ກັກຕົວເປົ້າໝາຍຊື້-ຂາຍ ຢາເສບຕິດ ໄດ້ 2 ຄົນ ພ້ອມຂອງກາງຢາບ້າ 3 ລ້ານກວ່າເມັດ ຢາໄອສ໌ 25 ກິໂລ

    ທ່ານ ພັທ ບົວທອງ ບໍລິບານ ຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 8 ມີນາ 2022 ນີ້ວ່າ: ໃນວັນທີ 3 ມີນາ 2022 ຜ່ານມາ ເຈົ້າໜ້າທີ່ວິຊາສະເພາະ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ  ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງວຽງຈັນ  ສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງໝື່ນ ໄດ້ຕັ້ງດ່ານຈຸດກວດກາຢູ່ເສັ້ນທາງ ບ້ານນໍ້າຮີ້ ເມືອງໝື່ນ ແຂວງວຽງຈັນ ໄດ້ພົບເຫັນເປົ້າໝາຍທີ່ຕ້ອງສົງໄສ ຈຶ່ງໄດ້ລັດກວດກາພາຫະນະ ຜ່ານການກວດຄົ້ນລົດກະບະຍີ້ຫໍ້ໂຕໂຍຕາ ຣີໂວ ສີເທົາ 1 ຄັນ ໝາຍເລກທະບຽນ ກມ 9808 ກໍາແພງນະຄອນ ຂັບຂີ່ໂດຍນາງ ບຸດສະດີ ອາຍຸ 50 ປີ ອາຊີບ ຄ້າ-ຂາຍ ຢູ່ບ້ານ ທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ພ້ອມກວດພົບເຫັນຂອງກາງ ຢາບ້າ ຈໍານວນ 700 ມັດ ເທົ່າກັບ 1.400.000 ເມັດ ເງີນກີບ 950.000 ກີບ ເງີນບາດ 7.900 ບາດ ສາຍແຂນສີເຫຼືອງຄ້າຍຄືຄໍາ 1 ວົງ ໂມງ 1 ໜ່ວຍ ໂທລະສັບ 2 ໜ່ວຍ ແລະ ລົດກະບະ ຍິ່ຫໍ້ຣີໂວ ສີຂາວ ເລກທະບຽນ ກຫ 5532 ກໍາແພງນະຄອນ ຂັບຂີ່ໂດຍ ນາງ ກັນຕິລາ ຫຼື ຕຸກຕາ ອາຍຸ 46 ປີ ອາຊີບ ຄ້າ-ຂາຍ ຢູ່ບ້ານ ວັດໄຕນ້ອຍ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມຢາບ້າຈໍານວນ 999 ມັດ ເທົ່າກັບ 1.998.000 ເມັດ ຢາໄອສ໊ ຈໍານວນ 25 ຫໍ່ ເທົ່າກັບ 25 ກິໂລກຣາມ ເງິນໂດລາ 302 ໂດລາ, ຕຸ້ມຫູ ສີເຫຼືອງຄ້າຍຄືຄໍາ 1 ຄູ່ ສາຍຄໍເລດ 1 ເສັ້ນ ເງິນກີບ 999.000 ກີບ ເງີນບາດ 4.350 ບາດ, ໂທລະສັບໄອໂຟນ 2 ເຄື່ອງ ລວມຢາເສບຕິດທັງໝົດ 1.699 ມັດ ເທົ່າກັບ 3.398.000 ເມັດ ຢາໄອສ໊ 25 ກິໂລກຣາມ ມາສອບສວນ.

    ທ່ານຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນ ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ກໍາລັງເລັ່ງສອບສວນພວກຖືກຫາທັງ 2 ຄົນ ເພື່ອຂະຫາຍຜົນຊອກຫາກຸ່ມແກ້ງຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ທ່ານຍັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າທີ່ດຳລົງຊີວິດຢູ່ໃນ ສປປ ລາວ ເວົ້າລວມ ເວົ້າສະເພາະຢູ່ແຂວງວຽງຈັນ ຈົ່ງພ້ອມກັນຊ່ວຍເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນບຸກຄົນ ກຸ່ມຄົນໃດ ມີການເຄື່ອນໄຫວທີ່ຜິດຕໍ່ລະບຽບກົດໝາຍ ໃຫ້ລາຍງານຕໍ່ອຳນາດການປົກຄອງບ້ານ ຫຼື ເຈົ້າໜ້າທີ່ ເພື່ອຈະໄດ້ແກ້ໄຂໃຫ້ທັນກັບສະພາບການ ພ້ອມກັນນັ້ນ ກໍໃຫ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ໃນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໂດຍໃຫ້ເປັນໜ້າທີ່ ພັນທະ ແລະ ຄວາມຮັບຜິດຂອງທຸກພາກສ່ວນໃນສັງຄົມ ເພື່ອເຮັດໃຫ້ປະເທດເທດຊາດ ກໍຄືສັງຄົມລາວມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ.

error: Content is protected !!