ພະອາຈານ ແຈກຢາຍເຄື່ອງໃຫ້ປະຊາຊົນຫຼາຍພັນຄອບຄົວ

    ພະອາຈານ ບຸນຍາດ ຄໍາພູ ພະອຸປັດຊາເຂດສີສັດຕະນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໃຫ້ສຳພາດວັນທີ 15 ມີນາ 2022 ວ່າ: ພະອາຈານພ້ອມດ້ວຍຜູ້ໃຈບຸນ ໄດ້ນຳເອົາສິ່ງຂອງເປັນເຄື່ອງບໍລິໂພກໄປແຈກຢາຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ນັບແຕ່ກາງປີ 2021 ເປັນຕົ້ນມາ ໂດຍໄດ້ລົງໄປຫຼາຍບ້ານ ແລະ ຫຼາຍເມືອງພາຍໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນຄື: ຊຸດທີ 1 ມີ 14 ບ້ານ ແລະ ຊຸດທີ 2 ມີ 18 ບ້ານ ລວມທັງໝົດ 32 ບ້ານ 3.529 ຄອບຄົວ.

    ສໍາລັບການໄປແຈກຢາຍສິ່ງຂອງໃຫ້ປະຊາຊົນຊຸດທີ 2 ມີ: ເມືອງຫາດຊາຍຟອງ ບ້ານສາລາຄໍາ 70 ຄອບຄົວ ບ້ານໜອງແວງ 120 ຄອບຄົວ ບ້ານຫາດດອກແກ້ວ 105 ຄອບຄົວ ບ້ານນາທາມ 100 ຄອບຄົວ ບ້ານແກ້ງປາຢ້າງ 95 ຄອບຄົວ ບ້ານດົງໂພນເລົາ 100 ຄອບຄົວ ບ້ານນາໄຫ 75 ຄອບຄົວ ບ້ານດອນຝ້າຍ 65 ຄອບຄົວ ບ້ານຫົວຫ້າ 100 ຄອບຄົວ ບ້ານຫ້ອມໃຕ້ 110 ຄອບຄົວ ແລະ ບ້ານດອນຂາຊ້າຍ 71 ຄອບຄົວ ບ້ານດອນກອຍ ເມືອງສີສັດຕະນາກ 65 ຄອບຄົວ ບ້ານຜາງແຫ້ງ ເມືອງນາຊາຍທອງ 101 ຄອບຄົວ ບ້ານໂນນຫວາຍ 132 ຄອບຄົວ ແລະ ບ້ານສົມສະຫງ່າ ເມືອງໄຊເສດຖາ 129 ຄອບຄົວ ບ້ານສະຫວ່າງ ເມືອງຈັນທະບູລີ 100 ຄອບຄົວ ບ້ານນ້ອຍນາແພງ ເມືອງໂພນໂຮງ 120 ຄອບຄົວ ແລະ ບ້ານລິ່ງຊັນ ເມືອງທຸລະຄົມ 100 ຄອບຄົວ ສ່ວນເຄື່ອງທີ່ນຳໄປແຈກຢາຍຄັ້ງນີ້ ໄດ້ຈາກການປະກອບສ່ວນຂອງຜູ້ໃຈບຸນ ບໍ່ວ່າຈະເປັນເຂົ້າສານ ໝີ່ ປາກະປ໋ອງ ໄຂ່ ນໍ້າດື່ມ ປຶ້ມ ບິກ ສໍ ແລະ ອື່ນໆ.

     ພະອາຈານ ບຸນຍາດ ຄໍາພູ ຍັງກ່າວຕື່ມວ່າ: ສໍາລັບການແຈກຢາຍເຄື່ອງຊຸດທີ 2 ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ ມາຮອດທ້າຍເດືອນກຸມພາ 2022 ແມ່ນສຳເລັດ ແຕ່ຖ້າຫາກມີຜູ້ໃຈບຸນສືບຕໍ່ມາບໍລິຈາກເຄື່ອງໃຫ້ຕື່ມຕໍ່ໆໄປ ພະອາຈານກໍຈະສືບຕໍ່ນຳເອົາເຄື່ອງຂອງທີ່ໄດ້ຈາກຜູ້ໃຈບຸນນຳໄປແຈກຢາຍຕໍ່ໃຫ້ປະຊາຊົນຕື່ມອີກ ດັ່ງນັ້ນ ຜູ້ໃຈບຸນທີ່ຢາກປະກອບສ່ວນຊ່ວຍເຫຼືອສັງຄົມ ສາມາດປະສານສົມທົບກັບພະອາຈານ ບຸນຍາດ ຄໍາພູ ປະຈຳຢູ່ວັດນາກ ເພື່ອຈະສືບຕໍ່ກິດຈະກຳດີໆແບບນີ້ອີກ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!