ງານປະນະກິດສົບຂອງສະຫາຍ ພົນເອກ​ ສີສະຫວາດ​ ແກ້ວບຸນພັນ​ ຈັດຂຶ້ນຢ່າງສົມກຽດ

    ພິທີຊາປະນະກິດສົບ ຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການສູນກາງພັກ ສະໄໝທີ I, II, III, IV, V, VI, VII ແລະ VIII ອະດີດເລຂາທິການສູນກາງພັກສະໄໝທີ III, IV ອະດີດກໍາມະການກົມການເມືອງສູນກາງພັກສະໄໝທີ IV, VI, VII ແລະ VIII ອະດີດນາຍົກລັດຖະມົນຕີ ອະດີດຮອງປະທານປະເທດ ອະດີດປະທານສູນກາງແນວລາວສ້າງຊາດ ອະດີດຫົວໜ້າເສນາທິການສູງສຸດກອງທັບປະຊາຊົນລາວ ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ອະດີດລັດຖະມົນຕີກະຊວງພາຍໃນ-ນັກຮົບເກົ່າ ແລະ ສັງຄົມ ອະດີດເລຂາຄະນະພັກ ປະທານຄະນະກໍາມະການປົກຄອງກໍາແພງນະຄອນວຽງຈັນ ອະດີດລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນເວລາ 13:00 ໂມງ ຂອງວັນທີ 16 ພຶດສະພາ 2020 ທີ່ເດີ່ນສະໜາມຫຼວງ (ທາດຫຼວງວຽງຈັນ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ສູນກາງພັກ ປະທານປະເທດ ພ້ອມດ້ວຍບັນດາການນໍາພັກ-ລັດຂັ້ນສູງ ຄອບຄົວການນໍາ ການນໍາຂັ້ນນະຄອນຫຼວງວຽງຈັນ ແຂວງ ພະນັກງານ ທະຫານ ຕໍາຫຼວດ ນັກທຸລະກິດ ຊາວຄ້າ-ຂາຍ ເພື່ອນມິດສະຫາຍທູຕານຸທູດປະຈໍາລາວ ຍາດຕິພີ່ນ້ອງ ແລະ ປະຊາຊົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. 

    ໃນພິທີ ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ທັງເປັນປະທານຄະນະກໍາມະການຮັບຜິດຊອບງານຊາປະນະກິດສົບ ໄດ້ຂຶ້ນກ່າວໄວ້ອາໄລເຖິງດວງວິນຍານຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ວ່າ:ຕະຫຼອດໄລຍະແຫ່ງການເຄື່ອນໄຫວປະຕິວັດ ແລະ ໄດ້ຖືກມອບໝາຍຮັບຜິດຊອບດຳລົງຕຳແໜ່ງຕ່າງໆທີ່ສຳຄັນນັ້ນ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ສະແດງອອກແຈ້ງທາດແທ້ຂອງນັກປະຕິວັດທີ່ແທ້ຈິງ ເປັນນັກປະຕິວັດອາວຸໂສທີ່ດີເດັ່ນຂອງພັກ ແລະ ລັດເຮົາ ແມ່ນພະນັກງານການນຳທີ່ຢຶດໝັ້ນຢ່າງໜັກແໜ້ນໃນອຸດົມການປະຕິວັດອັນສູງສົ່ງ ໄດ້ອຸທິດເຫື່ອແຮງ ສະຕິປັນຍາຂອງຕົນເຂົ້າໃນພາລະກິດປົດປ່ອຍຊາດ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ ມີແບບແຜນນຳພາທີ່ດີ ປະຕິບັດຫຼັກການລວມສູນປະຊາທິປະໄຕ ມີລະບຽບວິໄນເຂັ້ມງວດ ເຄົາລົບນັບຖືໝູ່ຄະນະ ແລະ ການຈັດຕັ້ງ ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ຢຶດໝັ້ນໃນແນວທາງມະຫາຊົນ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ ພ້ອມນັ້ນ ສະຫາຍແມ່ນຜູ້ໜຶ່ງທີ່ໄດ້ອອກແຮງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານກັບປະເທດອ້າຍນ້ອງເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ. 

    ດ້ວຍຜົນງານ ແລະ ຄຸນງາມຄວາມດີທີ່ສະແດງອອກເຖິງຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ ແລະ ຄວາມຮັກແພງເຊື້ອຊາດ ສະຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຮັກຈາກສະມາຊິກ ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືປະເທດເພື່ອນມິດຢ່າງກວ້າງຂວາງ ເພື່ອເປັນການສັນລະເສີນກຽດຕິຄຸນຂອງສະຫາຍ ພັກ ແລະ ລັດເຮົາ ໄດ້ມອບຫຼຽນໄຊຂັ້ນສູງປະເພດຕ່າງໆໃຫ້ແກ່ສະຫາຍ ໃນນັ້ນປະກອບມີ ຫຼຽນຄໍາແຫ່ງຊາດ ສປປ ລາວ 1 ໜ່ວຍ ຫຼຽນຄໍາແຫ່ງຊາດ ສສ ຫວຽດນາມ 1 ໜ່ວຍ ຫຼຽນໄຊອິດສະຫຼະຊັ້ນ I 4 ໜ່ວຍ ຫຼຽນໄຊອິດສະຫຼະຊັ້ນ II 2 ໜ່ວຍ ນອກນັ້ນ ຍັງໄດ້້ຮັບຫຼຽນໄຊ ຫຼຽນກາ ຫຼຽນລະນຶກ ແລະ ຫຼຽນມິດຕະພາບທີ່ສໍາຄັນເປັນຈໍານວນຫຼວງຫຼາຍຈາກພາຍໃນ ແລະ ຕ່າງປະເທດ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!