ເສດຖະກິດເມືອງປາກລາຍ ຂະຫຍາຍຕົວ 6,9%

    ທ່ານ ຄໍາຝັ້ນ ວົງສະຫວັນ ຮອງເຈົ້າເມືອງປາກລາຍ ແຂວງໄຊຍະບູລີ ໄດ້ລາຍງານວຽກງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2021 ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 8 ສະໄໝທີ VIII ຈັດຂຶ້ນວັນທີ 17 ມີນາ 2022 ຢູ່ເມືອງດັ່ງກ່າວວ່າ: ສະພາບໂດຍລວມຂອງເສດຖະກິດພາຍໃນເມືອງເມືອງປາກລາຍ ຂະຫຍາຍຕົວໃນລະດັບ 6,9% ລວມຍອດຜະລິດຕະພັນພາຍໃນ ບັນລຸ 1.980,06 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 26,16 ລ້ານກີບ ເທົ່າກັບ 2.616 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ມູນຄ່າການສົ່ງອອກສິນຄ້າຕ່າງປະເທດໄດ້ທັງໝົດ 13,69 ລ້ານໂດລາສະຫະລັດ ນໍາເຂົ້າສິນຄ້າໄດ້ 21,3 ລ້ານໂດລາສະະລັດ ເກັບລາຍຮັບໄດ້ທັງໝົດ 7.932  ຕື້ກີບ ເທົ່າກັບ 109,27% ຂອງແຜນເບື້ອງຕົ້ນ ປະຕິບັດລາຍຈ່າຍໄດ້ 3.884 ຕື້ກີບ ການປູກພືດເປັນສິນຄ້າມີເນື້ອທີ່ 32.025,72 ເຮັກຕາ ໃນນີ້: ມັນຕົ້ນ 24.256,98 ເຮັກຕາ ຜົນຜະລິດໄດ້ 373.690.65 ໂຕນ ສາລີແຂງ 4.744,93 ເຮັກຕາ ຜົນຜະລິດໄດ້ 26.097.11 ໂຕນ ໝາກເດືອຍ 1.235,01 ເຮັກຕາ ຜົນຜະລິດໄດ້ 3.170.24 ໂຕນ ໝາກງາ 58,32 ເຮັກຕາ ຜົນຜະລິດໄດ້ 69,98 ໂຕນ ຖົ່ວດິນ 1.554,40 ເຮັກຕາ ຜົນຜະລິດໄດ້ 4.663.2 ໂຕນ.

# ຂ່າວ – ພາບ : ລັດເວລາ

error: Content is protected !!