ກະຊວງແຜນການ ແລະ ການລົງທຶນ ລະນຶກວັນສຳຄັນຂອງຊາດ

   ວັນທີ 18 ມີນາ 2022 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ນະຄອນຫຼວງວຽງຈັນ ໄດ້ຈັດ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ວັນຄຽດແຄ້ນຂອງປະຊາຊົນລາວ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 76 ປີ ແລະ ວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 40 ປີ (16/2/1982-16/2/2022) ເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ຜທ ມີພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມຮັບຟັງ.

    ທ່ານ ຄຳເຈນ ວົງໂພສີ ໄດ້ຍົກໃຫ້ເຫັນປະຫັວດແຫ່ງການກຳເນີດ ທາດແທ້ ອຸດົມການ ການເຕີບໃຫຍ່ຂະຫຍາຍຕົວ ມູນເຊື້ອອັນດີງາມ ແລະ ຜົນງານອັນໃຫຍ່ຫຼວງຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະ 67 ປີຜ່ານມາ ແລະ ອັນພົ້ນເດັ່ນກວ່າໝູ່ ແມ່ນມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈຳນົນ ທີ່ເຕັມໄປດ້ວຍຜົນງານ ແລະ ໄຊຊະນະຂອງການປະຕິວັດຊາດ ປະຊາທິປະໄຕ ຊີ້ໃຫ້ເຫັນເຖິງການນຳພາອັນສະຫຼາດສ່ອງໃສຂອງພັກເຮົາ ໃນການຕໍ່ສູ້ປົດປ່ອຍຊາດແບບບົວບໍ່ໃຫ້ຊ້ຳນ້ຳບໍ່ໃຫ້ຂຸ່ນ ໃນການປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າຂອງແຕ່ລະຍຸກ ແຕ່ລະສະໄໝ ສືບທອດກັນມາຈົນເຖິງປັດຈຸບັນ.

    ໂອກາດນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີຂອງພັກ ລັດທິຮັກຊາດອັນແທ້ຈິງ ຍົກສູງຄວາມສາມາດ ແລະ ຄຸນນະພາບການນຳພາຂອງພັກ ໃນການປົກປັກຮັກສາ ແລະ ການພັດທະນາປະເທດຊາດຕາມແນວທາງຂອງພັກໄລຍະໃໝ່ ຕະຫຼອດ 67 ປີ ພັກເຮົາໄດ້ເຮັດສຳເລັດຕາມພາລະກຳປະຫວັດສາດອັນຍິ່ງໃຫຍ່ ໃນການປົດປ່ອຍຊາດ ແລະ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໄວ້ໃນປັດຈຸບັນ ນຳພາປະຊາຊົນເພື່ອໃຫ້ຫຼຸດພົ້ນຈາກສະຖານະພາບປະເທດດ້ວຍພັດທະນາ ຕາມແຜນທີ່ກຳນົດໄວ້ ກາຍເປັນປະເທດພັດທະນາ ແລະ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.

.

# ຂ່າວ & ພາບ  :  ຊິລິການດາ

error: Content is protected !!