ຕ້ອນຮັບການເຂົ້າຢ້ຽມຢາມຄຳນັບຂອງເອກອັກຄະລັດຖະທູດ ສ.ເກົາຫຼີ

    ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ອິມ ມູຮົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ວັນທີ 17 ມີນາ 2022 ທີ່ຫ້ອງຮັບເເຂກຫ້ອງວ່າການສຳນັກງານປະທານປະເທດ.

    ໃນໂອກາດດັ່ງກ່າວ ທ່ານຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ອິມ ມູຮົງ ທີ່ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ພ້ອມທັງຕີລາຄາສູງຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຂອງລັດຖະບານ ສ.ເກົາຫຼີ ຕະຫຼອດໄລຍະເວລາຜ່ານມາ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນການຊ່ວຍເຫຼືອທາງດ້ານການຄ້າ ການລົງທຶນ ການທ່ອງທ່ຽວ ການພັດທະນາຊັບພະຍາກອນມະນຸດ ໂຄງລ່າງພື້ນຖານ ແລະ ອື່ນໆ ນອກນີ້ ສ.ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອດ້ານທຶນຮອນ ອຸປະກອນການເເພດ ແລະ ໂຄງການເຝິກອົບຮົມຕ່າງໆ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ພ້ອມກັນນັ້ນ ກໍໄດ້ສະເເດງຄວາມຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງຂອງທ່ານທູດ ໂດຍສະເພາະ ໃນການຊ່ວຍເຫຼືອການປຸກສ້າງໂຮງຮຽນ ຊ່ວຍເຫຼືອດ້ານອຸປະກອນສຶກສາ ແລະ ການແພດໃຫ້ປະຊາຊົນລາວຢູ່ເຂດຫ່າງໄກສອກຫຼີກທີ່ມີຄວາມຫຍຸ້ງຍາກແຕ່ໄລຍະຜ່ານມາ ແລະ ຫວັງຍ່າງຍິ່ງວ່ າທ່ານຈະໃຫ້ການຊ່ວຍເຫຼືອວຽກງານດັ່ງກ່າວໃນອານາຄົດ.

    ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ໄດ້ສະເເດງຄວາມຂອບໃຈຕໍ່ທ່ານນາງ ເຂັມມະນີ ພົນເສນາ ທີ່ໄດ້ໃຫ້ກຽດຕ້ອນຮັບຄັ້ງນີ້ ຕາງໜ້າໃຫ້ລັດຖະບານ ສ ເກົາຫຼີ ຂໍສະເເດງຄວາມຂອບໃຈຕໍ່ການສົ່ງສານຊົມເຊີຍຂອງທ່ານປະທານປະເທດແຫ່ງ ສປປ ລາວ ເຖິງປະທານາທິບໍດີຄົນໃໝ່ ຂອງ ສ.ເກົາຫຼີ. ພ້ອມນີ້ ທ່ານທູດກໍ່ໄດ້ເເຈ້ງສະພາບການຕ່າງໆໂດຍຫຍໍ້ໃຫ້ຊາບ ທັງໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆໃນຕໍ່ໜ້າ.

error: Content is protected !!