ຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ I ດໍາເນີນຊີວິດການເມືອງທ້າຍສະໄໝ

    ກອງປະຊຸມກອງປະຊຸມດຳເນີນຊີວິດການເມືອງ ຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ I ຈັດຂຶ້ນວັນທີ 9 ມີນາ 2022 ທີ່ກະຊວງດັ່ງກ່າວ ເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ມີສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ບັນດາຄະນະຊີ້ນຳກອງປະຊຸມໃຫຍ່ຂັ້ນສູນກາງ ຄະນະປະຈຳພັກ ແລະ ກຳມະການພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມໃນຄັ້ງນີ້ ຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ດຳເນີນຊີວິດການເມືອງທ້າຍສະໄໝຂອງຕົນ ແລະ ພ້ອມກັນປະກອບຄຳເຫັນໃສ່ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານໃນໄລຍະ 5 ປີ ຜ່ານມາ ແລະ ດຳເນີນການສຳຫຼວດກວດກາບຸກຄົນໃນຄະນະພັກ ເຊິ່ງບົດສຳຫຼວດດັ່ງກ່າວ ໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງການເຄື່ອນໄຫວນຳພາ-ຊີ້ນຳຂອງຄະນະພັກ ພ້ອມນັ້ນໄດ້ຍົກໃຫ້ເຫັນຈຸດດີ ຈຸດອ່ອນ ຂໍ້ຄົງຄ້າງ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງໄດ້ກຳນົດວິທີການ ແລະ ມາດຕະການແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ແລະ ການກຳນົດທິດທາງແກ້ໄຂໃນການນຳພາ-ຊີ້ນຳ ຂອງຄະນະພັກໃນ 5 ປີ ຕໍ່ໜ້າ.

    ໂອກາດນີ້ ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ທິດຊີ້ນຳໃນການສືບຕໍ່ກະກຽມຄວາມພ້ອມຮອບດ້ານ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານໃຫ້ມີຜົນສຳເລັດດີດັ່ງນີ້: ພາຍຫຼັງສຳເລັດການດຳເນີນຊີວິດການເມືອງໃນຄັ້ງນີ້ແລ້ວ ໃຫ້ບັນດາຄະນະພັກນໍາເອົາເນື້ອໃນຈິດໃຈຜົນສຳເລັດຂອງການດຳເນີນຊີວິດການເມືອງໃນຄັ້ງນີ້ໄປຜັນຂະຫຍາຍ ແລະ ແກ້ໄຂບັນຫາຕົວຈິງ ເພື່ອສ້າງການຫັນປ່ຽນໃໝ່ທີ່ແຂງແຮງ ແລະ ເລິກເຊິ່ງຕາມທິດທີ່ພັກເຮົາວາງໄວ້ ໃຫ້ຮີບຮ້ອນຮຽບຮຽງ-ປັບປຸງຮ່າງລາຍງານການເມືອງ ບົດສຳຫຼວດການນຳພາລວມຂອງຄະນະພັກ ແລະ ແຜນພັດທະນາຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນ 5 ປີ ຕໍ່ໜ້າ ໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ກໍຄືປະຕິບັດວາລະແຫ່ງຊາດທາງດ້ານເສດຖະກິດ-ການເງິນຂອງປະເທດ ພ້ອມກັນຄົ້ນຄວ້າປະກອບຄຳເຫັນໃນເວລາທາບທາມຮອບທີ III ເຮັດໃຫ້ທັງ 3 ເນື້ອໃນດັ່ງກ່າວ ເປັນຕົ້ນ ຮ່າງລາຍງານການເມືອງ ແລະ ແຜນພັດທະນາຂະແໜງການໃຫ້ມີເນື້ອໃນຄົບຖ້ວນສົມບູນ ສອດຄ່ອງ ແລະ ຕອບສະໜອງກັບການເລັ່ງທວງຂອງການຄຸ້ມຄອງບໍລິຫານລັດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນເງື່ອນໄຂໃໝ່ ສອດຄ່ອງກັບການຂະຫຍາຍຕົວທາງດານດ້ານເຕັກໂນໂລຊີ ແລະ ການສື່ສານໃນຍຸກປັດຈຸບັນ ພ້ອມກັນຊີ້ແຈງໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາຕ່າງໆທີ່ເຂົາເຈົ້າໄດ້ຕຳນິສົ່ງຂ່າວຕໍ່ແຕ່ລະສະຫາຍໃນຄະນະພັກ ແມ່ນໄດ້ນຳມາເວົ້າວ່າກັນກົງໄປກົງມາ ໃຫ້ເອົາໃຈໃສ່ສືບຕໍ່ນຳພາ-ຊີ້ນຳວຽກງານໂຄສະນາ ສຶກສາອົບຮົມການເມືອງແນວຄິດ ຍູ້ຂະບວນການຮອບດ້ານໃຫ້ຟົດຟື້ນ ແລະ ແຂງແຮງຕື່ມອີກ ໂດຍສະເພາະ ການປະຕິບັດ 2 ວາລະແຫ່ງຊາດ ຂະບວນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ວິຊາສະເພາະຂອງແຕ່ລະຂົງເຂດ ເອົາໃຈໃສ່ສະກັດກັ້ນພະຍາດໂຄວິດ-19 ແລະ ຂະບວນການອື່ນໆ ສືບຕໍ່ຄົ້ນຄວ້າກະກຽມບຸຄະລາກອນທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານຊຸດໃໝ່ ໂດຍໃຫ້ອີງໃສ່ຜົນຂອງການດຳເນີນຊີວິດການເມືອງໃນຄັ້ງນີ້ ແລະ ອື່ນໆ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!