ເລີ່ມປະຕິບັດໂຄງການປັບປຸງການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ

    ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດ “ໂຄງການປັບປຸງການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ຢູ່ເຂດພູດອຍພາກເໜືອ ໄລຍະ 2” ລະຫວ່າງກົມພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການເຮລວີຕັດ ເພື່ອການຮ່ວມມືສາກົນປະຈໍາ ສປປ ລາວ ຈັດຂຶ້ນວັນທີ 7 ມີນາ 2022 ຢູ່ຫ້ອງວ່າການປົກຄອງແຂວງຫຼວງນໍ້າທາ ໂດຍມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ກະຊວງກະສິກຳ ແລະ ປ່າໄມ້ ຫ້ອງວ່າການປົກຄອງແຂວງ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ງົບປະມານໃນການຈັດຕັ້ງປະຕິບັດໂຄງການດັ່ງກ່່າວ 996.676 ເອີໂຣ ໂດຍການສະໜັບສະໜູນຂອງສະຫະພາບເອີຣົບ ແລະ ອົງການເຮວວີຕັດ ເຢຍລະມັນ ຈະຈັດຕັ້ງປະຕິບັດຢູ່ 38 ບ້ານ ໃນນີ້ 15 ບ້ານ ຂອງເມືອງງອຍ ແຂວງຫຼວງພະບາງ​ 15 ບ້ານ ຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາ 4 ບ້ານ ຂອງເມືອງຫ້ວຍຊາຍ ແລະ 4 ບ້ານ ຂອງເມືອງເມິງ ແຂວງບໍ່ແກ້ວ ມີປະຊາກອນໄດ້ຮັບຜົນປະໂຫຍດ 21.613 ຄົນ.

    ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ ກ່າວວ່າ: ການສົ່ງເສີມການຜະລິດເປັນສິນຄ້າ ແລະ ການປັບປຸງໂພຊະນາການ ແມ່ນວຽກງານຍຸດທະສາດພືີ້ນຖານຍາວນານ ແລະ ເປັນວຽກງານບູລິມະສິດຂອງພັກ-ລັດ ເຊິ່ງພວກເຮົາຈະຕ້ອງຮ່ວມແຮງຮ່ວມໃຈກັນແກ້ໄຂ ແລະ ພັດທະນາຢ່າງຕໍ່ເນື່ອງ ເປັນລະບົບຄົບຊຸດ ແລະ ຮອບດ້ານ ເພື່ອເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ ຢູ່ດີກິນດີ ແລະ ກ້າວໄປເຖິງການຫຼຸດພົ້ນອອກຈາກຄວາມທຸກຍາກ.

    ທ່ານ ພອນສະຫວັນ ເສດຖານະໄພສານ ຜູ້ຕາງໜ້າສໍານັກງານຜູ້ຕາງໜ້າສະຫະພາບເອີຣົບປະຈໍາ  ສປປ ລາວ ໄດ້ເນັ້ນເຖິງຄວາມສຳຄັນວ່າ: ເປັນຫຍັງອົງການຈັດຕັ້ງທາງສັງຄົມ ຈຶ່ງຄວນມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງການນີ້ ແລະ ເຮັດໃຫ້ການມີສ່ວນຮ່ວມເປັນກຸນແຈສຳຄັນໃນການປະສານງານ ແລະ ເຮັດວຽກຮ່ວມກັນ ເພື່ອຫຼຸດຜ່ອນການຂາດສານອາຫານໃນ ສປປ ລາວ ໃຫ້ມີປະສິດທິຜົນທີ່ດີ.

    ຜົນໄດ້ຮັບຂອງໂຄງການນີ້ ຈະຕອບສະໜອງການໃຫ້ບໍລິການດ້ານໂພຊະນາການທີ່ມີຄຸນນະພາບ ເພື່ອຫຼຸດຜ່ອນອັດຕາການຂາດສານອາຫານໃນບ້ານເປົ້າໝາຍໃນເຂດຫ່າງໄກສອກຫຼີກ ແລະ ປັບປຸງຂອດປະສານງານລະຫວ່າງບັນດາຄູ່ຮ່ວມງານພາກລັດ ແລະ ອົງການຈັດຕັ້ງທາງສັງຄົມໃນ ສປປ ລາວ ໃຫ້ມີຄວາມກົມກຽວ ສອດຄ່ອງ ແລະ ຮັດກຸມ ບັນລຸແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ກ່ຽວກັບວຽກງານໂພຊະນາການ ແລະ ການປັບປຸງຊີວິດການເປັນຢູ່ຂອງຊົນນະບົດ.

    ໂດຍການຮ່ວມມືລະຫວ່າງຄູ່ຮ່ວມງານພາກລັດ ກັບ 5 ສະມາຄົມທີ່ບໍ່ຫວັງຜົນກຳໄລ ເພື່ອສ້າງຕັ້ງ 50 ອົງການຈັດຕັ້ງຊຸມຊົນຢູ່ຂັ້ນບ້ານ ເຊິ່ງຈະເປັນຜູ້ຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ ເພື່ອປັບປຸງໂພຊະນາການໃນບ້ານຂອງເຂົາເຈົ້າ ໂດຍອີງໃສ່ບົດສະເໜີຂອງກຸ່ມ ໂດຍໂຄງການຈະໃຫ້ຄໍາແນະນໍາ ແລະ ການສະໜັບສະໜູນການບໍລິການດ້ານໂພຊະນາການສໍາລັບກິດຈະກໍາທີ່ກຸ່ມໄດ້ປະຕິບັດ ໂຄງການຈະອຳນວຍຄວາມສະດວກໃຫ້ການປະສານງານ ລະຫວ່າງອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຊຸກຍູ້ການປະສານງານວຽກງານໂພຊະນາການ ແລະ ເຊື່ອມໂຍງບັນດາສິ່ງທ້າທາຍຂັ້ນບ້ານ ຫາຂັ້ນເທິງ ເພື່ອແກ້ໄຂ ແລະ ພັດທະນານະໂຍບາຍດ້ານອາຫານ ແລະ ໂພຊະນາການ.

# ຂ່າວ & ພາບ : ສະບາໄພ

error: Content is protected !!