ສະຫະພັນແມ່ຍິງເມືອງນາຊາຍທອງ ສ້າງຕັ້ງກຸ່ມທ້ອນເງິນໄດ້ຫຼາຍກວ່າ 50 ກຸ່ມ ມີເງິນທ້ອນ 40 ຕື້ກວ່າກີບ

     ໃນໄລຍະຜ່ານມາ ຄະນະສະຫະພັນແມ່ຍິງເມືອງນາຊາຍທອງ ກໍຄືຄະນະສະຫະພັນແມ່ຍິງແຕ່ລະຮາກຖານ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງ ແລະ ເອື້ອຍນ້ອງແມ່ຍິງບັນດາເຜົ່າ ບັນດາຊັ້ນຄົນໃນທົ່ວເມືອງ ໄດ້ມີຄວາມເຊື່ອໝັ້ນຕໍ່ການປ່ຽນແປງໃໝ່ຂອງພັກ-ລັດ ມີຄວາມເປັນເອກະພາບ ມີນໍ້າໃຈຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ເຮັດສຳເລັດທຸກວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຕາມພາລະບົດບາດຂອງຕົນ.

    ໂອກາດນີ້ ທ່ານ ນາງ ສີວິໄລ ບຸນເຮືອງ ຮອງປະທານສະຫະພັນແມ່ຍິງເມືອງນາຊາຍທອງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ໃນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 112 ປີ ພາຍໃຕ້ຄຳຂວັນ ຄວາມສະເໝີພາບຍິງ-ຊາຍໃນມື້ນີ້ ເພື່ອຄວາມຍືນຍົງໃນອະນາຄົດ ຂຶ້ນໃນວັນທີ 10 ມີນາ 2022 ທີ່ ເມືອງນາຊາຍທອງ ວ່າ:ໃນໄລຍະຜ່ານມາ ສະຫະພັນແມ່ຍິງເມືອງນາຊາຍທອງໄດ້ເອົາໃຈໃສ່ປະຕິບັດວິຊາສະເພາະດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ເຮັດສຳເລັດທຸກວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຕາມພາລະບົດບາດຂອງຕົນ ໂດຍສະເພາະ ໄດ້ສ້າງຕັ້ງກອງທຶນສະສົມເພື່ອພັດທະນາແມ່ຍິງ ປັດຈຸບັນ ມີສະມາຊິກ 1.598 ຄົນ ຊາຍ 230 ຄົນ ໄດ້ຮັບເງິນສະສົມເຂົ້າກອງທຶນ 1 ປີຜ່ານມາ 47 ລ້ານກີບ ປັດຈຸບັນ ມີເງິນສະສົມກອງທຶນທັງໝົດ 99 ລ້ານກວ່າກີບ ຄຽງຄູ່ກັນນັ້ນ ໄດ້ສ້າງຕັ້ງກຸ່ມທ້ອນເງິນມີທັງໝົດ 57 ກຸ່ມ ມີສະມາຊິກທັງ ໝົດ 31.381 ຄົນ ມີສະມາຊິກສະຫວັດດີການ 29.933 ຄົນ ມີເງິນທ້ອນ 40 ຕື້ກວ່າກີບ ແລະ  ໄດ້ຖືເອົາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ  3  ດີ ເປັນຄາດໝາຍສູ້ຊົນທີ່ສຳຄັນຂອງການພັດທະນາແມ່ຍິງ ຖືເອົາວຽກດັ່ງກ່າວ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍເຄື່ອນໄຫວຕາມ 4 ບາດກ້າວ  ໄດ້ເອົາໃຈໃສ່ຈັດຕັ້ງໂຄສະນາເຜີຍແຜ່ ເຊື່ອມຊືມ ຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຊຸກຍູ້ປຸກລະດົມສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຢ່າງເປັນຂະບວນຟົດຟື້ນ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!