ພຮລ-Annamite Resources Laos ຮ່ວມມືສຶກສາຊອກເຂດທີ່ມີທ່າແຮງດ້ານແຮ່ທາດ

    ພິທີລົງນາມສັນຍາຮ່ວມມື ເພື່ອຂໍອະນຸຍາດສໍາປະທານກັບລັດຖະບານ ໃນການລົງທຶນພັດທະນາແຮ່ທາດ ລະຫວ່າງລັດວິສາຫະກິດພັດທະນາແຮ່ທາດລາວ (ພຮລ) ແລະ ບໍລິສັດ Annamite Resources Laos Co., Ltd ຈັດຂຶ້ນວັນທີ 9 ມີນາ 2022 ຢູ່ຮງແຮມຄຣາວພລາຊາ ເຊິ່ງລົງນາມໂດຍທ່ານ ບຸນຍົງ ສີດາວົງ ຜູ້ອຳນວຍການ ພຮລ ແລະ ທ່ານ Didier Fohlen ປະທານບໍລິສັດ Annamite Resources Laos Co., Ltd ມີທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຫົວໜ້າຫ້ອງການ ບັນດາກົມ ຄະນະບໍລິຫານຂອງສອງບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ບຸນຍົງ ສີດາວົງ ກ່າວວ່າ: ການລົງນາມສັນຍາຮ່ວມມືຄັ້ງນີ້ ເພື່ອເປົ້າໝາຍສຶກສາຊອກເຂດທີ່ມີທ່າແຮງດ້ານແຮ່ທາດຮ່ວມກັນ ເພື່ອນໍາສະເໜີຂໍອະນຸຍາດສຳປະທານນໍາລັດຖະບານ ສປປ ລາວ ຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ ເຊິ່ງການຕົກລົງຮ່ວມມືດັ່ງກ່າວ ໄດ້ຜ່ານການສຶກສາເຊິ່ງກັນ ແລະ ກັນ ບໍລິສັດ Annamite Resources Laos Co., Ltd ເປັນບໍລິສັດໜຶ່ງທີ່ມີຄວາມພ້ອມ ແລະ ຕັ້ງໃຈຢາກເຂົ້າມາລົງທຶນດ້ານທໍລະນີສາດ ແລະ ບໍ່ແຮ່ ຢູ່ ສປປ ລາວ ບວກກັບຄວາມພະຍາຍາມຂອງ ພຮລ ໃນການຊອກຫາກາລະໂອກາດເພື່ອກໍ່ສ້າງຕົນເອງໃຫ້ມີຄວາມເຂັ້ມແຂງ ແລະ ກ້າວຂຶ້ນເປັນວິສາຫະກິດທີ່ສາມາດເປັນເສນາທິການທີ່ດີຂອງກະຊວງພະລັງງານ ແລະ ບໍ່ແຮ່ ກໍຄືລັດຖະບານ ສປປ ລາວ ສາມາດປະກອບສ່ວນສຳຄັນໃນຂະບວນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ການຮ່ວມມືຈະປາກົດເປັນຮູບປະທໍາໄດ້ ກໍຕໍ່ເມື່ອພວກເຮົາໄດ້ຮັບອະນຸຍາດສໍາປະທານຈາກລັດຖະບານ ໃນການດຳເນີນໂຄງການສໍາຫຼວດ ແລະ ພັດະນາບໍ່ແຮ່ ຮ່ວມກັນ ການຊອກຫາເຂດແຮ່ທາດ ເພື່ອນໍາສະເໜີລັດຖະບານ ຈຶ່ງເປັນບັນຫາສໍາຄັນຕົ້ນຕໍຂອງພວກເຮົາ ຫວັງຢ່າງຍິ່ງ ແລະ ເຊື່ອໝັ້ນຢ່າງສູງວ່າ ໂດຍການສະໜັບສະໜູນຈາກການນໍາກະຊວງພະລັງງານ  ແລະ  ບໍ່ແຮ່  ແລະ ພາກສ່ວນຕ່າງໆ  ຈະເຮັດໃຫ້ເປົ້າໝາຍການຮ່ວມມືຂອງສອງບໍລິສັດພວກເຮົາປາກົດຜົນເປັນຈິງ ແລະ ຂໍຢັ້ງຢືນວ່າພວກເຮົາຈະສຸມທຸກຄວາມສາມາດ ຮ່ວມມືກັບບໍລິສັດ Annamite Resources Laos Co., Ltd ຈັດຕັ້ງປະຕິບັດເປົ້າໝາຍຂອງສັນຍາຮ່ວມມືສະບັບນີ້ ກໍຄືສັນຍາສຳປະທານກັບລັດຖະບານໃນອະນາຄົດໃຫ້ເກີດປະໂຫຍດສູງສຸດ.

    ທ່ານ Didier Fohlen ກ່່າວວ່າ: ບໍລິສັດ Annamite Resources ສ້າງຕັ້ງປີ 2019 ຢູ່ປະເທດສິງກະໂປ ແລະ ໄດ້ສ້າງຕັ້ງບໍລິສັດ Annamite Resources Laos Co., Ltd ໃນກາງປີ 2020 ໃນໄລຍະເວລາສັ້ນ ແຕ່ເຫັນໄດ້ຜົນສຳເລັດທີ່ເກີດຂຶ້ນ ໂດຍສະເພາະການຮ່ວມມືກັບ ພຮລ ໃນຄັ້ງນີ້ ຄວາມຄາດຫວັງຂອງບໍລິສັດ Annamite Resources Laos Co., Ltd ແມ່ນການພັດທະນາແບບຍືນຍົງ ໃຫ້ຄວາມສໍາຄັນໃນການສໍາຫຼວດຊອກຄົ້ນແບບຖືກວິທີ ໂດຍບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ ພວກເຮົາຈະປະສານງານກັບອົງການຈັດຕັ້ງທ້ອງຖິ່ນ ພ້ອມທັງຈະສະໜັບສະໜູນການພັດທະນາຊຸມຊົນ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນອ້ອມຂ້າງໃຫ້ດີຂຶ້ນ ຖ້າຜົນການສໍາຫຼວດຊອກຄົ້ນຮ່ວມກັບ ພຮລ ເປັນຜົນໃນທາງບວກ ແນ່ນອນວ່າຈະນໍາໄປສູ່ການລະດົມທຶນຫຼາຍລ້ານໂດລາສະຫະລັດ ໃນປີ 2022 ເຊິ່ງຈະເປັນບາດກ້າວສໍາຄັນໃນການພັດທະນາ ການຂຸດຄົ້ນທີ່ທັນສະໄໝ ແລະ ການຊອກຫາແຫຼ່ງແຮ່ສະສົມທາງເສດຖະກິດແຫ່ງໃໝ່ ໂດຍບໍລິສັດ Annamite Resources Laos Co., Ltd ມີແຜນລົງ ທຶນຫຼາຍກວ່າ 10 ລ້ານໂດລາສະຫະລັດ ໃນໄລຍະ 2-3 ປີຂ້າງໜ້າ.

# ຂ່າວ & ພາບ : ສະບາໄພ

error: Content is protected !!