ໄຊເສດຖາ ກຳນົດເສັ້ນທາງຂາຍເຄື່ອງກໍ່ສ້າງ ແລະ ເຂດບໍລິການຮ້ານອາຫານ

    ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂການສັນຈອນແອອັດໃນຕົວເມືອງ ໃນຜ່ານມາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແຄມຖະໜົນສາຍຫຼັກພາຍໃນເມືອງຂອງຕົນ ເປັນຕົ້ນການຂາຍເຄື່ອງຊະຊາຍ ການມ້າງເທີບເງີບ ປ້າຍໂຄສະນາ ແລະ ສິ່ງກີດຂວາງຕ່າງໆອອກຈາກເຂດສະຫງວນແຄມທາງສາຍຫຼັກ ໂດຍປະຕິບັດຕາມກົດໝາຍຜັງເມືອງ ແລະ ກົດໝາຍທາງຫຼວງ ກໍຄືມະຕິຄຳສັ່ງ ແລະ ຂໍ້ຕົກຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານເຈົ້າເມືອງໄຊເສດຖາ ນອກນີ້ ແຜນຕໍ່ໜ້າ ຍັງມີການກຳນົດເອົາຖະໜົນຂາຍເຄື່ອງກໍ່ສ້າງ ເຄື່ອງເອເລັກໂຕຣນິກ ເຄື່ອງໄຟຟ້າ ແລະ ຖະໜົນເຂດບໍລິການຮ້ານອາຫານ ເຂດສະຖານທີ່ທ່ອງທ່ຽວຕື່ມອີກ ທັງນີ້ກໍເພື່ອຄວາມສະດວກສະບາຍໃຫ້ແກ່ການຊື້ຂາຍ.

    ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ (ຍທຂ)  ເມືອງໄຊເສດຖາ  ຕາງໜ້າໃຫ້ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນເມືອງໄຊເສດຖາ ໃຫ້ສຳພາດວັນທີ 11 ມີນາ 2022 ວ່າ: ໂດຍປະຕິບັດຕາມແຜນຢູ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງໄຊເສດຖາ ຢູ່ໃນມະຕິນີ້ ມີ 8 ຂໍ້ ແຕ່ມີ 1 ຂໍ້  ໄດ້ກຳນົດວ່າ ເສັ້ນທາງແຕ່ບ້ານຫົວຂົວຮອດສາມແຍກບ້ານໄຮ່ຄຳ ຈະກຳນົດເປັນເຂດຮ້ານຂາຍເຄື່ອງກໍ່ສ້າງ ຂາຍເຄື່ອງເອເລັກໂຕຣນິກ ຂາຍເຄື່ອງໄຟຟ້າ ເຄື່ອງສຽງ  ແລະ ແຕ່ສາມແຍກບ້ານຄຳສະຫວາດ ຫາບ້ານຊຽງດາ ຈະກຳນົດເປັນບ່ອນບໍລິການຮ້ານອາຫານ ແລະ ແຫຼ່ງທ່ອງທ່ຽວ ປັດຈຸບັນໄດ້ມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໄຊເສດຖາເປັນຜູ້ກຽມລົງເກັບກຳເອົາຂໍ້ມູນບັນດາຮ້ານຂາຍເຄື່ອງກໍ່ສ້າງ ແລະ ຮ້ານຂາຍເຄື່ອເອເລັກໂຕຣນິກຕ່າງໆຢູ່ພາຍໃນເມືອງໄຊເສດຖາ ເພື່ອຈະເຊີນເຂົາເຈົ້າມາເພື່ອແຈ້ງກຳນົດເວລາ 6 ເດືອນ ຫຼື 1 ປີ ໃຫ້ຍົກຍ້າຍອອກມາຂາຍຢູ່ເສັ້ນທາງທີ່ກຳນົດໃຫ້ ເຊິ່ງຕາມແຜນການວຽກງານນີ້ ໃຫ້ສຳເລັດກ່ອນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງໄຊເສດຖາ ກໍຄືນັບແຕ່ນີ້ຫາປີ 2025 ໝາຍຄວາມວ່າ ຜູ້ທີ່ຂາຍເຄື່ອງກໍ່ສ້າງ ແລະ ເຄື່ອງເອເລັກໂຕຣນິກທົ່ວເມືອງໃນປັດຈຸບັນທີ່ຂາຍຢູ່ຕາມເສັ້ນທາງຫຼາຍເສັ້ນພາຍໃນເມືອງໄຊເສດຖາ ແມ່ນໃຫ້ຂາຍຢູ່ເສັ້ນທາງທີ່ກຳນົດໃຫ້ ທັງນີ້ກໍເພື່ອສ້າງຄວາມສະດວກ ແລະ ຄວາມເປັນລະບຽບຮຽບຮ້ອຍ.   

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!