ເຜີຍແຜ່ກ່ຽວກັບການເຄື່ອນໄຫວວຽກງານອາຊຽນ ຂອງ ສປປ ລາວ

      ວັນທີ 10 ມີນາ 2022 ທີ່ຫ້ອງວ່າການແຂວງຫຼວງພະບາງ ກົມອາຊຽນ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາເຜີຍແຜ່ກ່ຽວກັບການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ໃຫ້ບັນດາຈຸດ ປະສານງານອາຊຽນ​ຂອງ​ບັນ​ດາແຂວງພາກເໜືອ ໂດຍມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໃຫ້​ກຽດກ່າວເປີດ ​ແລະ ມີ​ຜູ້ຕາງ​ໜ້າຈາກພະແນກການຕ່າງປະເທດ ແລະ ພະ​ແນກ​ທີ່​ກ່ຽວ​ຂ້ອງຂອງ 8 ແຂວງພາກເໜືອ ທັງ​ຫມົດ 50 ທ່ານເຂົ້າ​ຮ່ວມ.

    ກອງປະຊຸມ​ສໍາມະນາຄັ້ງ​ນີ້ ເປັນໜື່ງໃນກິດຈະກຳທີ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນໂດຍສູນອາຊຽນ-ຍີ່​ປຸ່ນ. ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາຄັ້ງນີ້ ​ຜູ້​ຕາງໜ້າ​ຈາກ​​ບັນ​ດາກະ​ຊວງ​ທີ່​ຮັບ​ຜິດ​ຊອບ 3 ເສົາຄໍ້າປະ​ຊາ​ຄົມ​ອາ​ຊຽນ ໄດ້​ຂື້ນ​ບັນ​ລະ​ບາຍ​ສະ​ຫຼຸບ​ການ​ເຄື່ອນ​ໄຫວ​​ວຽກ​ງານອາ​ຊຽນໃນ​ແ​ຕ່ລະ​ເສົາ​ຄ້ຳ​ຄື: ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ສະ​ຫລຸບ​ວຽກ​ງານເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ລວມ​ທັງຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມທີ່ກ່ຽວຂ້ອງ ແລະ ການປະກອບສ່ວນຂອງການຮ່ວມມື ອາຊຽນ-ຍີ່ປຸ່ນ ເຂົ້າໃນການສ້າງປະຊາຄົມອາຊຽນ; ກະ​ຊວງ​ອຸດ​ສະ​ຫະ​ກຳ ແລະ ການ​ຄ້າ ໄດ້​ສະ​ຫລຸບ​ວຽກ​ງານ ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໄດ້​ສະຫຼຸບ​ວຽກ​ງານເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນ. ພ້ອມນີ້ ຍັງໄດ້ຮັບຟັງການບັນຍາຍ ແລະ ແລກປ່ຽນຄຳ​ຄິດ​ຄຳ​ເຫັນກ່ຽວກັບການຮ່ວມມືດ້ານເສດຖະກິດພາກພື້ນ ແລະ ອະນຸພາກພື້ນ ແລະ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບວຽກງານການປະສານງານດ້ານການພົວພັນຕ່າງປະເທດລະຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ພະແນກການຕ່າງປະເທດຂອງແຂວງ.

    ​ໃນ​ໂອ​ກາດນິີ້ ກົມອາຊຽນ ກະຊວງການຕ່າງປະເທດ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບການກະກຽມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ເຊິ່ງໄດ້​ເລີ່ມດໍາເນີນການກະກຽມດ້ານຕ່າງໆ ເປັນ​ຕົ້ນ ໄດ້ສໍາເລັດ​ການ​ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນໃນປີ 2024 ລົງນາມໂດຍພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ນັບ​ແຕ່ ສ​ປ​ປ ລາວ ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ ໃນ​ວັນ​ທີ 23 ກໍ​ລະ​ກົດ 1997 ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນມາ​ແລ້ວ 2 ຄັ້ງຄື: ໃນປີ 2004-2005 ແລະ ໃນປີ 2016.

     ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງນີ້ ບັນດາຜູ້ຕາງໜ້າຈາກ 8 ແຂວງພາກເໜືອ ​ໄດ້ແຈ້ງກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນການພັດທະນາເສດຖະກິດ-ສັງຄົມຂອງແຂວງຕົນ ກໍຄືຂໍ້ສະເໜີ ແລະ ທິດທາງແຜນການໃນການເຄື່ອນໄຫວວຽກງານການຕ່າງປະເທດໃນຂອບອາຊຽນ ໂດຍສະເພາະຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ລວມ​ທັງການຊຸກຍູ້-ຍາດແຍ່ງການລົງທຶນຈາກຕ່າງປະເທດເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາແຂວງ..

# ຂ່າວ & ພາບ : ໄຊບັນດິດ

error: Content is protected !!