ທ່ານຮອງນາຍົກລັດຖະມົນຕີ ສືບຕໍ່ຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.

    ວັນທີ 10 ມີນາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ສືບຕໍ່ເຄື່ອນໄຫວຕິດຕາມຊຸກຍູ້ການປະຕິບັດໂຄງການກໍ່ສ້າງໂຮງຮຽນມັດທະຍົມ ແລະ ວິຊາຊີບຕົວແບບ ມິດຕະພາບລາວ-ຫວຽດນາມ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນທີ່ເມືອງໜອງບົກ ແຂວງຄຳມ່ວນ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະນຳແຂວງ ຕາງໜ້າພະແນກການ ການນຳເມືອງໜອງບົກ ຕາງບໍລິສັດ ແລະ ປະຊາຊົນບ້ານທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.

    ການເຄື່ອນໄຫວຕິດຕາມຊຸກຍູ້ໂຄງການກໍ່ສ້າງໂຮງຮຽນມັດທະຍົມ ແລະ ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ຂອງທ່ານຮອງນາຍົກລັດຖະມົນຕີຄັ້ງນີ້ ຄະນະຮັບຜິດຊອບໂຄງການໄດ້ລາຍງານກ່ຽວກັບໂຄງການດັ່ງກ່າວ ເຊິ່ງຕັ້ງຢູ່ບ້ານສອງເໝືອງ ເມືອງໜອງບົກ ໂດຍໄດ້ກຳນົດເອົາໂຮງຮຽນມັດທະຍົມສອງເໜືອງເປັນບ່ອນສ້າງຕັ້ງ ເພື່ອໃຫ້ຕິດພັນກັບສະຖານທີ່ປະຫວັດສາດ ການຄື່ອນໄຫວຂອງປະ ທານໂຮ່ຈິມິນ ໄດ້ຮັບທຶນການກໍ່ສ້າງຈາກລັດຖະບານແຫ່ງ ສສ.ຫວຽດນາມ ມູນຄ່າ 5.000.000 ໂດລາສະຫະລັດ ຫຼື ປະມານ 57,7 ຕື້ກີບ ໂດຍໄດ້ຈັດສັນງົບປະມານເຂົ້າໃນການປັບປຸງພື້ນຖານໂຄງລ່າງ 3.000.000 ໂດລາ ນຳໃຊ້ເຂົ້າໃນການສະໜອງອຸປະກອນເຕັກນິກ ແລະ ວັດສະດຸ 1.000.000 ກວ່າໂດລາ ແລະ ວຽກງານວິຊາການ ເຝິກອົບຮົມ ບໍລິຫານ 500.000 ໂດລາສະຫະລັດ ໄດ້ເຊັນສັນຍາຮັບເໝົາກໍ່ສ້າງ ລະຫວ່າງກະຊວງສຶກສາທິການ ແລະ ກີລາ ກັບບໍລິສັດ ຈິດຈະເລີນ ກໍ່ສ້າງຈຳກັດ ໃນໄລຍະເວລາ 11 ເດືອນ ມູນຄ່າ 2.000.000 ໂດລາ ກິດຈະການກໍ່ສ້າງປະກອບມີ:ອາຄານຮຽນ 4 ຫຼັງ ອາຄານບໍລິຫານ 1 ຫຼັງ ກໍ່ສ້າງຫໍພັກ 2 ຊັ້ນ 3 ຫຼັງ ຫ້ອງທົດລອງ 1 ຫຼັັງ ໂຮງຊ່າງ 4 ຫຼັງ (ໄຟຟ້າ ສ້ອມແປງ ກໍ່ສ້າງເຄຫະສະຖານ ແລະ ກະສິກໍາ) ນອກນັ້ນ ຍັງມີຫ້ອງນໍ້າຍິງ-ຊາຍ ເສັ້ນທາງສັນຈອນພາຍໃນໂຮງຮຽນ ລະ ບົບນໍ້າໃຊ້-ນໍ້າເສຍ ແລະ ອື່ນໆ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນມັງກອນ 2022 ມາຮອດປັດຈຸບັນ ສຳເລັດແລ້ວ 13%.

    ຈາກນັ້ນ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເດີນທາງໄປເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າເຊບັ້ງໄຟ ທີ່ບ້ານນາວາງໃຫຍ່ ເມືອງໜອງບົກ ເຊິ່ງໂຄງການນີ້ ໄດ້ເລີ່ມກໍ່ສ້າງໃນທ້າຍເດືອນເມສາ 2021 ແລະ ສຳເລັດ 100% ໃນວັນທີ 2 ກໍລະກົດ 2021 ສໍາເລັດກ່ອນແຜນການທີ່ວາງໄວ້ປະມານ 3 ເດືອນ ມູນຄ່າການກໍ່ສ້າງທັງໝົດ 7,95 ຕື້ກວ່າກີບ ໂດຍແມ່ນພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ດີເອັມ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!