ຍ້ອງຍໍຊົມຄູ່ຮ່ວມມືກັບ ທສວ ສະຖາບັນການເງິນ ແລະ ຜູປະກອບກິດຈະການດີເດັ່ນ

    ກອງປະຊຸມປະຈໍາປີ 2021ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ແລະ ພິທີເປີດໂຕເວັບໄຊ ແລະ ແອັບພລີເຄຊັນ ຂອງ ທສວ ຈັດຂຶ້ນ ຄັ້ງວັນທີ 18 ມີນາ 2012 ທີ່ໂຮງແຮມເມຶອງແທັງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ປະທານສະພາບໍລິຫານ ທສວ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມໃນຮູບແບບເຊິ່ງໜ້າ ແລະ ທາງໄກ.

    ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ແມ່ນກອງທຶນຂອງລັດ ທີ່ຂຶ້ນກັບກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮັບການສ້າງຕັ້ງໃນປີ 2010 ເຮັດໜ້າທີ່ເປັນກົນໄກລະດົມທຶນແບບລວມສູນ ເພື່ອນໍາໃຊ້ເຂົ້າໃນວຽກງານສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ໃນຮູບແບບການສະໜອງສິນເຊື່ອຜ່ານສະຖາບັນການເງິນ ໃນອັດຕາດອກເບ້ຍ ແລະ ໄລຍະເວລາກູ້ຢືມທີ່ເໝາະສົມ ປີຜ່ານມາ ທຶນບ້ວງຕ່າງໆຂອງ ທສວ ສາມາດສະໜອງສິນເຊື່ອໃຫ້ ຈວນກ ຈໍານວນ 396 ຫົວໜ່ວຍ ໃນ 13 ແຂວງທົ່ວປະເທດ ທີ່ນອນໃນ 6 ຂະແໜງ ຄື: ກະສິກໍາ ອຸດສາຫະກໍາ ທ່ອງທ່ຽວ ຫັດຖະກໍາ ການຄ້າ ແລະ ບໍລິການ ລວມມູນຄ່າ 140,36 ຕື້ກີບ ທສວ ຍັງໄດ້ສະໜອງທຶນສະໜັບສະໜູນໂຄງການວິຊາການເພື່ອສົ່ງເສີມ ຈວນກ ທັງໝົດຈໍານວນ 21 ໂຄງການ ມູນຄ່າ 1,5 ຕື້ກີບ ເຊິ່ງເຈົ້າຂອງໂຄງການປະກອບດ້ວຍ ໜ່ວຍງານສົ່ງເສີມ ຈວນກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ແຂວງ ກຸ່ມຜູ້ຜະລິດ ແລະ ບາງຫົວໜ່ວຍ ຈວນກ ພ້ອມທັງ ສໍາເລັດການສ້າງປຶ້ມຄູ່ມືການຄຸ້ມຄອງ ບໍລິຫານການເງິນ-ການບັນຊີ.

    ໃນກອງປະຊຸມຄັງນີ້ ຍັງໄດ້ໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ຄູ່ຮ່ວມມືກັບ ທສວ ສະຖາບັນການເງິນ ແລະ ຜູປະກອບກິດຈະການດີເດັ່ນ ນຳອີກ.

# ຂ່າວ – ພາບ : ບຸນມີ

error: Content is protected !!