ພາຍຫຼັງມີຄຳສັ່ງແນະນຳ 06/ນຍ ຂອງທ່ານນາຍົກລັດຖະມົນຕີ ບັນດາສຳນັກງານອົງການ ສະຖາບັນ ການສຶກສາ ຫ້າງຮ້ານ ບໍລິສັດ ການບໍລິການຕ່າງໆ ລວມທັງຕະຫຼາດບາງແຫ່ງ ໄດ້ປິດໃຫ້ການບໍລິການຊົ່ວຄາວ ອັນເນື່ອງມາຈາກການແຜ່ລະບາດຂອງພະຍາດ COVID-19 ຕໍ່ມາ ຫຼັງມີການຜ່ອນຜັນ ບັນດາຫ້າງຮ້ານບໍລິ ການ ໄດ້ເລີ່ມເປີດໃຫ້ບໍລິການຄືນ ແຕ່ຍັງຕ້ອງລະວັງໃນການຮັກສາເວັ້ນໄລຍະຫ່າງ ປະຕິບັດຕາມຄຳສັ່ງຂອງ ຂັ້ນເທິງຢ່າງເຂັ້ມງວດ ເພື່ອຮັກສາໄດ້ຄວາມເປັນລະບຽບ ພ້ອມກັນປ້ອງກັນ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງ ກ່າວບໍ່ໃຫ້ແຜ່ລາມໄປອີກ.

ທ່ານນາງ ບົວຈັນ ເພັງພັກດີ ເຈົ້າຂອງຮ້ານຂາຍເຄື່ອງຫັດຖະກຳລາວ (ຂັນ ໂອ ພາຂວັນ ແລະ ເຄື່ອງເງິນ ທຸກຊະນິດ) ຕະຫຼາດເຊົ້າ (ຕຶກເກົ່າຊັ້ນລຸ່ມ) ນະຄອນຫຼວງວຽງຈັນ ໃຫ້ສຳພາດໃນວັນທີ 15 ພຶດສະພາ 2020 ວ່າ: ຮ້ານຂອງພວກເຮົາ ເປັນຮ້ານຂາຍເຄື່ອງເງິນ ເປີດມາແຕ່ 2017 ດ້ວຍໃຈຮັກໃນງານສີລະປະ ສີໄມ້ລາຍມືລວດລາຍດັ່ງເດີມ ຂອງຮຸ່ນປູ່ຍ່າ ຕາຍາຍ ທີ່ສືບທອດກັນມາ ຫຼາຍເຊັ່ນຄົນ ເປັນເຄື່ອງທອງຊຸບເງິນ ແລະ ຊອດຄຳ ສ່ວນໃຫຍ່ເປັນ ຜະລິດຕະພັນ ທີ່ຜະລິດຈາກສືມືຂອງຄົນລາວ ທີ່ບ້ານວຽງສະຫວັນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອເປັນການອະນຸຮັກ ວັດທະນະທຳ ສີໄມ້ລາຍມື ສົ່ງເສີມອາຊີບ ຫັດຖະກຳອັນຊົງຄຸນຄ່າຂອງລາວເຮົາ.

ເຊິ່ງໄລຍະການລະບາດຂອງພະຍາດໂຄວິດ-19 ຮ້ານພວກເຮົາກໍປິດເຊັນກັນ ຍອມຮັບວ່າຕ້ອງພົບວິກິດ ເຊັ່ນກັນ ເນື່ອງຈາກບໍ່ມີລາຍຮັບ ເພາະບໍ່ໄດ້ເປີດຮ້ານຈຳໜ່າຍ ແຕ່ມີລາຍຈ່າຍເພີ່ມຂຶ້ນ ເຮັດໃຫ້ສະມາຊິກເກືອບ 20 ຄອບຄົວພາຍໃນບ້ານຂາດລາຍໄດ້ ແຕ່ປັດຈຸບັນຮ້ານພວກເຮົາໄດ້ເປີດບໍລິການປົກກະຕິແລ້ວ ເຊິ່ງຜະລິດຕະ ພັນກໍ່ມີຫຼວງຫຼາຍແບບ ເປັນຕົ້ນແມ່ນ ໂອ ຂັນ ພາຂວັນ ເຄື່ອງເງິນທຸກຊະນິດ ຕາມລູກຄ້າສັ່ງ ມີຫຼາຍລາຍ ໃຫ້ເລືອກ ທັງຂາຍສົ່ງ ແລະ ຂາຍຍ່ອຍ ມີແຕ່ລາຄາ 50-80 ພັນກີບ ກີບຂຶ້ນໄປເຖິງຫຼັກລ້ານກີບ ທ່ານໃດສົນ ໃຈຢາກຊົມ ຫຼື ຊື້ເປັນຂອງຕ້ອນຂອງຝາກ ສາມາດໄປແວ່ຊົມ ຊື້ ໄດ້ທີ່ຕະຫຼາດເຊົ້າ (ຕຶກເກົ່າຊັ້ນລຸ່ມ) ຫຼື ໂທ ລະສັບຕິດຕໍ່ໄດ້ 020 5430 1012 – 020 5659 6266 ທາງຮ້ານຍິນດີບໍລິການທ່ານດ້ວຍຄວາມປະທັບໃຈ.
