ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຮ່ວມມື

     ກອງປະຊຸມຄະນະຊີ້ນຳແຜນງານຮ່ວມມື ວ່າດ້ວຍການເພີ່ມປະສິດທິພາບຂອງງົບປະມານພາກລັດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໄດ້ຈັດຂຶ້ນວັນທີ 10 ມີນາ 2022 ຢູ່ໂຮງແຮມ ລາວພລາຊາ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ຊາຣາ ເຊເກນເນສ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຈາກຂະແໜງການ ແລະ ຄູ່ຮ່ວມພັດທະນາທັງແບບຊ້ອງໜ້າ ແລະ ອອນລາຍ.

    ກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຮ່ວມມືດັ່ງກ່າວ ພ້ອມທັງປຶກສາຫາລືແຜນວຽກທີ່ຍັງເຫຼືອສໍາລັບປີ 2022 ເຊິ່ງໄດ້ຮັບການສະໜັບສະໜູນຈາກກອງທຶນຮ່ວມ SDG ເວົ້າລວມແລ້ວ ແຜນງານດັ່ງກ່າວແມ່ນສຸມໃສ່ການສະໜັບສະໜູນການສ້າງຍຸດທະສາດການການເງິນ ເພື່ອຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ IX (2021-2025) ເຊິ່ງຜູ້ຈັດຕັ້ງປະຕິບັດຕົ້ນຕໍ ມີກະຊວງແຜນການ ແລະ ການລົງທຶນ ກະຊວງການເງິນ ແລະ ກະຊວງສາທາລະນະສຸກ ໂດຍປະສານສົມທົບດ້ານວິຊາການຢ່າງໃກ້ຊິດກັບ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ຈັດຕັ້ງປະຕິບັດຮ່ວມກັບອົງການກອງທຶນພັດທະ ນາທຶນຂອງສະຫະປະຊາຊາດ (UNCDF) ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ນອກຈາກນີ້ ແຜນງານນີ້ຖືວ່າເປັນໜຶ່ງໃນການສະໜັບສະໜູນຕົ້ນຕໍຂອງອົງການສະຫະປະຊາຊາດ (ສປຊ) ດ້ານການສະໜອງທຶນເພື່ອການພັດທະນາໃນ ສປປ ລາວ ຄຽງຄູ່ກັບການຂະຫຍາຍການມີສ່ວນຮ່ວມ ຂອງບັນດາຄູ່ຮ່ວມພັດທະນາທັງຂອງອົງການ ສປຊ ແລະ ທີ່ບໍ່ແມ່ນອົງການ ສປຊ.

     ທ່ານນາງ ຊາຣາ ເຊເກນເນສ ໄດ້ເນັ້ນວ່າ:ຈໍານວນຄູ່ຮ່ວມພັດທະນາທີ່ໄດ້ມີສ່ວນຮ່ວມດ້ານວິຊາການໃນການຈັດຕັ້ງປະຕິບັດວຽກງານນີ້ແມ່ນເພີ່ມຂຶ້ນ ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງວຽກງານດັ່ງກ່າວ ເຊິ່ງເປັນປັດໄຈສຳຄັນທີ່ຈະຊ່ວຍໃຫ້ວຽກງານນີ້ປະສົບຜົນສຳເລັດ ແລະ  ຂ້າພະເຈົ້າຫວັງວ່າພວກເຮົາຈະສາມາດເສີມຂະ ຫຍາຍການຮ່ວມມືນີ້ໃຫ້ນັບມື້ນັບກວ້າງອອກໃນຕໍ່ໜ້າ.

    ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າຂອງວຽກງານດັ່ງກ່າວ ທີ່ເຫັນວ່າມີຫຼາຍພໍສົມ ຄວນ ລວມທັງການຮັບຮອງເອົາຂະບວນການໃນການສ້າງຍຸດທະສາດການເງິນ ທີ່ກອງປະຊຸມໂຕະມົນລະດັບສູງ ໃນເດືອນພະຈິກ 2021 ນອກຈາກນີ້ ຍັງໄດ້ປຶກສາຫາລືກ່ຽວກັບບັນດາແຜນວຽກແຕ່ນີ້ຮອດເດືອນກັນຍາ 2022 ລວມທັງການປັບປຸງຍຸດທະສາດການເງິນສະບັບສົມບູນ ຕາມຜົນຂອງປຶກສາຫາລື ແລະ ປັບປຸງໃນແຕ່ລະຄັ້ງ ເຊິ່ງຄາດວ່າຈະສໍາເລັດໃນໄລຍະ 2-3 ເດືອນທີ່ຈະມາເຖິງນີ້.

    ທ່ານນາງ ພອນ​ວັນ ອຸ​ທະ​ວົງ ໄດ້ເນັ້ນໜັກ​ຕື່ມວ່າ:ການ​ສ້າງຍຸດ​ທະ​ສາດ​ການ​ເງິນ​ທີ່ອີງໃສ່​ສະພາບຄວາມເປັນຈິງຂອງ ສປປ ​ລາວ ໂດຍ​ການ​ປຶກ​ສາ​ຫາ​ລື​ກັບ​ທຸກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ແມ່ນຈະຊ່ວຍໃຫ້ພວກເຮົາສາມາດສ້າງຍຸດທະສາດການເງິນທີ່ມີຄວາມແທດເໝາະ ແລະ ສອດຄ່ອງກັບນະໂຍບາຍແຫ່ງຊາດ ກໍຄືບັນ​ດາ​ແຜນ​ການ ແລະ ຍຸດ​ທະ​ສາດ​ຕ່າງໆທີ່​ມີ​ຢູ່ໃນປັດຈຸບັນ ເພື່ອຮັບປະກັນການສະໜອງທຶນແບບຍືນຍົງ ແນໃສ່ບັນລຸ​ເປົ້າ​ໝາຍການ​ພັດ​ທະ​ນາ​ແຫ່ງ​ຊາດໃຫ້ໄດ້ຕາມຄາດໝາຍ.

    ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ຍັງໄດ້ສະແດງຄວາມໝາຍໝັ້ນໃນການສືບຕໍ່ແຜນງານຮ່ວມມື ໄລຍະທີສອງ ໂດຍອີງໃສ່ຜົນສໍາເລັດຂອງການຮ່ວມມືໃນໄລຍະຜ່ານມາ ແລະ ຄວາມເປັນໄປໄດ້ໃນການລະດົມການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາຕ່າງໆ ເຊິ່ງແຜນງານໄລຍະທີສອງ ຈະເປັນໂອກາດທີ່ດີໃນການສືບຕໍ່ວຽກງານການຈັດຕັ້ງປະຕິບັດຍຸດທະສາດການເງິນ ໂດຍສະເພາະ ການສ້າງຄວາມກົມກຽວ ແລະ ຍົກສູງປະສິດທິພາບລະຫວ່າງການວາງແຜນ ແລະ ການກຳນົດງົບປະມານໃຫ້ນັບມື້ນັບດີຂຶ້ນ ແລະ ສົ່ງເສີມການເຮັດວຽກແບບເປັນລະບົບເພື່ອພ້ອມກັນແກ້ໄຂບັນຫາ ແລະ ສິ່ງທ້າທາຍທາງດ້ານການເງິນ.

# ຂ່າວ – ພາບ : ສີພອນ

error: Content is protected !!