ລາວລີກ 1 ກັບມາແຂ່ງອີກຄັ້ງ ມີ 7 ສະໂມສອນເຂົ້າຮ່ວມ ທີມຊະນະເລີດຈະໄດ້ຮັບ 300 ລ້ານກີບ

    ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ກັບມາແຂ່ງຂັນອີກຄັ້ງ ຫຼັງຈາກປີ 2021 ຢຸດພັກຊົ່ວຄາວ ເນື່ອງຈາກປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ໂດຍມີ 7 ສະໂມສອນເຂົ້າຮ່ວມ ແຂ່ງຂັນໃນວັນທີ 12 ມີນາ ຫາ 4 ກັນຍາ 2022 ທີມຊະນະເລີດ ຈະໄດ້ຮັບຂັນ+ເງິນລາງວັນ 300 ລ້ານກີບ.

    ທ່ານ ຄໍາໄພ່ ປະເສີດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຖະແຫຼງຂ່າວຕໍ່ສື່ມວນຊົນ ວັນທີ 18 ມີນາ 2022 ວ່າ: ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2022 ເຊິ່ງເປັນການແຂ່ງຂັນລະດັບສູງສຸດຂອງສະໂມສອນກີລາບານເຕະໃນ ສປປ ລາວ ທີ່ຖືກຮັບຮອງຈາກສະຫະພັນບານເຕະອາຊີ (AFC) ແລະ ສະຫະພັນບານເຕະນາໆຊາດ ຫຼື FIFA ໂດຍການແຂ່ງຂັນນີ້ ແມ່ນໄດ້ຮັບການຈັດຂຶ້ນມາແຕ່ປີ 2013 ຈົນເຖິງປັດຈຸບັນ ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງ ທີ່ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ໄດ້ກັບຄືນມາແຂ່ງຂັນອີກຄັ້ງ ພາຍຫຼັງໄດ້ຖືກໂຈະໃນປີ  2021  ເນື່ອງຈາກຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19  ເປົ້າໝາຍການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ກໍເພື່ອປະຕິບັດຕາມແຜນຍຸດທະສາດການພັດທະນາກີລາບານເຕະ ຂອງ ສຕລ ກໍຄືເພື່ອຍົກລະດັບສະໂມສອນກີລາບານເຕະ ໃນ ສປປ ລາວ ຊຸກຍູ້ກີລາບານເຕະໃຫ້ເປັນກີລາອາຊີບໃນອະນາຄົດ ທັງເປັນການພັດທະນານັກກີລາບານເຕະ ເພື່ອຮັບໃຊ້ທີມຊາດ ແລະ ສົ່ງເສີມເຍົາວະຊົນລາວໃຫ້ຫັນມາຫຼິ້ນກີລາ ພ້ອມທັງມັກ-ຮັກກີລາບານເຕະໃນຂອບເຂດທົ່ວປະເທດ.

    ການແຂ່ງຂັນບານເຕະ ເປບຊີ ລາວລີກ ບໍ່ສາມາດເກີດຂຶ້ນໄດ້ ຖ້າບໍ່ໄດ້ຮັບການຊ່ວຍເຫຼືອຈາກພາກລັດ ກໍຄື ກະຊວງສຶກສາທິການ ແລະ ກີລາ ທີ່ຍາມໃດກໍໃຫ້ການຮ່ວມມື ອໍານວຍຄວາມສະດວກໃຫ້ແກ່ ສຕລ ເປັນຢ່າງດີ ນອກນັ້ນ ທີ່ຂາດບໍ່ໄດ້ ກໍແມ່ນບັນດາຜູ້ໃຫ້ການອຸປະຖໍາ ໂດຍສະເພາະແມ່ນບໍລິສັດ ເບຍລາວ ຈໍາກັດ ທີ່ຢູ່ຄຽງຂ້າງການແຂ່ງຂັນກີລາບານເຕະລາວລີກ ແລະ ບັນດາຜູ້ໃຫ້ການສະໜັບສະໜູນອື່ນໆ ສໍາຄັນທີ່ສຸດກະ ແມ່ນບັນດາສະໂມສອນທີ່ເຂົ້າຮ່ວມໃນການແຂ່ງຂັນຄັ້ງນີ້ ທີ່ໄດ້ຮ່ວມກັນສ້າງຂະບວນການພັດທະນາກີລາບານເຕະລາວ ສ້າງສີສັນ ແລະ ຄວາມຟົດຟື້ນໃຫ້ບັນດາກອງເຊຍບານທົ່ວປະເທດ.

    ສໍາລັບການແຂ່ງຂັນຄັ້ງນີ້ ມີ 7 ສະໂມສອນເຂົ້າຮ່ວມ ຄື:ສະໂມສອນກອງທັບ ສະໂມສອນຊ້າງນ້ອຍ ສະໂມສອນເອສຣາ ສະໂມສອນມາສເຕີ 7 ສະໂມສອນວຽງຈັນ ສະໂມສອນຫຼວງພະບາງ ແລະ ສະໂມສອນຈໍາປາສັກ ແຂ່ງຂັນຢູ່ 5 ສະໜາມ ຄື:ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມກີລາກາງມະຫາວິທະຍາໄລແຫ່ງຊາດ ສະໜາມກີລາກອງທັບ ສະໜາມກີລາຫຼວງພະບາງ ແລະ ສະໜາມກີລາແຂວງຈໍາປາສັກ ເຊິ່ງຮູບແບບການແຂ່ງຂັນ ແຂ່ງແບບ Round Robin ພົບກັນໝົດ 3 ຮອບ ສ່ວນເງິນລາງວັນໃນການແຂ່ງຂັນ ສະໂມສອນທີ່ໄດ້ອັນດັບ 1 ຈະໄດ້ຮັບຂັນ+ເງິນລາງວັນ 300 ລ້ານກີບ ອັນດັບ 2 ຈະໄດ້ຮັບ 150 ລ້ານກີບ ອັນດັບ 3 ຈະໄດ້ຮັບ 80 ລ້ານກີບ ອັນດັບ 4 ຈະໄດ້ 40 ລ້ານກີບ ອັນດັບ 5 ຈະໄດ້ຮັບ 30 ລ້ານກີບ ອັນດັບ ຈະໄດ້ຮັບ 20 ລ້ານກີບ ແລະ ອັນດັບ 7 ຈະໄດ້ຮັບ 10 ລ້ານກີບ.

ຂ່າວພາບ :  ສີພອນ

error: Content is protected !!