ນະຄອນຫຼວງ ເກັບລາຍຮັບໄດ້ລື່ນແຜນການຫຼາຍປີລຽນກັນ

     ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ນວ) ໃຫ້ສໍາພາດວັນທີ 16 ມີນາ 2022 ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານປີ 2021 ດ້ານລາຍຮັບປະຕິບັດ 4.642,51 ຕື້ກີບ ເທົ່າກັບ 91,05% ຂອງແຜນການປີ 5.098,73 ຕື້ກີບ (ຖ້າທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 19,71% ເປັນເງິນ 764,32 ຕື້ກີບ) ໃນນັ້ນ ລາຍຮັບພູດສູນກາງ (ພາສີ) ປະຕິບັດໄດ້ 3.059,11 ຕື້ກີບ ເທົ່າກັບ 82,68% ຂອງແຜນການປີ 3.700 ຕື້ກີບ ທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 18,25% ເປັນເງິນ 472,13 ຕື້ກີບ ລາຍຮັບທ້ອງຖິ່ນ (ນວ) ປະຕິບັດໄດ້ 1.583,39 ຕື້ກີບ ເທົ່າກັບ 113,20% ຂອງແຜນການປີ 1.398,73 ຕື້ກີບ ລວມເປັນລາຍຮັບເກີນແຜນ 184,66 ຕື້ກີບ ທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 22,64% ເປັນເງິນ 292,19 ຕື້ກີບ ໃນນີ້ ສ່ວຍສາອາກອນປະຕິບັດໄດ້ 1.497,34 ຕື້ກີບ ເທົ່າກັບ 112,99% ຂອງແຜນການປີ 1.330 ຕື້ກີບ ລວມເປັນລາຍຮັບເກີນແຜນ 167,34 ຄຕື້ກີບ ທຽບໃສ່ໄລຍະດຽວກັນປີຜ່ານມາເພີ່ມຂຶ້ນ 22,90% ເປັນເງິນ 279 ຕື້ກີບ  ຊັບສິນຂອງລັດປະຕິບັດໄດ້ 83,75 ຕື້ກີບ ເທົ່າກັບ 122,99% ຂອງແຜນການປີ 68,09 ຕື້ກີບ ລວມເປັນລາຍຮັບເກີນແຜນ 15,66 ຕື້ກີບ ຖ້າທຽບໃສ່ໄລຍະດຽວປີຜ່ານມາ ເພີ່ມຂຶ້ນ 16,47% ເປັນເງິນ 11,84 ຕື້ກີບ ວິສາຫະກິດລັດລົງທຶນປະຕິບັດໄດ້ 640,54 ລ້ານກີບ ເທົ່າກັບ 101,58% ຂອງແຜນການປີ 633,10 ລ້ານກີບ ລວມເປັນລາຍຮັບເກີນແຜນ 7,44 ລ້ານກີບ ທຽບໃສ່ໄລຍະດຽວກັນປີຜ່ານມາ ຫຼຸດລົງ 13,69% ເປັນເງິນຫຼຸດລົງ 101,59 ລ້ານກີບ ແລະ ລາຍຮັບອື່ນໆປະຕິບັດໄດ້ 1,66 ຕື້ກີບ.

   ສ່ວນດ້ານລາຍຈ່າຍປະຕິບັດໄດ້ 708,11 ຕື້ກີບ ເທົ່າກັບ 98,75% ຂອງແຜນການປີ 717,10 ຕື້ກີບ ປະຢັດລາຍຈ່າຍໄດ້ຕາມແຜນ 8,99 ຕື້ກີບ ເຊິ່ງສາມາດປະຕິບັດລາຍຈ່າຍໄດ້ຂາດຕົວ ແລະ ບໍ່ມີເອກະສານຄ້າງຈ່າຍຢູ່ໃນລະບົບຄັງເງິນປະຈຳ ນວ ຄື: ລາຍຈ່າຍບໍລິຫານປົກກະຕິ 605,18 ຕື້ກີບ ແລະ ລາຍຈ່າຍການລົງທຶນຂອງລັດ 102,93 ຕື້ກີບ ສາມາດປະຕິບັດການດຸ່ນດ່ຽງໃຫ້ສູນກາງບ້ວງພັນທະຕາມແຜນໄດ້ 786,70 ຕື້ກີບ ເທົ່າກັບ 100% ຂອງແຜນການປີ ໄດ້ຊຳລະໜີ້ບໍລິຫານລວມທັງໝົດ 12,68 ຕື້ກີບ ແລະ ຊໍາລະໂຄງການລົງທຶນຂອງລັດ 989 ໂຄງການ ມູນຄ່າ 137,90 ຕື້ກີບ ໃນນັ້ນຊໍາລະບ້ວງເງິນງົບປະມານປະຈຳປີ 102,82 ຕື້ກີບ ແລະ ບ້ວງເງິນງົບປະມານເກີນແຜນປີ 2020 ຈໍານວນ 35,07 ຕື້ກີບ.

    ນອກຈາກນີ້ແລ້ວ ອັນພົ້ນເດັ່ນໜຶ່ງອີກ ການປະຕິບັດຈັດເກັບລາຍຮັບເຂົ້າງົບປະມານ ໂດຍສະເພາະລາຍຮັບທ້ອງຖິ່ນຂອງ ນວ ໃນຜ່ານມາສາມາດປະຕິບັດໄດ້ລື່ນແຜນການ 4 ປີລຽນຕິດກັນຄື: ປີ 2018 ແຜນການ 1.222,71 ຕື້ກີບ ປະຕິບັດໄດ້ 1.284,67 ຕື້ກີບ ລື່ນແຜນ 5,07% ເປັນເງິນ 61,96 ຕື້ກີບ ປີ 2019 ແຜນການ 1.375,95 ຕື້ກີບ ປະຕິບັດໄດ້ 1.399,23 ຕື້ກີບ ລື່ນແຜນ 1,69% ເປັນເງິນ 23,28 ຕື້ກີບ ປີ 2020 ແຜນການ 1.186,12 ຕື້ກີບ ປະຕິບັດໄດ້ 1.291,20 ຕື້ກີບ ລື່ນແຜນ 8,86% ເປັນເງິນ 105,08 ຕື້ກີບ ແລະ ປີ 2021 ແຜນການ 1.1398,73 ຕື້ກີບ ປະຕິບັດໄດ້ 1.583,39 ຕື້ກີບ ລື່ນແຜນ 13,20% ເປັນເງິນ 184,66 ຕື້ກີບ ການແກ້ໄຂລົດລັດ ແລະ ການຈັດສັນລົດລັດຂອງ ນວ ໄດ້ເປັນຕົວແບບເຖິງວ່າຈະສາມາດປະຕິບັດລາຍຮັບໄດ້ລື່ນແຜນການເປັນປີທີ 4 ແຕ່ບໍ່ໄດ້ນຳໃຊ້ເງິນເກີນແຜນຊື້ພາຫະນະນຳໃຊ້ໃຫ້ແຕ່ລະພາກສ່ວນ ເຊິ່ງຄະນະພັກຄະນະນຳອົງການປົກຄອງ ນວ ໄດ້ນຳໃຊ້ເຂົ້າໃນການແກ້ໄຂໜີ້ສິນເປັນສ່ວນໃຫຍ່.

# ຂ່າວ – ພາບ : ສົມສະຫວັນ

error: Content is protected !!