ກະຊວງພາຍໃນຈັດເຜີຍແຜ່ ເຊື່ອມຊຶມເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ XI ໃຫ້ສະມາຊິກພັກ ແລະ ພະນັກງານຂອງຕົນ ວັນທີ 10 ມີນາ 2022 ເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີຫົວໜ້າກົມ ຮອງກົມ ພະແນກ ແລະ ພະນັກງານຫຼັກແຫຼງເຂົ້າຮ່ວມ.

ທ່ານ ນາງ ກັນຍາ ແສງແກ້ວພະຈັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໃນ 5 ປີຜ່ານມາ (2016-2020) ແລະ ທິດທາງໜ້າທີ່ຕໍ່ໜ້າປີ 2021-2025 ເຊິ່ງຍົກໃຫ້ເຫັນບາງຜັນງານພົ້ນເດັ່ນຄື: ຄະນະພັກກະຊວງໄດ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປປຸງການຈັດຕັ້ງພັກໃຫ້ຖືກຕ້ອງຕາມ 5 ຫຼັກການ 3 ທິດນໍາ ຕາມກົດລະບຽບຂອງພັກໄດ້ກໍານົດໄວ້ ພ້ອມນັ້ນ ໄດ້ຈັດຕັ້ງປະຕິບັດປະເມີນການກໍ່ສ້າງໜ່ວຍພັກເຂັ້ມແຂງ ແລະ ຮູ້ນໍາພາຮອບດ້ານປີ 2017 ໄດ້ 14 ໜ່ວຍພັກ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປີ 2018 ໄດ້ 11 ໜ່ວຍພັກ ປີ 2019 ໄດ້ 14 ໜ່ວຍພັກ ແລະ ປີ 2020 ໄດ້ 12 ໜ່ວຍພັກ ພ້ອມນັ້ນ ວຽກງານພະນັກງານ ໄດ້ເອົາໃຈໃສ່ປະຕິບັດນະໂຍບາຍດ້ານຕ່າງໆຕໍ່ພະນັກງານ-ລັດຖະກອນ ຖືກຕ້ອງຕາມລະບຽບການ ທັງໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງທີ່ຂຶ້ນກັບກະຊວງພາຍໃນຕາມທິດກະທັດຮັດ ໜັກແໜ້ນ ເຂັ້ມແຂງ ມີປະສິດທິພາບ ປະສິດທິຜັນ ເຮັດໃຫ້ກົງຈັກການຈັດຕັ້ງຫຼຸດລົງເທື່ອລະກ້າວ ສະແດງອອກ ໄດ້ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂະແໜງ ການພາຍໃນທັງຢູ່ໃນກະຊວງ ແລະ ຂັ້ນທ້ອງຖິ່ນ ເປັນຕົ້ນ ການປັບປຸງຂັ້ນກົມ ຂັ້ນພະແນກ ຂະແໜງ ແລະ ໜ່ວຍງານຈໍານວນໜຶ່ງຄື: ໂຮມກົມແຜນການ ແລະ ການຮ່ວມມືເຂົ້າກັບຫ້ອງການ ເຮັດໃຫ້ຂັ້ນກົມຫຼຸດລົງຈາກ 15 ພາກສ່ວນ ເປັນ 14 ພາກສ່ວນ ໂຮມບັນດາພະແນກການສັງກັດຢູ່ກົມ ເຮັດໃຫ້ພະແນກຫຼຸດລົງຈາກ 64 ພາກສ່ວນເປັນ 57 ພະແນກ ໂຮມຂະແໜງທີ່ຂຶ້ນກັບພະແນກພາຍໃນແຂວງ ນະຄອນຫຼວງວຽງຈັນ 9 ຂະແໜງ ມາເປັນ 6 ຂະແໜງ ໃນທົ່ວປະເທດຫຼຸດລົງໄດ້ 54 ຂະແໜງ.
ໃນໂອກາດນີ້ ທ່ານ ທອງຈັນ ມະນີໄຊ ກໍ່ໄດ້ເຜີຍແຜ່ມະຕິກອງປະຊຸມວຽກງານການຈດຕັ້ງທົ່ວປະເທດຄັ້ງທີ XI ມະຕິຄະນະບໍລິຫານງານສູນກາງພັກ ສະບັບເລກທີ 04/ຄບສພ ວ່າດ້ວຍການເພີ່ມທະວີການນໍາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ນອກນັ້ນ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ເຜີຍແຜ່ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານການຈດຕັ້ງທົ່ວປະເທດຄັ້ງທີ XI.

.
# ຂ່າວ & ພາບ : ຂັນທະວີ