ຄມຊ ສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດພັດທະນາອ່າງແມ່ນໍ້າຂອງ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ຂອງຄະນະກຳມະການແມ່ນ້ຳຂອງແຫ່ງຊາດ (ຄມຊ) ຈັດຂຶ້ນວັນທີ 14 ມີນາ 2022 ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ເປັນປະທານຂອງທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງ ກຊສ ປະທານ ຄມຊ ມີບັນດາຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

    ປີ 2021 ຜ່ານມາ ຄມຊ ໄດ້ສຳເລັດການຄົ້ນຄວ້າດ້ານເນື້ອໃນ ເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ (ຂັ້ນກົມ) ຈຳນວນ 2 ຄັ້ງ ເຊິ່ງ ສປປ ລາວ ເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມ ສຳເລັດການຄົ້ນຄວ້າດ້ານເນື້ອໃນ ເພື່ອເຂົ້າຮ່ວມກອງປະຊຸມສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ຄມສ (ຂັ້ນລັດຖະມົນຕີ) 1 ຄັ້ງ ໃນນັ້ນ ໄດ້ຮັບຮອງເອົາແຜນວຽກ ແລະ ແຜນກິດຈະກຳປະຈໍາປີ 2022 ຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ຮັບຮອງຍຸດທະສາດການພັດທະນາເຂື່ອນໄຟຟ້າພະລັງງານນໍ້າແບບຍືນຍົງ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ເຫັນດີເລື່ອນຈັດກອງປະຊຸມສຸດຍອດ ຄມສ ຄັ້ງທີ 4 ທີ່ ສປປ ລາວ ຈະເປັນເຈົ້າພາບເປັນເດືອນເມສາ 2023 ຮັບຮອງໂດຍພື້ນຖານຕໍ່ກັບແຜນປະຕິບັດງານແຫ່ງຊາດ ສົກປີ 2021-2025 ຂອງຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ເພື່ອສະໜັບສະໜູນໃຫ້ແກ່ການຈັດຕັ້ງປະຕິບັດຍຸດທະສາດພັດທະນາອ່າງແມ່ນໍ້າຂອງ 10 ປີ (2021-2030) ແລະ ແຜນຍຸດທະສາດ ຄມສ 2021-2025 ດຳເນີນຂະບວນການປຶກສາຫາລືລ່ວງໜ້າ ພາຍໃຕ້ລະບຽບການວ່າດ້ວຍການແຈ້ງໃຫ້ກັນຊາບ ການປຶກສາຫາລືກັນລ່ວງໜ້າ ແລະ ການເຮັດຂໍ້ຕົກລົງ (PNPCA) ພາຍໃຕ້ສັນຍາແມ່ນໍ້າຂອງປີ 1995 ປະກອບມີ: ໂຄງການພັດທະນາເຂື່ອນໄຟຟ້າພະລັງນໍ້າຊະນະຄາມ ແລະ ໂຄງການພັດທະນາເຂື່ອນໄຟຟ້າພະລັງນໍ້າພູງອຍ ພ້ອມນັ້ນ ຍັງໄດ້ປະສານງານກັບບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ເຂົ້າຮ່ວມກອງປະຊຸມວິສາມັນຂອງໜ່ວຍງານການຮ່ວມມືດ້ານຊັບພະຍາກອນນ້ຳ ເພື່ອກະກຽມດ້ານເນື້ອໃນໃຫ້ແກ່ການເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ຄັ້ງທີ 2 ຂອງການຮ່ວມມືດ້ານຊັບພະຍາກອນນໍ້າໃນທ້າຍປີ 2022 ຢູ່ທີ່ປະເທດຫວຽດນາມ ແລະ ກອງປະຊຸມໜ່ວຍງານການຮ່ວມມືດ້ານຊັບພະຍາກອນນໍ້າ ຄັ້ງທີ 4 ທີ່ປະເທດກຳປູເຈຍ ປະຈໍາປີ 2022.

# ຂ່າວ & ພາບ : ຊິລິການດາ

error: Content is protected !!