ຜທ ປະກາດການຈັດຕັ້ງຂັ້ນຫົວໜ້າກົມພາຍໃນກະຊວງ

    ວັນທີ 15 ມີນາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ມີພິທີປະກາດການຈັດຕັ້ງຂັ້ນຫົວໜ້າ ກົມພາຍໃນກະຊວງ ໂດຍເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ຜທ ມີຄະນະນໍາກະຊວງ ຫົວໜ້າ-ຮອງຫົວໜ້າກົມ ສູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງພັກ-ລັດໃນແຕ່ລະໄລຍະ ເຊິ່ງມັນຮຽກຮ້ອງໃຫ້ຕ້ອງມີພະນັກງານການນຳ ເພື່ອຊີ້ນຳ-ນຳພາວຽກງານຂອງກົມກອງ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກໃຫ້ໄດ້ຮັບຜົນສຳເລັດ ອີງໃສ່ການເຕີບໃຫຍ່ຂະຫຍາຍຕົວຂອງພະນັກງານ ທາງດ້ານຄວາມຮູ້ ຄວາມສາມາດ ດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ດັ່ງນັ້ນ ຈຶ່ງໄດ້ຄົ້ນຄວ້າເຫັນດີເປັນເອກະພາບແຕ່ງຕັ້ງທ່ານ ພອນໄຊ ວິໄລສັກ ເປັນຫົວໜ້າກົມປະເມີນຜົນ ກະຊວງ ຜທ.

    ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ຜທ ກ່າວວ່າ: ການປະກາດການແຕ່ງຕັ້ງຄັ້ງນີ້ ກໍເພື່ອເຮັດໃຫ້ວຽກງານການປະເມີນຜົນມີຄວາມໜັກແໜ້ນເຂັ້ມແຂງ ແລະ ສາມາດຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ-ລັດ ແບບແຜນຍຸດທະສາດຂອງຂະແໜງ ຜທ ໃຫ້ໄດ້ຮັບຜົນສຳເລັດຕາມລຳດັບຄາດໝາຍທີ່ໄດ້ກຳນົດໄວ້ ແລະ ອີກອັນໜຶ່ງ ກໍສະແດງຄວາມຊົມເຊີຍສະຫາຍ ພອນໄຊ ວິໄລສັກ ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກົມປະເມີນຜົນໃນມື້ນີ້ ເຊິ່ງສະຫາຍກໍໄດ້ຜ່ານຂະບວນການຝຶກຝົນຫຼໍ່ຫຼອມ ແລະ ຜ່ານບັ້ນທົດສອບໃນຊີວິດວຽກງານຕົວຈິງມາຫຼາຍ ແລະ ເປັນພະນັກງານທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ ແລະ ການຈັດຕັ້ງຂັ້ນເທິງ ມີຄວາມບຸກບືນຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍໃຫ້ ແລະ ປະຕິບັດໜ້າທີ່ວຽກງານດ້ວຍຜົນສຳເລັດເປັນກ້າວໆມາ ອີກດ້ານໜຶ່ງ ສະຫາຍກໍເປັນພະນັກງານທີ່ມີຄວາມຮູ້ ຄວາມສາມາດ ມີປະສົບການຕົວຈິງ ສົມຄູ່ກັບໜ້າທີ່ວຽກງານ ທາງດ້ານຄຸນສົມບັດ ຄຸນທາດການເມືອງ ກໍມີຄວາມໜັກແໜ້ນ ເປັນຜູ້ທີ່ຍຶດໝັ້ນຫຼັກການນຳພາຂອງພັກ ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມດຸໝັ່ນອົດທົນ ມີຄວາມສາມັກຄີ ມີລະບຽບວິໄນ ແລະ ເຄົາລົບກົດລະບຽບຂອງພັກ-ກົດໝາຍຂອງລັດ ໂດຍເຫັນໄດ້ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງສະຫາຍຄືແນວນັ້ນ ຄະນະພັກ ແລະ ຄະນະນຳຂອງກະຊວງ ຈຶ່ງໄດ້ສະເໜີໃຫ້ຂັ້ນເທິງພິຈາລະນາແຕ່ງຕັ້ງສະຫາຍເປັນຫົວໜ້າກົມປະເມີນຜົນ.

.

# ຂ່າວ & ພາບ : ຊິລິການດາ

error: Content is protected !!