ຮອງເຈົ້າຄອງ ນວ ຕິດຕາມການຮຽນ-ການສອນຂອງໂຮງຮຽນສາມັນສຶກສາສົມປັນຍາ

    ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ນວ ລົງຕິດຕາມ ແລະ ປະເມີນການຮຽນ-ການສອນຂອງໂຮງຮຽນລ້ຽງເດັກອະນຸບານ ປະຖົມ ມັດທະຍົມຕົ້ນ ແລະ ມັດທະຍົມປາຍ ສົມປັນຍາ ວັນທີ 10 ມີນາ 2022 ພາຍຫຼັງທີ່ໄດ້ເປີດການຮຽນການສອນຄືນໃໝ່ ໂດຍມີຮອງເຈົ້າເມືອງໄຊທານີ ຮອງເຈົ້າເມືອງໄຊເສດຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງໄຊທານີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ການລົງຕິດຕາມຄັ້ງນີ້ ໄດ້ຮັບຟັງລາຍງານສະພາບຈາກທ່ານ ຄໍາເສີມ ມະນີວົງ ຜູ້ອໍານວຍການ ແລະ ທ່ານ ວຽງໄຊ ຈັນທະວົງ ຮອງຜູ້ອໍານວຍການ ທັງເປັນຫົວໜ້າຄະນະສະເພາະກິດຂອງໂຮງຮຽນ ຈາກນັ້ນ ທ່ານ ຄໍາພັນ ສຸລິຍະນັນ ຮອງເຈົ້າເມືອງໄຊທານີ ແລະ ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ກໍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານປະເມີນການຮຽນ-ການສອນຂອງໂຮງຮຽນຢູ່ພາຍໃນເມືອງຂອງຕົນ ແລະ ການປະກອບຄໍາເຫັນຂອງຂະແໜງການ ຈາກນັ້ນ ທ່ານຮອງເຈົ້າຄອງ ນວ ໄດ້ມີຄໍາເຫັນ ເຊິ່ງໄດ້ສະແດງຄວາມຊົມເຊີຍໂຮງຮຽນທີ່ໄດ້ເອົາໃຈໃສ່ປະຕິບັດຕາມມາດຕະການທີ່ພະແນກສາທາລະນະສຸກ ແລະ ພະແນກສຶກສາທິການ ແລະ ກິລາ ນວ ວາງອອກ ຈົນສາມາດເປີດການຮຽນ-ການສອນແບບເຊິ່ງໜ້າໄດ້ ໂດຍລວມແລ້ວ ສາມາດປະຕິບັດໄດ້ດີ ແລະ ມອບໃຫ້ເມືອງເອົາໂຮງຮຽນນີ້ເປັນຕົວແບບໃຫ້ໂຮງຮຽນອື່ນ ປັດຈຸບັນນີ້ ແມ່ນຍັງມີການລະບາດຂອງພະຍາດໂຄວິດ-19 ຂໍໃຫ້ໂຮງຮຽນເອົາໃຈໃສ່ປະຕິບັດບັນດາມາດຕະການຕ່າງໆຢ່າງເຂັ້ມງວດ ການສັກວັກຊີນຍັງບໍ່ໄດ້ຕາມຄາດໝາຍ ສະນັ້ນ ຈຶ່ງໃຫ້ເອົາໃຈໃສ່ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ກຸ່ມນັກຮຽນອະນຸບານ-ມັດທະຍົມໃຫ້ໄດ້ 100% ໂດຍສົມທົບກັບເມືອງ ກໍລະນີນັກຮຽນຢູ່ໃນກຸ່ມສ່ຽງ ຫຼື ມີການຕິດເຊື້ອ ຕ້ອງແຈ້ງຄະນະສະເພາະກິດຢ່າງຮີບດ່ວນ ແລະ ພະຍາຍາມຄວບຄຸມ ເພື່ອບໍ່ໃຫ້ມີການລະບາດ ໃຫ້ໂຮງຮຽນມີການຈັດຕັ້ງປ້ອງກັນໂດຍນ້ອງນັກຮຽນຕື່ມ ເພື່ອໃຫ້ມີສ່ວນຮ່ວມໃນວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ພະແນກສຶກສາທິການ ແລະ ກີລາ ຕິດຕາມການປະເມີນ ແລະ ເຮັດເປັນຕົວຢ່າງ ເພື່ອເປັນການກະຕຸ້ນໃຫ້ແກ່ໂຮງຮຽນທີ່ຍັງມີຄວາມຫຍຸ້ງຍາກ ໃຫ້ເມືອງຊ່ວຍລະດົມພໍ່ແມ່ຜູ້ປົກຄອງເອົາລູກຫຼານຂອງຕົນມາເຂົ້າໂຮງຮຽນ.

.# ຂ່າວ & ພາບ : ຂັນທະວີ

error: Content is protected !!