ພະນັກງານກາແດງ ໄດ້ຮັບການຍົກລະດັບບໍລິຫານຄຸ້ມຄອງ

    ວັນທີ 15-17 ມີນາ 2022 ອົງການກາແດງແຫ່ງຊາດລາວ ໄດ້ເຝິກອົບຮົມໃຫ້ພະນັກງານຮຽນຮູ້ຫຼັກການຄຸ້ມຄອງບໍລິຫານ ແລະ ການວາງແຜນຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ທ່ານ ດຣ ກາວິພອນ ສຸດທິ ຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວ ມີຜູ້ຕາງໜ້າຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນປະຈຳລາວ ວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມ.

    ການເຝິກອົບຮົມ ເພື່ອເປັນການສ້າງຄວາມຮູ້ ແລະ ເຂົ້າໃຈກ່ຽວກັບພື້ນຖານການຄຸ້ມຄອງບໍລິຫານ ແລະ ການສ້າງແຜນການ ສ້າງຄວາມຮູ້ ຄວາມສາມາດ ແລະ ປະສົບການໃນການວາງແຜນ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຕ່າງໆ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບໂຄງການ ເພື່ອເປັນການພັດທະນາ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນດີຂຶ້ນ.

    ພາຍຫຼັງການເຝິກອົບຮົມ ຜູ້ເຂົ້າຮ່ວມຈະສາມາດຮູ້ ແລະ ເຂົ້າໃຈຄວາມໝາຍ ຄວາມສຳຄັນ ແລະ ວົງຈອນຂອງການຄຸ້ມຄອງບໍລິຫານ ຮູ້ ແລະ ເຂົ້າໃຈຂັ້ນຕອນຕ່າງໆຂອງການສ້າງແຜນການ ການເກັບກຳ ວິເຄາະ ແລະ ນຳໃຊ້ຂໍ້ມູນເຂົ້າໃນການວາງແຜນ ສາມາດສ້າງແຜນການປະຈຳປີ ປະຈຳໄຕມາດ ປະຈຳເດືອນ ຂອງວຽກງານທີ່ຕົນຮັບຜິດຊອບ ໂດຍອີງໃສ່ຂໍ້ມູນ ແລະ ບັນຫາທີ່ພົບພໍ້ ຫຼື ຈາກຄວາມຕ້ອງການໃນການພັດທະນາວຽກງານໃນຂົງເຂດໃດໜຶ່ງ ສາມາດອະທິບາຍ ແລະ ຈັດຕັ້ງປະຕິບັດແຜນການທີ່ສ້າງຂຶ້ນມາໄດ້ຢ່າງມີປະສິດທິພາບ ມີປະສົບການ ແລະ ໝັ້ນໃຈໃນການຂຽນແຜນກິດຈະກຳ ແຜນການ ຫຼື ບົດສະເໜີໂຄງການໃດໜຶ່ງ ຫຼັງຈາກສຳເລັດຊຸດອົບຮົມ ໃນພິທີກໍໄດ້ມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນອີກດ້ວຍ.

error: Content is protected !!