ລະນຶກມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ

    ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ຈັດພິທີປະຖະກະຖາວັນສ້າງຕັ້ງພັກປະຊົນປະຕິບັດລາວຄົບຮອບ 67 ປີ (22/3/1955-22/3/2022) ແລະ ວັນຜູ້ເສຍອົງຄະ ແລະ ເສຍສະຫຼະ ເພື່ອປະເທດຊາດ ຄົບຮອບ 76 ປີ (21/3/1946-21/3/2022) ຂຶ້ນວັນທີ 16 ມີນາ 2022 ຢູ່ພະແນກດັ່ງກ່າວ ໂດຍການປະຖະກະຖາຂອງທ່ານ ເຂັມເພັດ ແພງດວງຈັນ ອະດີດຫົວໜ້າຄະນະໂຄສະນາອົບຮົມ ນວ ມີທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ  ແລະ ການຄ້າ ນວ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

   ໂອກາດນີ້ ທ່ານ ເຂັມເພັດ ແພງດວງຈັນ ໄດ້ຫວນຄືນປະຫວັດການກຳເນີດ ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 67 ປີຜ່ານມາ ໂດຍຜ່ານ 3 ໄລຍະປະຫວັດສາດ ຄື: ໄລຍະຕໍ່ສູ້ປົດປ່ອຍຊາດ ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ໄລຍະຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່  ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ຕິດພັນກັບການຕໍ່ສູ້ເສຍສະຫຼະເລືອດເນື້ອເພື່ອປະເທດຊາດຂອງປະຊາຊົນລາວບັນດາເຜົ່າ ທີ່ຕໍ່ສູ້ຢ່າງພິລະອາດຫານ ຕ້ານກັບພວກຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ທີ່ເຂົ້າມາຮຸກຮານລາວ ໂດຍໄດ້ປະຕິບັດນະໂຍບາຍ 3 ບາດຄ້ອນຍຸດທະສາດ ໃນການລຸກຮື້ຂຶ້ນຢຶດອຳນາດທົ່ວປະເທດ ໄດ້ກາຍເປັນບາດກ້າວແຫ່ງການຕໍ່ສູ້ຍາດໄດ້ຮັບໄຊຊະນະໃຫ້ແກ່ປະຊາຊົນລາວມີຜົນສຳເລັດເປັນກ້າວມາໆ.

   ນອກນີ້ ໄດ້ຍົກໃຫ້ເຫັນເຫດການປະຫວັດສາດ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນລາວບັນດາເຜົ່າ ຕ້ານພວກລ່າເມືອງຂຶ້ນຝຣັ່ງຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ເຊິ່ງເປັນວັນຄຽດແຄ້ນຂອງປະຊາຊົນລາວ ທີ່ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ພິລະອາດຫານຂອງປະຊາຊົນລາວ ທີ່ໄດ້ຝັງເລິກຢູ່ໃນໃຈຂອງປະຊາຊົນລາວ ໂດຍສະເພາະປະຊາຊົນລາວຊາວເມືອງທ່າແຂກ ຢ່າງບໍ່ມີວັນລືມ ແລະ ກາຍເປັນກະແສຟອງປະຕິວັດ ກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນໃນວັນທີ 2 ທັນວາ 1975.

# ຂ່າວ – ພາບ : ລັດເວລາ

error: Content is protected !!