ຖ້າການແຜ່ລະບາດຂອງ COVID-19 ຍັງແກ່ຍາວ ອັດຕາການຫວ່າງງານໃນລາວຈະເພີ່ມຂຶ້ນ

ໃນ​ໂອ­ກາດ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ທາງ­ໄກ ສະ­ໄໝ​ພິ­ເສດ​ຂອງ​ລັດ­ຖະ­ມົນ­ຕີ​ແຮງ​ງານ​ອາ​ຊຽນ ກ່ຽວ​ກັບ​ການ​ຮັບ​ມື​ຈາກ​ຜົນ​ກະ­ທົບ​ຂອງ​ພະ­ຍາດ COVID-19 ຕໍ່​ແຮງ​ງານ ແລະ ການ​ຈ້າງ​ງານ ວັນ​ທີ 14 ພຶດ­ສະ­ພາ 2020 ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ​ຖະ​ມົນ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ-ສັງ­ຄົມ ໄດ້​ສະ­ເໜີ​ວ່າ: ໃນ​ເງື່ອນ­ໄຂ​ທີ່​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຍັງ​ບໍ່​ຮູ້​ຈະ​ສິ້ນ​ສຸດ​ເວ­ລາ​ໃດ ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ທີ່​ມີ​ຜູ້​ອອກ­ແຮງ​ງານ​ລາວ​ໄປ​ເຮັດ​ວຽກ​ຢູ່​ປະ­ເທດ​ສະ­ມາ­ຊິກ​ໃດ​ໜຶ່ງ ທີ່​ຍັງ​ຢູ່ ຫຼື​ກັບ​ຄືນ​ປະ­ເທດ​ແລ້ວ ຂໍ​ໃຫ້​ມີ​ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ການ​ອຸດ​ໜູນ​ຕ່າງໆ ຕາມ​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ​ຂອງ​ປະ­ເທດ​ນັ້ນ ພ້ອມ​ນີ້ ກໍ​ໄດ້​ສະ­ເໜີ​ອົງ­ການ​ແຮງ​ງານ​ສາ­ກົນ ພິ­ຈາ­ລະ­ນາ​ແນະ­ນຳ​ດ້ານ​ນະ­ໂຍ­ບາຍ ແລະ ການ​ຊ່ວຍ­ເຫຼືອ​ດ້ານ​ເຕັກ­ນິກ ວິ­ຊາ​ການ ແລະ ແຫຼ່ງ​ທຶນ ເພື່ອ​ແກ້​ໄຂ​ຜົນ​ກະ­ທົບ​ດ້ານ​ແຮງ​ງານ​ຈາກ​ພະ­ຍາດ COVID-19 ໃຫ້​ມີ​ປະ​ສິດ­ທິ​ຜົນ​ດີ​ຂຶ້ນ.

ທ່ານ ຄຳ​ແພງ ໄຊ​ສົມ​ແພງ ກ່າວ​ວ່າ: ການ​ລະ­ບາດ​ຂອງ COVID-19 ມີ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ-ສັງ­ຄົມ​ພາຍ​ໃນ​ປະ­ເທດ​ຫຼາຍ​ດ້ານ ເປັນ­ຕົ້ນ ການ​ປິດ​ຫົວ­ໜ່ວຍ​ແຮງ​ງານ/ຫົວ­ໜ່ວຍ​ທຸ­ລະ​ກິດ ໄດ້​ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ທາງ​ທຸ­ລະ​ກິດ ເຮັດ​ໃຫ້​ແຮງ​ງານ​ຈຳ­ນວນ​ຫຼາຍ​ໄດ້​ພັກ​ວຽກ ມີ​ຫຼາຍ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ມີ​ຄວາມ​ຈຳ­ເປັນ ໃນ​ການ​ຫຼຸດ­ຜ່ອນ​ການ​ຜະ­ລິດ ກໍ​ມີ​ຄວາມ​ສ່ຽງ​ໃນ​ການ​ຍົກ­ເລີກ​ສັນ­ຍາ​ແຮງ​ງານ ມີ​ຫຼາຍ​ຫົວ­ໜ່ວຍ​ທຸ­ລະ​ກິດ ບໍ່​ສາ­ມາດ​ຈ່າຍ​ຄ່າ​ແຮງ​ງານ​ໃຫ້​ແຮງ​ງານ​ໄດ້ ໃນ​ເວ­ລາ​ທີ່​ຍັງ​ບໍ່​ສາ­ມາດ​ດຳ­ເນີນ​ກິດ­ຈະ­ການ ໂດຍ​ສະ­ເພາະ​ຂະ­ແໜງ​ບໍ​ລິ​ການ­ທ່ອງ­ທ່ຽວ ໂຮງ­ແຮມ ຮ້ານ​ອາ­ຫານ ແລະ ອື່ນໆ ທີ່​ມີ​ຜົນ​ກະ­ທົບ​ຫຼາຍ ສຳ­ລັບ​ຂະ­ແໜງ​ອຸດ­ສາ­ຫະ­ກຳ​ຈຳ­ນວນ​ໜຶ່ງ ຍັງ​ສາ­ມາດ​ຮັກ­ສາ​ແຮງ​ງານ​ໄວ້ ໂດຍ​ການ​ຫຼຸດ​ຄ່າ​ແຮງ​ງານ​ທີ່​ເຄີຍ​ໄດ້​ຮັບ​ປົກ­ກະ­ຕິ​ລົງ ພ້ອມ​ນີ້ ແຮງ​ງານ​ລາວ 100.000 ກວ່າ​ຄົນ ໄດ້​ເດີນ­ທາງ​ກັບ​ຈາກ​ຕ່າງ­ປະ­ເທດ ເຊິ່ງ​ມີ​ຜົນ​ກະ­ທົບ​ຕໍ່​ຄ່າ​ແຮງ​ງານ ແລະ ຊີ­ວິດ​ການ​ເປັນ​ຢູ່.

ບັນ­ຫາ​ນີ້​ເປັນ​ພຽງ​ຜົນ​ກະ­ທົບ​ໃນ​ໄລ­ຍະ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ ຖ້າ​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຍັງ​ແກ່­ຍາວ​ໄປ​ຕື່ມ​ອີກ ຈະ​ມີ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ໃຫ້​ລັດ­ຖະ­ບານ ທີ່​ຈະ​ຕ້ອງ​ໄດ້​ຫາ​ວິ­ທີ​ການ​ແກ້​ໄຂ ເຊິ່ງ​ຕາມ​ການ​ຄາດ​ຄະ­ເນ​ເບື້ອງ​ຕົ້ນ ຜົນ​ກະ­ທົບ​ຂອງ​ພະ­ຍາດ COVID-19 ໃນ​ປັດ­ຈຸ­ບັນ ຫາກ​ມີ​ການ​ແກ່­ຍາວ ຈະ​ເຮັດ​ໃຫ້​ອັດ­ຕາ​ການ​ຫວ່າງ​ງານ​ພາຍ​ໃນ ສປປ ລາວ ເພີ່ມ​ຂຶ້ນ​ຈາກ​ອັດ­ຕາ​ປົກ­ກະ­ຕິ 2% ຂຶ້ນ​ເປັນ 25%.

# ຂ່າວ & ພາບ : ເພັດ​ສະ­ໝອນ

error: Content is protected !!