ຍົກລະດັບຄວາມຮູ້ໃຫ້ສື່ມວນຊົນ ແນໃສ່ຕອບຕ້ານຂ່າວປອມ

    ສະຖານທູດອົດສະຕຣາລີປະຈຳລາວ ຮ່ວມກັບກົມສື່ມວນຊົນກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດເປີດເຝິກອົບຮົມທາງໄກໃນຫົວຂໍ້  ການນຳໃຊ້ສື່ດີຈີຕອລຕໍ່ວຽກງານສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງການພົວພັນການທູດລາວ-ອົດສະຕຣາລີ ຄົບຮອບ 70 ປີ ຂຶ້ນໃນວັນທີ 14 ມີນາ 2022 ເປັນປະທານຮ່ວມຂອງທ່ານ ໂພລແຄລີ ເອກອັກຄະລັດຖະທູດອົດສະຕຣາລີປະຈຳລາວ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ມີສື່ມວນຊົນທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.

    ທ່ານ ໂພລແຄລີ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ໄດ້ເຮັດວຽກຮ່ວມກັບພາກສ່ວນຕ່າງໆ ກໍຄືບັນດາສື່ມວນຊົນ ເພື່ອແນໃສ່ໃຫ້ສື່ມີຄວາມໂປງໃສໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ມີຄວາມຖືກຕ້ອງ ຊັດເຈນ ເຊິ່ງການເຝິກອົບຮົມໃນຄັ້ງນີ້ ແມ່ນເປັນການເຝິກອົບຮົມໃນຫົວຂໍ້ທີ່ດີ ສອດຄ່ອງກັບສະພາບຄວາມເປັນຈິງ ໃນປັເຈຸບັນ ມີຂ່າວປອມຈຳນວນຫຼາຍໄດ້ເຜີຍແຜ່ຜ່ານທາງອອນລາຍ ສະນັ້ນ ເພື່ອໃຫ້ບັນດາສື່ມວນຊົນລາວໄດ້ເຂົ້າໃຈຕໍ່ກັບການຕ້ານສະກັດກັ້ນຂ່າວປອມນັ້ນ ທາງສະຖານທູດອົດສະຕຣາລີ ຈຶ່ງໄດ້ຮ່ວມກັບກົມສື່ມວນຊົນ ໄດ້ຈັດເຝິກອົບຮົມດັ່ງກ່າວຂຶ້ນຜ່ານທາງໄກ ໂດຍໄດ້ເຊື້ອເຊີນເອົາຊ່ຽວຊານທາງດ້ານການສະກັດກັ້ນຂ່າວປອມມາໃຫ້ຄວາມຮູ້ເພື່ອໃຫ້ສື່ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຂ່າວປອມ ຮູ້ວິທີໄຈ້ແຍກຂໍ້ມູນວ່າຂໍ້ມູນໃດເປັນຂ່າວປອມ ແລະ ຂໍ້ມູນໃດເປັນຂ່າວແທ້ ເຕັກນິກການຈຳແນກຂ່າວປອມ ແລະ ອື່ນໆ ເພື່ອນຳເອົາຄວາມຮູ້ດັ່ງກ່າວມານຳໃຊ້ເຂົ້າໃນວຽກງານຕົວຈິງ.

    ທ່ານ ສົມສະຫວາດ ພົງສາ ໄດ້ກ່າວວ່າ: ການເຝິກອົບຮົມໃນຄັ້ງນີ້ ເປັນໂອກາດດີ ທີ່ສື່ມວນຊົນລາວຈະໄດ້ມີໂອກາດຮຽນຮູ້ຢ່າງເລິກເຊິ່ງຕໍ່ກັບຂ່າວປອມ ຂ່າວທີ່ບໍ່ມີມູນຄວາມຈິງ ເພື່ອໃຫ້ຮູ້ວິທີໄຈ້ແຍກຂ່າວທີ່ມີມູນຄວາມຈິງມາອະທິບາຍໃຫ້ສັງຄົມເຂົ້າໃຈ ເຊິ່ງປັດຈຸບັນ ບັນຫາຂ່າວປອມໄດ້ເກີດຂຶ້ນຢ່າງຫຼວງຫຼາຍໂດຍສະເພາະໃນສື່ອອນລາຍ ດັ່ງນັ້ນ ສື່ມວນຊົນຂອງພວກເຮົາຈຶ່ງມີຄວາມຈຳເປັນຕ້ອງໄດ້ມີຄວາມຮູ້ ຄວາມເຂົ້າໃຈຢ່າງເລິກເຊິ່ງ ເພື່ອຕອບຕ້ານກັບຂ່າວດັ່ງກ່າວ ນຳຂໍ້ມູນທີ່ແທ້ຈິງມາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!