ໜ່ວຍ​ແມ່​ຍິງ​ໂຄ​ສະ​ນາ ວິທະຍາຄານກົມມະດຳ ສຳເລັດກອງປະຊຸມໃຫຍ່ຄັ້ງທີ III ຂອງຕົົນ

    ວັນ​ທີ 15 ມີ​ນາ ປີ 2022 ນີ້ ໜ່ວຍ​ແມ່​ຍິງ​ໂຄ​ສະ​ນາ ​ໄດ້​ເປີດກອງ​ປະ​ຊຸມ​ສະຫຼຸບ​ຖອດ​ຖອນ​ບົດ​ຮຽນວຽກ​ງານ​ຮອບ​ດ້ານ​ໃນ​ໄລ​ຍະ 3 ປີ ຜ່ານ​ມາ ແລະ ​ວາງ​ທິດ​ທາງ​ໃນ​ຊຸມ​ປີ​ຕໍ່​ໜ້າ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ສະ​ຫາຍ​ ຮ້ອຍເອກ ນາງແສງພອນ ວົງສຸກ ຮອງພະແນກສະຫະພັນແມ່ຍິງ ວິທະຍາຄານກົມມະດຳ ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນ​ໂທ ​ບຸນ​ໂຮມ​ ມິ່ງ​ນະ​ຄອນ ຮອງ​ຫ້ອງ​ການ​ເມືອງ ວິ​ທະ​ຍາ​ຄານ ມີ​ບັນ​ດາ​​ພະ​ແນກການ ໜ່ວຍ​ອ້ອມ​ຂ້າງ ແລະ ເອື້ອຍ​ນ້ອງແມ່​ຍິງ​ເຂົ້າ​ຮ່ວມ.

    ສະ​ຫາຍ ​ພັນ​ຕີ ນາງ ລຳ​ພອນ ທິບ​ພະ​ຈັນ ເລ​ຂາ​ໜ່ວຍ​ສະ​ຫະ​ພັນ​ແມ່​ຍິງ​ ໄດ້​ຂື້ນ​ຜ່ານ​ບົດ​ສະຫຼຸບ ຕີ​ລາ​ຄາ​ຄືນຜົນງານນການ​ຈັດ​ຕັ້ງ​ນຳ​ພາ​ວຽກ​ງານ​ໃນ​ໄລ​ຍະ 3 ປີ ຜ່ານ​ມາ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ການ​ຊີ້​ນຳ-ນຳ​ພາຂອງ​ຄະ​ນະ​ໜ່ວຍ​ທຸກຂັ້ນ ເອົາ​ໃຈ​ໃສ່​ສຶກ​ສາ​ອົບ​ຮົມ​ວຽກ​ງານ​ການ​ເມືອງ-ນຳ​ພາ​ແນວ​ຄິດ ​ໃຫ້​ເອື້ອຍນ້ອງ​ແມ່​ຍິງ​ພາຍ​ໃນ​ໜ່ວຍ​ໃຫ້​ມີ​ຄວາມ​ອຸ່ນ​ອ່ຽນ ທຸ່ນ​ທ່ຽງຕໍ່​ໜ້າ​ທີ່​ວຽກ​ງານວີຊາສະເພາະຂອງຕົນ ຜ່ານການ​ເຄື່ອນ​ໄຫວໄລ​ຍະ​ 3 ປີຜ່ານ​ມາ ​ສາ​ມາດ​ຍາດ​ໄດ້​ຜົນ​ງານ​ຄື: ວຽກ​ງານ​ບໍ​ລິ​ຫານ​:  ອອກ​ແຮງ​ງານອ້ອມ​ຄ້າຍ​ຕາມ​ພະ​ແນກສະ​ຫະ​ພັນໄດ້ 120 ຄັ້ງ ເຂົ້າ​ຮ່ວມ​ກອງ​ປະ​ຊຸມເຊື່ອມ​ຊືມ  ແລະ  ຮັບ​ຟຟັງປາຖະ​ກະ​ຖາ​ວັນ​ປະ​ຫວັດ​ສາດ​ຕ່າງໆ​ໄດ້ 41 ຄັ້ງ  ເຂົ້າ​ຮ່ວມ​ຂະ​ບວນ​ການ​ສິ​ລະ​ປະ-ວັນ​ນະ​ຄະ​ດີ 11 ຄັ້ງ ຕິດ​ຄຳ​ຂວັນ-​ປັກທຸງ​ປີວ 310 ຄັ້ງ ເຄົາ​ລົບ​ທຸງ​ໂຮງ​ຮຽນ 20 ຄັ້ງ,ວຽກງານໂຄສະນາອົບຮົມ ອ່ານ​ຂ່າວ​ພາຍ​ໃນ 549 ຂ່າວ ສົ່ງ​ຂ່າວ​ໃຫ້​ຂັ້ນ​ເທິງ 549 ຂ່າວ ຈາກຜົນ​ງານ​ດັ່ງ​ກ່າວ ​ສາ​ມາດ​ຍາດ​ຄັດເລືອກໄດ້ແມ່​ຍິງ 3 ​ດີ 25 ສະ​ຫາຍ ພົນ​ລະ​ເ​ມືອງ​ດີ 25 ສະ​ຫາຍ ແມ່​ຍິງ​ 3 ​ດີປະ​ເພດ 1 ມີ 19 ສະ​ຫາຍ ແມ່​ຍິງ 2 ດີ​ປະ​ເພດ 2 ມີ 5 ສະ​ຫາຍ  ວຽກ​ງານ​ແກ້​ໄຂ​ຊີ​ວີດ​ການ​ເປັນ​ຢູ່​ ແມ່ນໄດ້ຊຸກຍູ້ພະ​ນັກ​ງານ-ນັກ​ຮົບ ຫັນ​ເອົາ​ການ​ປູກ​ຝັງ​ ລ້ຽງ​ສັດ ຕ່ຳ​ຫູກ-ທໍໄໝ ຊອກຫາ​ແຫຼ່ງ​ລາຍ​ຮັບ​ເຂົ້າ​ໃນ​ໜ່ວຍ ເຊີ່ງ​ສາ​ມາດ​ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດ​: 4.250.000 ກີບ. ຈາກນັ້ນ ກອງປະຊຸມໄດ້ໃຊ້ສິດປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ໄດ້ຕາມຄາດໝາຍ.

    ໂອ​ກາດ​ດັ່ງ​ກ່າວ​ ຮອງ​ຫ້ອງ​ການ​ເມືອງ ​ໄດ້​ຮຽກ​ຮ້ອງ​ມາ​ຍັງຄະ​ນະ​ໜ່ວຍ​ຊຸດໃໝ່ ຈົ່ງເພີ່ມທະວີວຽກ​ງານ​ສຶກ​ສາອົບ​ຮົບຮົມການເມືອງ ນຳພາແນວຄິດ ເປັນບັນຫາສຳຄັນ ຮັບປະກັນໃຫ້ໄດ້ດ້ານວຽກງານວິຊາສະເພາະຕາມການຈັດຕັ້ງຂັ້ນເທີງມອບໜາຍໃຫ້ ເພື່ອນຳພາສະມາຊິກແມ່ຍິງພາຍໃນໜ່ວຍ​ຂອງຕົນຊອກແຫຼ່ງຮັບເຂົ້າກົມກອງ ເພື່ອ​ແກ້​ໄຂ​ຊີ​ວິດ​ການ​ເປັນ​ຢູ່ ໂດຍ​ປະ​ຕິ​ບັດ​ຕາມ​ຄຄຳຂັວນ 4 ປູກ 4 ລ້ຽງ ທີ່​ຂັ້ນ​ເທິງວາງ​ອອກ.

# ຂ່າວ-ພາບ: ເຟື້ອຍ ສາຍ​ຄຳ.

error: Content is protected !!