ທູດລາວ ປະຈໍາປະເທດໄທ ຕ້ອນຮັບຜູ້ອໍານວຍການໃຫຍ່ ໄຟຟ້າຫົງສາ

    ວັນທີ 16 ມີນາ 2022 ທີ່ສະຖານທູດລາວປະຈໍາປະເທດໄທ ຖະໜົມລາມຄໍາແຫງ ກຸງເທບມະຫານະຄອນ ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາປະເທດໄທ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບພົບປະຂອງທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະ ເຊິ່ງການເຂົ້າຢ້ຽມພົບປະດັ່ງກ່າວ ເພື່ອລາຍງານເຖິງຄວາມກ້າວໜ້າໃນການດໍາເນີນທຸລະກິດຂອງໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ໃນໄລຍະການແຜ່ລະບາດຂອງພະຍາດ Covid-19 ແລະ ກ່າວສະແດງຄວາມຂອບໃຈທີ່ໃຫ້ການສະໜັບສະໜູນການດໍາເນີນງານຂອງໂຄງການທຸກດ້ານດ້ວຍດີສະເໝີມາ.

..

# ຂ່າວ & ພາບ : ວຽງມາ

error: Content is protected !!