ກະຊວງສາທາລະນະສຸກ ໄດ້ຮັບການຊ່ວຍເຫຼືອຈາກອົງການແພລນສາກົນ

    ໃນວັນທີ 15 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ອົງການແພລນສາກົນ ໄດ້ນຳເອົາອຸປະກອນການແພດປະເພດຜ້າອັດປາກ-ດັງ ຈຳນວນ 100.000 ອັນ ລວມມູນຄ່າ 50 ກວ່າລ້ານກີບ (64.200 ໂດລາສະຫະລັດ) ມອບໃຫ້ກະຊວງສາທາລະນະສຸກ ເພື່ອສະໜັບສະໜູນການຮັບມືກັບການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19). 

    ຕາງໜ້າມອບເຄື່ອງຄັ້ງນີ້ໂດຍທ່ານ ຊູໂມ ກູຮາ ອຳນວຍການຂອງອົງການແພລນສາກົນ ປະຈຳ ສປປ ລາວ ເຊິ່ງຕາງໜ້າຮັບໂດຍທ່ານ ດຣ. ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກ. 

    ທ່ານ ຊູໂມ ກູຮາ ໄດ້ກ່າວວ່າ: ພະນັກງານສາທາລະນະສຸກຂັ້ນຮາກຖານ ຍັງມີຄວາມສ່ຽງໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ແລະ ຍັງມີຄວາມຕ້ອງການອຸປະກອນປ້ອງກັນສຸຂະພາບ ເຊິ່ງຜ້າອັດປາກເຫຼົ່ານີ້ ຈະຊ່ວຍໃຫ້ບຸກຄະລາກອນທາງການແພດຫຼາຍກວ່າພັນຄົນມີຄວາມປອດໄພໃນການຈັດຕັ້ງປະຕິບັດໜ້າທີ່ຫຼາຍຂຶ້ນ. 

    ໃນໄລຍະຜ່ານມາ ອົງການແພລນສາກົນຍັງໄດ້ຊ່ວຍເຫຼືອດ້ານອຸປະກອນການແພດໃຫ້ແກ່ໂຮງໝໍ 5 ແຫ່ງ ແລະ ສຸກສາລາ 40 ແຫ່ງໃນແຂວງອຸດົມໄຊ ແລະ ແຂວງສາລະວັນ ໂດຍສະເພາະອຸປະກອນຂ້າເຊື້ອ ແລະ ຕິດຕັ້ງອ່າງລ້າງມືໃຫ້ບັນດາສຸກສາລາ ແລະ ຊຸມຊົນ.ນອກຈາກນີ້ ຍັງໄດ້ສະໜັບສະໜູນວຽກງານຝຶກອົບຮົມໃຫ້ແກ່ບຸກຄະລາກອນແພດເກືອບ 300 ຄົນ ໃນຫົວຂໍ້ ການປ້ອງກັນພະຍາດໂຄວິດ-19 ເສັ້ນທາງໃນການແຜ່ກະຈາຍ ແລະ ຕິດຕໍ່ທາງເພດສຳພັນ ມາດຕະຖານການຕອບໂຕ້ ແລະ ຂັ້ນຕອນໃນການນຳໃຊ້ອຸປະກອນຂ້າເຊື້ອຕ່າງໆ. 

    ໂອກາດດຽວກັນນີ້ ທ່ານ ດຣ ເນົາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ອົງການດັ່ງກ່າວ ທີ່ໄດ້ນຳເອົາຜ້າອັດປາກ-ດັງ ມາປະກອບສ່ວນຊ່ວຍເຫຼືອໃຫ້ກັບກະຊວງຂອງພວກເຮົາ ເຊິ່ງເຄື່ອງຈຳນວນດັ່ງກ່າວນີ້ ພວກເຮົາຈະນຳໄປແຈກຢາຍໃຫ້ກັບພະນັກງານແພດທີ່ເຮັດວຽກຢູ່ບັນດາໂຮງໝໍ ແລະ ສຸກສາລ ຕ່າງໆໃນຂອບເຂດທົ່ວປະເທດ ເພື່ອນຳໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ-19 ໃຫ້ເກີດຜົນປະໂຫຍດສູງສຸດ.

error: Content is protected !!