ໂຄງການປັບປຸງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈະສໍາເລັດທ້າຍປີ 2023

    ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າ ປັບປຸງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 11 ມີນາ ປີ 2022 ຢູ່ໂຮງແຮມດອນຈັນພາເລດ ລົງນາມລາຍເຊັນໂດຍທ່ານ ປະດັບໄຊ ໄຊຍະໂຄດ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຫົວໜ້າຄະນະຄຸ້ມຄອງໂຄງການສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານນາງ ປາລິດາ ຜູ້ຈັດການການຂາຍ ຕາງໜ້າກຸ່ມບໍລິສັດກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ຈໍາກັດ ໂດຍມີທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ  ແລະ ການສື່ສານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ພ້ອມແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ປະດັບໄຊ ໄຊຍະໂຄດ ກ່າວວ່າ: ໂຄງການດັ່ງກ່າວ ແມ່ນໂຄງການອອກແບບກໍ່ສ້າງສູນເຝິກອົບຮົມດ້ານໄອຊີທີ ເປັນອາຄານ 5 ຊັ້ນ ຈຳນວນ 1 ຫຼັງ ໂດຍມີເນື້ອທີ່ທັງໝົດ 5.524,56 ຕາແມັດ ປະກອບດ້ວຍຫ້ອງຮຽນທຳມະດາ ຫ້ອງຮຽນທັນສະໄໝ ຫ້ອງທົດລອງ ຫ້ອງການ ຫ້ອງສະໝຸດ ຫ້ອງປະຊຸມໃຫຍ່ ເປັນຕົ້ນ ໃນອາຄານແມ່ນຈະປະກອບດ້ວຍອຸປະກອນການຮຽນ-ການສອນທີ່ຈຳເປັນ ອຸປະກອນຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກໃນການສອບເສັງ ພາຍຫຼັງໂຄງການລິເລີ່ມການກໍ່ສ້າງ ຄູອາຈານ ແລະ ນັກສຶກສາຈໍານວນໜຶ່ງຈະໄດ້ຮັບການເຝິກອົບຮົມ ແລະ ສອບເສັງວັດລະດັບ ເພື່ອກຽມພ້ອມຮອງຮັບໃນການເປີດສູນ ພ້ອມນັ້ນ ຜູ້ບໍລິຫານຈໍານວນໜຶ່ງຈະໄດ້ເຂົ້າຮ່ວມການເຝິກອົບຮົມຜູ້ບໍລິຫານຂັ້ນສູງ ທີ່ ສປ ຈີນ ອີກດ້ວຍ.

    ໂຄງການດັ່ງກ່າວ ເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ດ້ວຍມູນຄ່າສູງສູດເຖິງ 85,72 ລ້ານຢວນ (156,30 ຕື້ກີບ) ອີງຕາມສານແລກປ່ຽນທີ່ເຊັນກັນລະຫວ່າງລັດຖະບານແຫ່ງ ສປ ຈີນ ແລະ ລັດຖະບານແຫ່ງ ສປປ ລາວ ໃນຄັ້ງວັນທີ 22 ເມສາ 2020 ໂຄງການດັ່ງກ່າວ ໄດ້ມີການລິເລີ່ມເກັບກໍາຂໍ້ມູນ ແລະ ສໍາຫຼວດສຶກສາຄວາມເປັນໄປໄດ້ໂດຍສະຖາບັນອອກແບບວິສະວະກໍາເອເລັກໂຕຣນິກ ສປ ຈີນ ໃນວັນທີ 27 ມີນາ ປີ 2019 ຫາ ວັນທີ 17 ເມສາ ປີ 2019 ໂຄງການດັ່ງກ່າວ ເປັນໂຄງການທຳອິດທີ່ດຳເນີນການໃນຮູບແບບຝ່າຍລາວຈັດຕັ້ງປະຕິບັດເອງ ຄື: ຝ່າຍລາວມີໜ້າທີ່ຮັບຜິດຊອບໃນການຄັດເລືອກເອົາຜູ້ຮັບເໝົາ ລວມໂຄງການຈາກບັນຊີບໍລິສັດຈີນ ໂດຍຜ່ານຮູບແບບການປະມູນ ເພື່ອມາຮັບຜິດຊອບອອກແບບ ແລະ ກໍ່ສ້າງໂຄງການ ຜ່ານການຈັດຕັ້ງປະຕິບັດວຽກງານກະກຽມຕ່າງໆທີ່ຈຳເປັນໂດຍເຈົ້າຂອງໂຄງການ ແລະ ການດຳເນີນການປະມູນຢ່າງຖືກຕ້ອງຕາມລະບຽບຫຼັກການ ໃນວັນທີ 23 ທັນວາ 2021 ຄະນະຈັດຕັ້ງປະຕິບັດໂຄງການ ໄດ້ຄັດເລືອກບໍລິສັດທີ່ມີຄວາມພ້ອມທາງດ້ານເຕັກນິກ ແລະ ຖືກຕ້ອງຕາມເງື່ອນໄຂທີ່ກຳນົດໄວ້ ໂດຍແມ່ນກຸ່ມບໍລິສັດ ກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ຈໍາກັດ (China Railway Construction Group Co., Ltd) ໄດ້ຖືກຄັດເລືອກໃຫ້ເປັນຜູ້ຊະນະການປະມູນໂຄງການດັ່ງກ່າວ ໃນມູນຄ່າລວມຂອງການກໍ່ສ້າງແມ່ນ 85.289.720 ຢວນ (155,47 ຕື້ກີບ) ໄລຍະເວລາຂອງການກໍ່ສ້າງທັງໝົດແມ່ນ 20 ເດືອນ ຄາດຄະເນວ່າຈະສາມາດເລີ່ມການກໍ່ສ້າງໃນທ້າຍເດືອນມີນາ ປີ 2022 ທີ່ຈະມາເຖິງນີ້ ແລະ ຈະສຳເລັດການກໍ່ສ້າງ ແລະ ສົ່ງມອບໂຄງການໃນທ້າຍເດືອນພະຈິກ ປີ 2023.

    ສໍາລັບໂຄງການຊ່ວຍເຫຼືອລ້າ ປັບປຸງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຖືໄດ້ວ່າເປັນໜື່ງໂຄງການສໍາຄັນໃນການຊ່ວຍຍົກລະດັບສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃຫ້ກາຍເປັນສະຖາບັນໜຶ່ງໃນການຊ່ວຍສ້າງ ແລະ ພັດທະນາບຸຄະລາກອນໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ອອກຮັບໃຊ້ສັງຄົມເພື່ອຕອບສະໜອງໃຫ້ແກ່ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ຂອງລັດຖະບານ ສປປ ລາວ.

# ຂ່າວ – ພາບ : ສີພອນ

error: Content is protected !!