອອກໄປສະຫະພາບເອີຣົບ ເຊິ່ງລວມມີ: (i) ລະບົບຊໍາລະພາສີ MFN ຂອງສະຫະພາບເອີຣົບທີ່ໄດ້ຖືກນໍາໃຊ້; (ii) ລະບົບປອດພາສີ MFN; ແລະ (iii) ລະບົບຍົກເວັ້ນອັດຕາພາສີພາຍໃຕ້ໂຄງການEBA ລວມທັງ ການໃຫ້ຄໍາແນະນໍາກ່ຽວກັບວິທີການທີ່ ສປປ ລາວ ສາມາດນໍາໃຊ້ຜົນປະໂຫຍດຈາກການຍົກເວັ້ນພາສີສູງສຸດພາຍໃຕ້ໂຄງການ EBA.
ການສົ່ງອອກໄປຕະຫຼາດສະຫະພາບເອີຣົບ ຈາກ ສປປ ລາວ – 3 ລະບົບພາສີ
ໃນປີ 2020 ສປປ ລາວ ໄດ້ສົ່ງອອກສິນຄ້າໄປສະຫະພາບເອີຣົບ ມີມູນຄ່າທັງໝົດ 351 ລ້ານໂດລາສະຫະລັດ ເຊິ່ງຜະລິດຕະພັນດັ່ງກ່າວ ແມ່ນໄດ້ຮັບການສົ່ງອອກພາຍໃຕ້ບັນດາລະບົບພາສີຕ່າງໆຄື:
- ການສົ່ງອອກໂດຍຍົກເວັ້ນພາສີ ພາຍໃຕ້ໂຄງການ EBA: ໂຄງການ EBA ສະໜອງການເຂົ້າເຖິງການຍົກເວັ້ນພາສີສໍາລັບສິນຄ້າທຸກຢ່າງຍົກເວັ້ນອາວຸດສົງຄາມຈາກ ສປປ ລາວ ໄປຕະຫຼາດສະຫະ ພາບເອີຣົບ ໃນປີ 2020 ເກືອບ 80% ຂອງການສົ່ງອອກຈາກ ສປປ ລາວ ແມ່ນໄດ້ຮັບການປະຕິບັດພາຍໃຕ້ໂຄງການ EBA ເຊິ່ງກວມເອົາສິນຄ້າທີ່ຢູ່ພາຍໃຕ້ລະຫັດສາລະບານ HS ທີ 10[1] (ອິງໃສ່ ຮູບທີ 5). ເຊິ່ງໝາຍຄວາມວ່າ ຜູ້ສົ່ງອອກ ແມ່ນໄດ້ປະຕິບັດຕາມຂໍ້ກໍານົດທາງດ້ານ ເຕັກນິກ ແລະ ລະບຽບການ ເພື່ອທີ່ຈະສາມາດໄດ້ຮັບຜົນປະໂຫຍດຈາກການເຂົ້າເຖິງການຍົກເວັ້ນພາສີພາຍໃຕ້ໂຄງການ EBA.[2]
- ການສົ່ງອອກພາຍໃຕ້ລະບົບປອດພາສີ MFN: ລະບົບພາສີ MFN ແມ່ນເປັນອັດຕາພາສີທີ່ໄດ້ມີການນໍາໃຊ້ໂດຍບັນດາສະມາຊິກຂອງອົງການການຄ້າໂລກ (WTO), ລວມທັງບັນດາສະມາຊິກຂອງສະຫະພາບເອີຣົບ ໃນການນໍາເຂົ້າຈາກບັນດາຄູ່ຄ້າ ເວັ້ນເສຍແຕ່ໄດ້ມີການສະໜອງສັນຍາການໃຫ້ສິດທິພິເສດທາງການຄ້າ ໃນການກໍານົດອັດຕາພາສີທີ່ໜ້ອຍລົງ ຫຼືການໃຫ້ສິດທິພິເສດທາງດ້ານອັດຕາພາສີຝ່າຍດຽວ (ຕົວຢ່າງ: ພາຍໃຕ້ໂຄງການ EBA, GSP+, ຫຼື GSP) ທີ່ໄດ້ຮັບອະນຸຍາດ. ໃນຂະນະທີ່ສະມາຊິກຂອງອົງການການຄ້າໂລກ ແມ່ນມີອັດຕາຄົງທີ່ (“ຜູກມັດ”) ເຊິ່ງນໍາໃຊ້ອັດຕາພາສີສູງສຸດທີ່ອາດຮຽກເກັບໃນການເຂົ້າເຖິງຕະຫຼາດ ແລະ ອື່ນໆ ເຊິ່ງບໍ່ສາມາດຮຽກຮ້ອງຫຼາຍກວ່ານັ້ນ, ເຊິ່ງໄດ້ມີການເຂົ້າເຖິງອັດຕາ “ທີ່ໄດ້ມີການນໍາໃຊ້” ເຊິ່ງອາດຫຼຸດລົງຮອດອັດຕາທີ່ເທົ່າກັບສູນ.
-
ຜະລິດຕະພັນສ່ວນໃຫຍ່ຂອງ ສປປ ລາວ ທີ່ມີທ່າແຮງໃນການສົ່ງອອກທີ່ສູງ, ຕົວຢ່າງ: ກາເຟ (HS 09); lac, ເນື້ອເຫຍື່ອຈາກທໍາມະຊາດ, ຂີ້ຊີ ແລະ ຕົ້ນໄມ້ທີ່ມີນໍ້າຫອມ (HS 013); ເພັດ (HS 14); ກ້ອງໂທລະທັດ (HS 85) ແລະ ອື່ນໆ ແມ່ນໄດ້ຮັບຜົນປະໂຫຍດຈາກອັດຕາພາສີ MFN ທີ່ເທົ່າກັບສູນໃນຕະຫຼາດສະຫະພາບເອີຣົບ.
ໃນປີ 2020, 15% ຂອງການສົ່ງອອກຂອງ ສປປ ລາວ ທັງໝົດ (ທີ່ມີມູນຄ່າ 54 ລ້ານໂດລາສະຫະລັດ) ແມ່ນໄດ້ສົ່ງອອກພາຍໃຕ້ລະບົບປອດພາສີ MFN ທີ່ກວມເອົາບັນດາຜະລິດຕະພັນໃນ 14 ໝວດຂອງລະຫັດສາລະບານ HS. ສໍາລັບຜະລິດຕະພັນດັ່ງກ່າວ, ບໍ່ຈໍາເປັນຈະຕ້ອງໄດ້ນໍາໃຊ້ໂຄງການ EBA ແລະ ບໍ່ມີຄວາມຈໍາເປັນ ເນື່ອງຈາກວ່າໄດ້ຮັບຜົນປະໂຫຍດຈາກການເຂົ້າເຖິງການຍົກເວັ້ນພາສີຢູ່ແລ້ວ.
- ການສົ່ງອອກພາຍໃຕ້ລະບົບຊໍາລະພາສີ MFN ຂອງສະຫະພາບເອີຣົບ: ສ່ວນທີ່ເຫຼືອ 5% ຂອງການສົ່ງອອກ ສປປ ລາວ (ເຊິ່ງມີມູນຄ່າປະມານ 16ລ້ານໂດລາສະຫະລັດ) – ແມ່ນໄດ້ຮັບການສົ່ງອອກໄປສະຫະພາບເອີຣົບໂດຍການຊໍາລະພາສີຕາມລະບອບ MFN.

ຮູບທີ 1 ໄດ້ສະແດງໃຫ້ເຫັນສັດສ່ວນຂອງການສົ່ງອອກພາຍໃຕ້ແຕ່ລະແຜນງານ ແລະ ຮູບທີ 2 ໄດ້ສະແດງໃຫ້ເຫັນພາບລວມຂອງການນໍາໃຊ້ແຜນງານດັ່ງກ່າວອີງຕາມ ໝວດຂອງສາລະບານ HS (ເຊັ່ນ: ປະເພດຂອງຜະລິດຕະພັນ).
ຮູບທີ 1: ການສົ່ງອອກຂອງ ສປປ ລາວ ໄປ ສະຫະພາບເອີຣົບ (2020) – ພາຍໃຕ້ລະບົບອັດຕາພາສີທີ່ກ່ຽວຂ້ອງ.
Source; Author, UNCTAD data |

ຮູບທີ2: ການສົ່ງອອກຂອງ ສປປ ລາວ ໄປ ສະຫະພາບເອີຣົບ – ອີງຕາມ ລະບົບພາສີ (2020)
ການຊອກຫາ “ຜະລິດຕະພັນທີ່ເໝາະສົມ” ໃນການສົ່ງອອກພາຍໃຕ້ແຜນງານ EBA
ສັງເກດເຫັນໄດ້ວ່າ: ລະບົບອັດຕາພາສີ MFN ຂອງສະຫະພາບເອີຣົບ ໂດຍທົ່ວໄປແມ່ນຂ້ອນຂ້າງຕໍ່າ. ໂດຍສະເພາະມີພຽງແຕ່ 4 ໝວດຂອງສາລະບານ HS ຂອງສະຫະພາບເອີຣົບ ລວມມີ: ອາຫານສໍາເລັດຮູບ ແລະ ເຄື່ອງດື່ມ (HS IV); ແຜ່ນແພ ແລະ ວັດສະດຸທີ່ກ່ຽວຂ້ອງກັບແຜ່ນແພ (HS XI); ໄຂມັນ ແລະ ນໍ້າມັນ (HS III); ເກີບ, ໝວກ, ຄັນຮົ່ມ ແລະ ອື່ນໆ (HS XII) ແມ່ນອີງຕາມ ອັດຕາພາສີສະເລ່ຍໃນລະບອບ MFN ທີ່ນໍາໃຊ້ອັດຕາທີ່ສູງເກີນ 5% ອີງຕາມລາຄາ (ອີງໃສ່ ຮູບທີ 3).
ຮູບທີ 3: ອັດຕາພາສີສະເລ່ຍຂອງລະບົບອັດຕາພາສີ MFN ທີ່ເກັບ – ອີງຕາມ ໝວດຂອງສາລະບານ HS (2020)

ແຫຼ່ງຂໍ້ມູນ; Author, UNCTAD data |
ຮູບທີ 4 ໄດ້ສະແດງໃຫ້ເຫັນມູນຄ່າການສົ່ງອອກຈາກ ສປປ ລາວ ພາຍໃຕ້ໂຄງການ EBA ແລະ ອັດຕາພາສີໃນລະບົບ MFN ທີ່ກ່ຽວຂ້ອງກັນ ເຊິ່ງສາມາດນໍາໃຊ້ໃນກໍລະນີທີ່ຜູ້ສົ່ງອອກບໍ່ໄດ້ນໍາໃຊ້ຜົນປະໂຫຍດຈາກການຍົກເວັ້ນພາສີພາຍໃຕ້ແຜນງານ EBA. ຜູ້ສົ່ງອອກຈາກ ສປປ ລາວ ມີແຮງຈູງໃຈທີ່ຈະນໍາໃຊ້ແຜນງານ EBA. ສະນັ້ນ, ແມ່ນສາມາດປະຕິບັດໄດ້ ໃນກໍລະນີທີ່ຜະລິດຕະພັນດັ່ງກ່າວ ແມ່ນມີອັດຕາພາສີສະເລ່ຍຂອງລະບົບ MFN ເຊິ່ງມີອັດຕາລະຫວ່າງ 2.5% ອີງຕາມລາຄາ ເຖິງ 13.1% ອີງຕາມລາຄາ. ຈຶ່ງຊີ້ໃຫ້ເຫັນວ່າ ຜູ້ສົ່ງອອກຈາກ ສປປ ລາວ ແມ່ນໄດ້ມີການນໍາໃຊ້ສິດທິພິເສດພາຍໃຕ້ໂຄງການ EBA ໃນທາງທີ່ມີປະສິດທິພາບ.
ຮູບທີ 4: ມູນຄ່າການສົ່ງອອກຂອງ ສປປ ລາວ ພາຍໃຕ້ໂຄງການ EBA (2020) ແລະ ອັດຕາພາສີທີ່ກ່ຽວຂອງໃນລະບົບພາສີ MFN ຂອງສະຫະພາບເອີຣົບ ທີ່ໄດ້ມີການນໍາໃຊ້.

ໂດຍການນໍາໃຊ້ຜົນປະໂຫຍດຈາກແຜນງານ EBA, ໃນຂະແໜງການທີ່ນໍາໃຊ້ ອັດຕາພາສີໃນລະບົບ MFN ຕໍ່າ, ພົບວ່າ ການນໍາໃຊ້ຜົນປະໂຫຍດຂອງ EBA ແມ່ນຍັງໜ້ອຍຫຼາຍ, ຕົວຢ່າງ: ‘ໜັງສັດ, ໜັງ’ (HS VII) ແມ່ນມີອັດຕາພາສີ MFN ທີ່ 2.6%. ການສົ່ງອອກຜະລິດຕະພັນດັ່ງກ່າວສ່ວນຫຼາຍແມ່ນຈາກ ສປປ ລາວ ແມ່ນມີການຊໍາລະພາສີພາຍໃຕ້ລະບົບ MFN ຫຼາຍກວ່າການນໍາໃຊ້ຜົນປະໂຫຍດຈາກການຍົກເວັ້ນພາສີພາຍໃຕ້ໂຄງການ EBA. ຜູ້ສົ່ງອອກອາດເລືອກທີ່ຈະສົ່ງອອກພາຍໃຕ້ອັດຕາພາສີໃນລະບອບ MFN ຫຼາຍກວ່າ ການປະຕິບັດຕາມຂັ້ນຕອນທີ່ໄດ້ກໍານົດພາຍໃຕ້ໂຄງການ EBA ແລະ ມູນຄ່າທີ່ເກີດຂື້ນ.
ໃນການກ້າວໄປຂ້າງໜ້າ, ໃນການເຕີບໂຕຂອງການສົ່ງອອກຂອງ ສປປ ລາວ ໄປຫາ ສະຫະພາບເອີຣົບ ຄວນປະຕິບັດຄື:
(ກ) ຂະຫຍາຍການສົ່ງອອກຜະລິດຕະພັນທີ່ນໍາໃຊ້ຜົນປະໂຫຍດທີ່ໄດ້ຮັບການການຍົກເວັ້ນພາສີພາຍໃຕ້ ໂຄງການ EBA– ໃນການບັງຄັບໃຊ້ຈຸດຢືນທີ່ຢູ່ໃນຕະຫຼາດ ແລະ ການໄດ້ຮັບຜົນປະໂຫຍດສູງສຸດຈາກການເຂົ້າເຖິງຕະຫຼາດໂດຍການໄດ້ຮັບການຍົກເວັ້ນພາສີ ເຊັ່ນ: ແຜ່ນແພ, ຕັດຫຍິບ ແລະ ເກີບ, ລວມທັງ ຜະລິດຕະພັນກະສິກໍາ ແມ່ນເປັນການສົ່ງອອກທີ່ໃຫ່ຍສຸດຂອງ ສປປ ລາວ ໄປຍັງ ສະຫະພາບເອີຣົບ (ຮູບທີ 5) ແລະ ໄດ້ຮັບຜົນປະໂຫຍດຈາກໂຄງການ EBA ຢູ່ແລ້ວ. ການລົງເລິກລະອຽດໃນເມື່ອກ່ອນ (ລີ້ງລາຍລະອຽດ) ແມ່ນໄດ້ອະທິບາຍກ່ຽວກັບຂອບເຂດທີ່ ສປປ ລາວ ສາມາດເຕີບໂຕໄດ້ຕື່ມກ່ຽວກັບການສົ່ງອອກຂອງຕົນ.
ນອກນັ້ນ, ຜົນປະໂຫຍດສະເພາະ ຈາກການສົ່ງອອກໄມ້ ແລະ ວັດຖຸທີ່ກ່ຽວຂ້ອງກັບໄມ້ (HS IX), ນໍ້າມັນ ແລະ ໄຂມັນ (HS III), ພລາສ໌ຕິກ ແລະ ຢາງ (HS VII). ເຖິງແມ່ນວ່າ ການສົ່ງອອກທີ່ມີຢູ່ແມ່ນໄດ້ມີການນໍາໃຊ້ໂຄງການ EBA ທີ່ມີປະສິດທິພາບ, ຄ່າໃຊ້ຈ່າຍກ່ຽວກັບການສົ່ງອອກທັງໝົດແມ່ນຍັງບໍ່ທັນມີຫຼາຍ. (ອີງໃສ່ ຮູບທີ 5)
ຮູບທີ 5: ການນໍາໃຊ້ສິດທິພິເສດທາງດ້ານການຄ້າຂອງ ສປປ ລາວ ພາຍໃຕ້ໂຄງການ EBA ໃນ 10 ໝວດໝູ່ຂອງການຈັດລະຫັດ HS

(ຂ) ກໍານົດບູລິມະສິດກ່ຽວກັບຜະລິດຕະພັນທີ່ອັດຕາພາສີພາຍໃຕ້ລະບົບ MFN ທີ່ເປັນອັດຕາທີ່ສູງ – ເນື່ອງຈາກ ຂະໜາດຂອງຕະຫຼາດແຮງງານໃນ ສປປ ລາວ ທີ່ນ້ອຍ, ເຊິ່ງເຮັດໃຫ້ມີຂໍ້ຈໍາກັດໃນການສົ່ງອອກຂະໜາດໃຫຍ່, ສປປ ລາວ ອາດພິຈາລະນາກ່ຽວກັບການກໍານົດບູລິມະສິດການສົ່ງອອກຜະລິດຕະພັນທີ່່ມີອັດຕາພາສີສູງ, ເຊິ່ງຈະເປັນການເພີ່ມຜົນປະໂຫຍດສູງສຸດໃນການໄດ້ຮັບການຍົກເວັ້ນພາສີພາຍໃຕ້ໂຄງການ EBA.
ຕົວຢ່າງ, ອັດຕາສະເລ່ຍພາສີພາຍໃຕ້ລະບົບ MFN ຂອງ ສະຫະພາບເອີຣົບ ສໍາລັບ “ອາຫານສໍາເລັດຮູບ, ເຄື່ອງດື່ມ ແລະ ອື່ນໆ. (HS IV)” ແມ່ນ 13.1% ຕາມມູນຄ່າຈິງ. (ອີງໃສ່ ຮູບທີ 4 ແລະ 5). ຜູ້ຜະລິດຈາກ ສປປ ລາວ ທີ່ສົ່ງອອກຜະລິດຕະພັນດັ່ງກ່າວໄປ ສະຫະພາບເອີຣົບ ພາຍໃຕ້ໂຄງການ EBA ອາດສາມາດຮັກສາອັດຕາພາສີທີ່ສູງດັ່ງກ່າວ ໂດຍການນໍາໃຊ້ຜົນປະໂຫຍດທີ່ໄດ້ຮັບການຍົກເວັ້ນພາສີພາຍໃຕ້ໂຄງການ EBA. ເມື່ອປຽບທຽບກັນແລ້ວ ຜູ້ສົ່ງອອກຈາກປະເທດທີ່ບໍ່ແມ່ນກຸ່ມປະເທດດ້ອຍພັດທະນາ (Non LDC) ບໍ່ໄດ້ຮັບຜົນປະໂຫຍດຈາກສິດທິພິເສດໃດໜຶ່ງຈະຕ້ອງໄດ້ຊໍາລະອັດຕາພາສີພາຍໃຕ້ລະບົບ MFN ໃນອັດຕາ 13.1% ຂອງຜະລິດຕະພັນດັ່ງກ່າວ ອາດເຮັດໃຫ້ການແຂ່ງຂັນຜະລິດຕະພັນໃນຕະຫຼາດໜ້ອຍລົງ.
(ຄ) ຊອກຫາວິທີກ່ຽວກັບທ່າແຮງໃນການສ້າງຄວາມຫຼາກຫຼາຍຂອງການສົ່ງອອກໃນໝວດໝູ່ພາຍໃຕ້ລະຫັດສາລະບານ HS ທີ່ມີການນໍາໃຊ້ໜ້ອຍພາຍໃຕ້ອັດຕາພາສີຂອງລະບົບ MFN – ເຄື່ອງຈັກ ແລະ ເຄື່ອງໃຊ້ໄຟຟ້າ (HS XVI); ເຄື່ອງມືກ່ຽວກັບແວ່ນຕາ ແລະ ປະເພດເຄື່ອງມືກ່ຽວກັບເເສງ ເເລະ ເຄື່ອງມືການຖ່າຍຮູບ (HS XVIII), ປະເພດຫີນ, ເເກ້ວ ເເລະ ເຄື່ອງປັ້ນດິນເຜົາ (HS XIII), ຫຼື ອຸປະກອນທີ່ໃຊ້ຂົນສົ່ງ (HS XVII) – ເຊິ່ງເປັນຜະລິດຕະພັນທີ່ໄດ້ຮັບການສົ່ງອອກໜ້ອຍຈາກ ສປປ ລາວ ໄປຍັງ ສະຫະພາບເອີຣົບ. ເຊິ່ງຜະລິດຕະພັນດັ່ງກ່າວ ແມ່ນໄດ້ຮັບການສົ່ງອອກໂດຍການຊໍາລະອັດຕາພາສີເຕັມພາຍໃຕ້ລະບົບ MFN (ໃຫ້ເບິ່ງ ຮູບທີ 2).
ຈະຕ້ອງມີການສະໜັບສະໜູນການນໍາໃຊ້ສິດທິພິເສດພາບໃຕ້ໂຄງການ EBA ສໍາລັບຂະແໜງການດັ່ງກ່າວ ແລະ ຈະເປັນການປະກອບສ່ວນເຂົ້າໃນການເພີ່ມຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນຈາກ ສປປ ລາວ ໃນຕະຫຼາດຂອງສະຫະພາບເອີຣົບ.
ບັນດາຄໍາແນະນໍາຂ້າງເທິງແມ່ນສາມາດເຮັດໃຫ້ ສປປ ລາວ ສາມາດຄົ້ນພົບທ່າແຮງທີ່ມີໃນຕະຫຼາດສະຫະພາບເອີຣົບສໍາລັບຜະລິດຕະພັນຈາກ ສປປ ລາວ ໂດຍການນໍາໃຊ້ສິດທິພິເສດໃນການໄດ້ຮັບການຍົກເວັ້ນພາສີ ພາຍໃຕ້ໂຄງການ EBA. ການປະຫຍັດອັດຕາພາສີຜ່ານໂຄງການ EBA ແມ່ນສາມາດສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນຂອງຜະລິດຕະພັນຈາກ ສປປ ລາວ. ໃນທາງກັບກັນ, ອາດມີການເສີມໂດຍການສົ່ງອອກຜະລິດຕະພັນທີ່ມີຄວາມຕ້ອງການສູງ ແລະ ມີທ່າແຮງສູງ ແລະ ອີງຕາມອັດຕາປອດພາສີທີ່ເທົ່າສູນພາຍໃຕ້ລະບົບອັດຕາພາສີ MFN ເພື່ອເປັນການການສ້າງຄວາມເຂັ້ມແຂງດ້ານການສົ່ງອອກຈາກ ສປປ ລາວ ໄປຍັງຕະຫຼາດອີຢູູ.
[ນີ້ເປັນບົດຄວາມສະບັບທີ 2 ໃນ 4 ຊຸດກ່ຽວກັບສິດທິພິເສດໃນການສົ່ງອອກຂອງ ສປປ ລາວ ໄປຍັງ ສະຫະພາບເອີຣົບ ພາຍໃຕ້ໂຄງການ EBA, ເຊິ່ງໄດ້ຮັບການພັດທະນາໂດຍໂຄງການ ARISE Plus Lao PDR. ໂຄງການ ARISE Plus Lao PDR ແມ່ນໄດ້ມີການຊຸກຍູ້ສະພາບການດໍາເນີນທຸລະກິດໂດຍລວມໃນ ສປປ ລາວ ແລະ ເພີ່ມການເຂົ້າຮ່ວມໃນຕ່ອງໂສ້ດ້ານມູນຄ່າທົ່ວໂລກ. ພາຍໃຕ້ຂອບເຂດຂອງໂຄງການນີ້, ກິດຈະກໍາ ແມ່ນໄດ້ຮັບການປະຕິບັດໃນການສ້າງຄວາມເຂັ້ມແຂງກ່ຽວກັບການຮັບຮູ້ທາງດ້ານໂອກາດໃນການເຂົ້າເຖິງຕະຫຼາດພາຍໃຕ້ໂຄງການ EBA ຂອງສະຫະພາບເອີຣົບ ແລະ ປັບປຸງຄວາມສາມາດໃນການສົ່ງອອກໄປສະຫະພາບເອີຣົບ. ສໍາລັບຂໍ້ມູນເພີ່ມເຕີມ, ໃຫ້ເຂົ້າໄປເບິ່ງເວັບໄຊທ໌ໂຄງການທີ່:
https://www.intracen.org/arise-plus-laos/publications/ ແລະ ໜ້າເຟສ໌ບຸກ ສໍາລັບລາຍລະອຽດເພີ່ມເຕີມ:
[1] HS sections – refer to the Harmonized System developed by the World Customs Organization – as the terms used to describe and classify products in international trade -based on a six-digit code. HS codes can be determined by a variety of factors including a product’s composition, its form, and its function. In the HS version most widely used now (HS 2017), there are 21 HS sections – and these are broken down into three parts: (i) HS Chapters (two digit); (ii) HS Headings (four-digits); and (iii) HS Sub-Headings (six-digits). For instance, one of the Lao PDR’s most important agricultural exports to the EU, coffee, belongs to the HS Section 2 (“Vegetable products”) and bears the following HS classification: HS 090111,where “09” refers to HS Chapter (“Coffee, tea, maté and spices”), “0901” refers to HS Heading (“Coffee, whether or not roasted or decaffeinated; coffee husks and skins; coffee substitutes containing coffee in any proportion”), and, finally, the complete, 6-digit HS Sub-Heading “090111”, stands for “Coffee (excl. roasted and decaffeinated)”. Further digit levels (8-digit, 10-digit) are often used nationally to define the traded products with even more precision.
[2] For more information on the technical and regulatory requirements to export under the EU EBA scheme – refer to the EU EBA Business Guide developed by the International Trade Centre under the ARISE Plus Lao PDR project and published on the Department of Trade Promotion website: https://dtp.moic.gov.la/home/eu-eba-business-guide/