ທໍາລາຍສິນຄ້ານອກລະບົບທີ່ນໍາເຂົ້າໂດຍບໍ່ຖືກຕ້ອງ

    ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຈັດພິທີທໍາລາຍສິນຄ້ານອກລະບົບປະເພດຈານດາວທຽມ ແລະ ອຸປະກອນເຄື່ອງຮັບສັນຍານດາວທຽມທີ່ນໍາເຂົ້າ ແລະ ຈໍາໜ່າຍໂດຍບໍ່ຖືກຕ້ອງ ໄດ້ຈັດຂຶ້ນວັນທີ 10 ມີນາ 2022 ທີ່ສູນບໍາບັດຂີ້ເຫຍື້ອຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນັນຕາ ສານຸວົງ ໃຫ້ສໍາພາດວ່າ: ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ສົມທົບກັບຕໍາຫຼວດປ້ອງກັນເສດຖະກິດນະຄອນຫຼວງວຽງຈັນ ແລະ ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ລົງກວດກາສິນຄ້າປະເພດຈານດາວທຽມ ແລະ ເຄື່ອງຮັບສັນຍານໂທລະພາບນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງຕາມລະບຽບການຕາມເປົ້າໝາຍ ຢູ່ສາງບ້ານໂພນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການກວດການຄັ້ງນີ້ ສາມາດພົບເຫັນສິນຄ້າທີ່ລະເມີດຕໍ່ແຈ້ງການສະບັບເລກທີ 1989/ຫສນຍ.ກຄສ ເຊິ່ງເປັນການນໍາເຂົ້າ ແລະ ຈໍາໜ່າຍໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ສິນຄ້າບໍ່ໄດ້ເສຍພາສີ ແລະ ບໍ່ໄດ້ມາດຕະຖານ ປະກອບມີ ເຄື່ອງຮັບສັນຍານ 879 ເຄື່ອງ ຫົວດູດສັນຍານ 320 ຫົວ ຣີໂໝດ 5.000 ອັນ ຂາຕັ້ງຈານ 8 ຂາ ລວມມູນຄ່າ 292.200.000 ກີບ ຫຼັງຈາກນັ້ນ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງວ່າດ້ວຍການຮິບ ແລະ ທໍາລາຍສິນຄ້ານອກລະບົບ ສະບັບເລກທີ 0333/ອຄ.ນວ.ຄພນ ສ່ວນທິດທາງໃນຕໍ່ໜ້າ ພະແນກດັ່ງກ່າວຈະສືບຕໍ່ສົມທົບກັບທຸກຂະແໜງການທີ່ກ່າວມານັ້ນ ລົງຕິດຕາມການນໍາເຂົ້າ ແລະ ຈໍາໜ່າຍສິນຄ້າປະເພດຈານດາວທຽມ ເຄື່ອງຮັບສັນຍານໂທລະພາບທີ່ນໍາເຂົ້າ ແລະ ຈໍາໜ່າຍບໍ່ຖືກຕ້ອງຕາມລະບຽບການເປັນໄລຍະ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!