ຈັດງານວາງສະແດງສິນຄ້າເພື່ອສົ່ງເສີມສິນຄ້າພາຍໃນ

    ວັນທີ 4 ມີນາ 2022 ຜ່ານມາ ກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ຮ່ວມກັບສະຫະພັນແມ່ຍິງສະພາແຫ່ງຊາດ ໄດ້ຈັດງານວາງສະແດງສິນຄ້າຂຶ້ນທີ່ເດີ່ນຕໍ່ໜ້າຕຶກສະພາແຫ່ງຊາດຫຼັງເກົ່າ ນະຄອນຫຼວງວຽງຈັນ ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ (8/3/1910-8/3/2022) ພາຍໃຕ້ຄຳຂວັນຄວາມສະເໝີພາບຍິງ-ຊາຍໃນວັນນີ້ ເພື່ອຄວາມຍືນຍົງໃນອະນາຄົດ ມີທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ບັນດາທ່ານຮອງປະທານສະພາແຫ່ງຊາດ ພັນລະຍາການນຳ ຫົວໜ້າ ຮອງຫົວໜ້າກຳມາທິການ ນັກທຸລະກິດ ຜູ້ປະກອບການ ແລະ ສະມາຊິກສະຫະພັນແມ່ຍິງສະພາແຫ່ງຊາດເຂົ້າຮ່ວມ.

    ທ່ານ ນາງ ມະນີວັນ ເຢຍປາວເຮີ ປະທານສະຫະພັນແມ່ຍິງສະພາແຫ່ງຊາດ ໄດ້ກ່າວວ່າ: ໃນໂອກາດສະເຫຼີມ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ ສະຫະພັນແມ່ຍິງສະພາແຫ່ງຊາດໄດ້ຈັດໃຫ້ມີຫຼາຍກິດຈະກຳ ເປັນຕົ້ນຫວນຄືນມູນເຊື້ອວັນແມ່ຍິງສາກົນ ສະຫຼຸບວຽກງານການເຄື່ອນໄຫວຂອງສະຫະພັນແມ່ຍິງປີ 2021 ແລະ ວາງທິດທາງແຜນການປີ 2022 ມອບທຸງໄຊ ໃບຍ້ອງຍໍ ແລະ ໃບຊົມເຊີຍ 3 ດີໃຫ້ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນ 1 ປີຜ່ານມາ ນອກນີ້ ຍັງໄດ້ຮ່ວມກັບກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ຈັດງານວາງສະແດງ ແລະ ຂາຍສິນຄ້າ ພ້ອມທັງລະດົມທຶນເຂົ້າກອງທຶນດັ່ງກ່າວຕື່ມອີກ ອັນໄດ້ເຮັດໃຫ້ບັນຍາກາດພາຍໃນງານຄືກຄື້ນ.

    ສໍາລັບການຈັດງານວາງສະແດງສິນຄ້າຄັ້ງນີ້ ໄດ້ມີຫຼາຍພາກສ່ວນນໍາເອົາສິນຄ້າມາວາງສະແດງຂາຍ ເປັນ ຕົ້ນກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ທະນາຄານພົງສະຫວັນ ສະມາຄົມຄຸນຄ່າລາວ ໜ່ວຍສະຫະພັນແມ່ຍິງແຕ່ລະກຳມາທິການ ແລະ ບັນດາກົມ ເຊິ່ງພາຍໃນງານໄດ້ມີສິນຄ້າທີ່ຜະລິດຢູ່ພາຍໃນມາວາງສະແດງຂາຍເປັນຈຳນວນຫຼາຍລາຍການ ທັງນີ້ກໍເພື່ອເປັນການໂຄສະນາສິນຄ້າພາຍໃນທີ່ຄົນລາວຜະລິດໃຫ້ກວ້າງ ຂວາງ ແລະ ເປັນທີ່ຮູ້ຈັກຂອງສັງຄົມຫຼາຍຂຶ້ນເລື້ອຍໆ ຈະເປັນການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ປະຊາຊົນບັນດາເຜົ່າ ກໍຄືຜູ້ປະກອບການຕ່າງໆ.

   ໃນໂອກາດຈັດງານຄັ້ງນີ້ ຍັງມີຫົວໜ່ວຍທຸລະກິດໄດ້ປະກອບສ່ວນເປັນວັດຖຸເຂົ້າໃນກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ເພື່ອໄປຊ່ວຍເຫຼືອສັງຄົມ ແລະ ປະຊາຊົນຜູ້ທີ່ທຸກຍາກຂາດເຂີນ ຜູ້ໄດ້ຮັບຜົນກະທົບຈາກພະຍາດໂຄວິດ ທ່ານ ນາງ ສຸດສະດີ ລືໄຊ ປະທານບໍລິສັດ ສືໄຊກໍ່ສ້າງ ຈໍາກັດ ປະກອບສ່ວນວັດຖຸມູນຄ່າ 50 ລ້ານກີບ ແລະ ທະນາຄານພົງສະຫວັນ ປະກອບສ່ວນກ່ອງບໍລິຈາກ ແລະ ໂປສເຕີ ມູນຄ່າ 40,1 ລ້ານກີບ ກ່າວຮັບໂດຍທ່ານ ນາງ ວິພາວັນ ພົມວິຫານ ພັນລະຍາປະທານສະພາແຫ່ງຊາດ ປະທານກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ ນອກນີ້ ຍັງມີຫຼາຍພາກສ່ວນ ແລະ ບຸກຄົນສົບທົບເງິນເຂົ້າກອງທຶນຕື່ມອີກ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!