ເຜີຍແຜ່ນິຕິກໍາກ່ຽວກັບການຄຸ້ມຄອງຢາປາບສັດຕູພືດໃຫ້ແກ່ພາກລັດ

    ຊາວກະສິກອນ ແລະ ຜູ້ປະກອບການ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດ ລາວ ວິທະຍາສາດເຄີໄຊອີຢຸ່ຍພືດພັນ ຈໍາກັດຜູ້ດຽວ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ຈັດເຜີຍແຜ່ນິຕິກໍາກ່ຽວກັບການຄຸ້ມຄອງຢາປາບສັດຕູພືດໃຫ້ແກ່ພາກລັດ ຊາວກະສິກອນ ແລະ ຜູ້ປະກອບການຢູ່ ນະຄອນຫຼວງວຽງຈັນ ວັນທີ 11 ມີນາ 2022 ທີ່ພະແນກດັ່ງກ່າວ ເປັນປະທານຂອງທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ມີທ່ານ ຈາງ ຢິງຊາຍ ປະທານບໍລິສັດ ລາວວິທະຍາສາດເຄີໄຊອີຢຸ່ຍພືດພັນຈໍາກັດຜູ້ດຽວ ພ້ອມດ້ວຍໜ່ວຍງານວິຊາການຂະແໜງປູກຝັງ ຫ້ອງການກະສິກໍາ ແລະ ປ່າໄມ້ 9 ຕົວເມືອງ ຜູ້ປະກອບການຮ້ານຈໍາໜ່າຍຢາປາບສັດຕູພືດ ຜູ້ປະກອບການປູກກ້ວຍເປັນສິນຄ້າ ແລະ ກຸ່ມຜັກກະສິກໍາສະອາດເຂົ້າຮ່ວມ. 

    ທ່ານ ວາດສະໜາ ສີຈະເລີນ ກ່າວວ່າ: ວຽກງານປ້ອງກັນພືດ ແລະ ກັກກັນພືດ ແມ່ນວຽກງານໜຶ່ງສຳຄັນ ທີ່ພັກລັດເຮົາ ກໍຄືທາງຂັ້ນເທິງໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນວຽກງານດັ່ງກ່າວ ຈຶ່ງໄດ້ມີການສ້າງກົດໝາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດສະບັບປັບປຸງ ສະບັບເລກທີ 031/ສພຊ ແລະ ດຳລັດວ່າດ້ວຍການຄຸ້ມຄອງຢາປາບສັດຕູ ສະບັບເລກທີ 258/ລບ ເພື່ອເປັນການກຳນົດຫຼັກການ ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ນຳໃຊ້ ແລະ ການຕິດຕາມກວດກາການເຄື່ອນໄຫວວຽກງານຢາປາບສັດຕູພືດ ແນໃສ່ຮັບປະກັນຄຸນນະພາບ ປະສິດທິພາບ ແລະ ຄວາມປອດໄພຂອງຢາປາບສັດຕູພືດຕໍ່ຄົນ ສັດ ພືດ ແລະ ຢັບຢັ້ງການເສື່ອມໂຊມທາງດ້ານສິ່ງແວດລ້ອມ ພ້ອມນັ້ນ ເພື່ອເປັນການຜັນຂະຫຍາຍວິໄສທັດ ແລະ ນະໂຍບາຍຂອງລັດຖະບານ ໃນການພັດທະນາ ເຮັດໃຫ້ການຜະລິດກະສິກຳ ແລະ ປ່າໄມ້ ໄປຕາມທິດກະສິກຳສະອາດ ສີຂຽວ ຍືນຍົງ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ດັ່ງນັ້ນ ການຈັດເຜີຍແຜ່ຄັ້ງນີ້ ເພື່ອຄວາມເປັນເອກະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຢາເຄມີປາບສັດຕູພືດໃຫ້ເຂົ້າສູ່ລະບຽບ ໂດຍສະເພາະ ບໍລິສັດທີ່ນໍາເຂົ້າຢາປາບສັດຕູພືດທີ່ຖືກຕ້ອງຕາມລະບຽບກົດໝາຍ ລວມທັງການນໍາເຂົ້າ ການຈໍາໜ່າຍ ແລະ ການນໍາໃຊ້ໃຫ້ຖືກຕ້ອງຕາມເຕັກນິກວິຊາການ ນອກນັ້ນ ຍັງເປັນການສ້າງຄວາມເຂົ້າໃຈກ່ຽວກັບຫຼັກການ ລະບຽບການ ແລະ ມາດຕະການຄຸ້ມຄອງການນໍາໃຊ້ຢາປາບສັດຕູພືດເຂົ້າໃນວຽກງານການຜະລິດກະສິກໍາ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!