ສສກ ນໍາໃຊ້ງົບປະມານ 100 ລ້ານກີບ ເຂົ້າໃນການເຄື່ອນໄຫວກິດຈະກໍາທາງດ້ານວິຊາການ

    ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາ (ສສກ) ປະຈໍາປີ 2021 ຈັດຂຶ້ນລະຫວ່າງວັນທີ 10-11 ມີນາ 2022 ທີ່ສູນໄອຊີທີ ກະຊວງ ສສກ ໂດຍເປັນປະທານຂອງທ່ານ ຮສ ປອ ​ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍທ່ານຮອງລັດຖະມົນຕີກະຊວງ ສສກ ທ່ານຮອງປະທານຄະນະກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ທ່ານອະດີດການນຳກະຊວງ ສສກ ທ່ານຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຂກຖືກເຊີນ ຜູ້ບໍລິຫານການສຶກສາ-ກີລາ ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

    ໂອກາດນີ້ ທ່ານ ຮສ ປອ ​ພຸດ ສິມມາລາວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄຂຂຶ້ນໃນທ່າມກາງບັນຍາກາດພວມສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ສຸມຈິດສຸມໃຈໃສ່ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IX ແລະ ແຜນພັດທະນາວຽກງານສຶກສາ-ກີລາ ແລະ ວິທະຍາສາດ 5 ປີ ຄັ້ງທີ IX ໃນສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແພ່ລະບາດໃນຊຸມຊົນທັງພາຍໃນ ແລະ ປະເທດໃກ້ຄຽງ ປະສົມປະສານກັບສະພາບການຂອງໂລກທີ່ຍັງສືບຕໍ່ຜັນແປຢ່າງສັບສົນ ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງ ການຈັດຕັ້ງປະຕິິບັດແຜນພັດທະນາການສຶກສາ ແລະ ກີລາ ປະຈຳປີ 2021 ທິດທາງແຜນການປີ 2022 ລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມປະຈຳປີ 2021 ແນວທາງການປັບປຸງຄຸນນະພາບຂອງວຽກງານກີລາ ເພື່ອເຂົ້າແຂ່ງຂັນ ລາຍງານການບັນຈຸ ຈັດສັນຄູ ແລະ​ ບັນຫາຄູອາສາສະໝັກ ປີ​ 2021 ການແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຂະແໜງການສຶກສາ ແລະ ກີລາ ການຈັດສັນງົບປະມານທີ່ຕິດພັນກັບນະໂຍບາຍປະຢັດຂອງລັດຖະບານ ເຜີຍແຜ່ບົດລາຍງານກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ແນວທາງໃນການປັບປຸງວຽກງານວິທະຍາສາດໃນອະນາຄົດ ແລະ ແຜນການສະເຫຼີມສະຫຼອງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2022.

    ນອກນັ້ນຍັງຈະໄດ້ເບິ່ງຄືນແຜນການ 5 ປີ 3 ປີ ແລະ ແຜນການປີຂອງເຮົາ ລວມທັງບັນດາວຽກຈຸດສຸມຂອງແຕ່ລະຂະແໜງການຍ່ອຍ ເພື່ອຈະໄດ້ປັບດັດໃຫ້ແທດເໝາະ-ສອດສ່ອງກັບສະພາບປັດຈຸບັນ ເພື່ອຮັບມືກັບສະພາບຜັນແປເຫຼົ່ານັ້ນ ໄດ້ອອກຂອບແນວຄວາມຄິດກ່ຽວກັບການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນຂົງເຂດສຶກສາວິທະຍາສາດ ແລະ ກີລາ ໄດ້ຮ່ວມກັບກະຊວງສາທາລະນະສຸກ ແລະ ຄູ່ຮ່ວມພັດທະນາ ອອກມາດຕະການເພື່ອປະເມີນສະຖານການສຶກສາ ໃນການເປີດຮຽນຄືນ ການຈັດສັນງົບປະມານປີນີ້ 100 ລ້ານກີບ ໃຫ້ບັນດາເມືອງ ເພື່ອຈັດກິດຈະກຳທາງວິຊາການ ເນັ້ນໃສ່ເຝິກອົບຮົມຄູ ບຳລຸງນັກຮຽນອ່ອນ ແລະ ກິດຈະກຳທີ່ເຫັນວ່າຈຳເປັນ ເພື່ອປັບປຸງຄຸນນະພາບການຮຽນ ແລະ ເພີ່ມອັດຕາເຂົ້າຮຽນ ອອກຂໍ້ຕົກລົງວ່າດ້ວຍຈັນຍາບັນ ແລະ ຂໍ້ຫ້າມຂອງພະນັກງານ ແລະ ລັດຖະກອນຄູ ນິຕິກຳ ວ່າດ້ວຍມາດຕະການປະຢັດ ການໃຊ້ຈ່າຍງົບປະມານແຫ່ງລັດຂອງຂະແໜງການສຶກສາທິການ ແລະ ກີລາ ການປະສານງານ-ຮ່ວມມືກັບກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ໃນການຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການພວກເຮົາ ແລະ ອື່ນໆ ທັງນີ້ ເປັນພຽງບາງມາດຕະການທີ່ມະຫາພາກໄດ້ອອກມາເພື່ອເປັນບ່ອນອິງໃຫ້ແກ່ພວກເຮົາ ຈະຕ້ອງໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍຢ່າງມີຫົວຄິດປະດິດສ້າງ ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ ແຕ່ລະບ່ອນ ມີການປະສານງານຢ່າງໃກ້ຊິດກັບອົງການປົກຄອງທ້ອງຖິ່ນ ແລະ ໂດຍການມີສ່ວນຮ່ວມຂອງຊຸມຊົນ ແລະ ຜູ້ປົກຄອງນັກຮຽນ.

# ຂ່າວ & ພາບ : ບູນມີ

error: Content is protected !!