ນາຊາຍທອງເລັ່ງຊຸກຍູ້ການຜະລິດລະດູແລ້ງ

   ປັດຈຸບັນ ຊາວກະສິກອນທົ່ວເມືອງນາຊາຍທອງ ໄດ້ຂຸ້ນຂ້ຽວເລັ່ງເຮັດການຜະລິດລະດູແລ້ງ ໂດຍສະເພາະແມ່ນໄດ້ສຸມໃສ່ການຜະລິດເຂົ້ານາແຊງ ກໍຄືການປູກພືດຜັກລະດູແລ້ງ.

    ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກຳປ່າໄມ້ເມືອງນາຊາຍທອ ງໄດ້ໃຫ້ສຳພາດໃນເມື່ອບໍ່ດົນຜ່ານມາວ່າ:  ຕໍ່ກັບວຽກງານຊຸກຍູ້ການຜະລິດເຂົ້ານາແຊງ   ທົ່ວເມືອງນາຊາຍທອງມີແຜນປູກເຂົ້ານາແຊງທັງໝົດ 4.700 ເຮັກຕາ ແຜນການນຳໃຊ້ແນວພັນ 376 ໂຕນ ຄາດຄະເນຜະລິດຕະພາບ 4,61 ໂຕນຕໍ່ເຮັກຕາ ຄາດຄະເນຜົນຜະລິດ 21,667 ໂຕນ ມາຮອດປັດຈຸບັນ ປູກເຂົ້ານາແຊງປະຕິບັດໄດ້  3.345 ເຮັກຕາ ເທົ່າກັບ 71,17% ຂອງເນື້ອທີ່ແຜນການ ໃນນີ້ ນາຫວ່ານໄດ້ 2,582,52 ເຮັກຕາ ນາດຳທົ່ວໄປ 762 ເຮັກຕາ ດຳດ້ວຍກົນຈັກ 0,48 ເຮັກຕາ .

         ພ້ອມດຽວກັນນັ້ນ ກໍໄດ້ເອົາໃຈໃສ່ວຽກງານຜະລິດພືດຜັກລະດູແລ້ງ ໃນນີ້ ຜັກກິນໃບ ເນື້ອທີ່ແຜນການ 162 ເຮັກຕາ ປະຕິບັດໄດ້ແລ້ວ 84% ໝາກແຕງ ເນື້ອທີ່ແຜນການ 200 ເຮັກຕາ ປະຕິບັດໄດ້ 108 ເຮັກຕາ   ໝາກຖົ່ວແຜນການ 90 ເຮັກຕາ ປະຕິບັດໄດ້ 51 ເຮັກຕາ ໝາກເຜັດ ແຜນການ 20 ເຮັກຕາ ປະຕິບັດໄດ້ 15 ເຮັກຕາ ໝາກເຂືອ ແຜນການ 5 ເຮັກຕາ ປະຕິບັດໄດ້ 8 ເຮັກຕາ  ໝາກໂມແຜນການ 50 ເຮັກຕາ ປະຕິບັດໄດ້ 20 ເຮັກຕາ ໝາກອຶ ແຜນການ 30 ເຮັກຕາ ປະຕິບັດໄດ້ 22 ເຮັກຕາ ຂີງຂ່າ ຫົວສີໄຄ ແຜນການ 13 ເຮັກຕາ ປະຕິບັດໄດ້ 10 ເຮັກຕາ ສາລີຫວານ ເນື້ອທີ່ແຜນການ 200 ເຮັກຕາ ປະຕິບັດໄດ້ 99 ເຮັກຕາ ສາລີແຂງ ແຜນການ 160 ເຮັກຕາ ປະຕິບັດໄດ້ 30 ເຮັກຕາ ມັນຕົ້ນ ແຜນການ 192 ເຮັກຕາ ປະຕິບັດໄດ້ 30 ເຮັກຕາ ແລະ ໄດ້ຕິດຕາມປະຊາຊົນເກັບກູ້ມັນຕົ້ນ ມາຮອດປັດຈຸບັນ ໄດ້ 290 ເຮັກຕາ ເກັບກູ້ສາລີແຂງສຳເລັດ100%.

         ທົ່ວເມືອງນາຊາຍທອງມີລະບົບຊົນລະປະທານທັງໝົດ 16 ແຫ່ງ ປະເພດອ່າງເກັບນໍ້າ 4 ແຫ່ງ ປະຕູນໍ້າ 9 ແຫ່ງ ຝາຍນໍ້າລົ້ນ 2 ແຫ່ງ ສະຖານີສູບນໍ້າ 1 ສະຖານີ ເພື່ອຮອງຮັບການຜະລິດລະດູແລ້ງ ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ວາງແຜນການອະນາໄມຄອງເໝືອງ 1,5 ເຮັກຕາ ປະຕິບັດລ່ວງຄອງຜືໄດ້ 0,48 ເຮັກຕາເທົ່າກັບ 32%.

         ສຳລັບທິດທາງແຜນການໃນຕໍ່ໜ້າ ແມ່ນຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມການປູກພືດສຳຮອງລະດູແລ້ງ ຊຸກຍູ້ຕິດຕາມການປູກເຂົ້ານາແຊງຂອງຊາວກະສິກອນ ສົມທົບກັບໂຄງການຕ່າງໆ ລົງຊຸກຍູ້ສົ່ງເສີມຊາວກະສິກອນພາຍໃນເມືອງ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!