ລາວ-ຕວັກກີ ຮັດແໜ້ນການຮ່ວມມືໃນຂະແໜງຍຸຕິທຳ

    ທ່ານ ໄພວີ ສີບົວລິພັນ ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ໂອຮັນ ເອີເຊີນ ເອກອັກຄະລາຊະທູດປະເທດຕວັກກີ ປະຈຳ ສປປ ລາວ ໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລາຊະທູດປະເທດຕວັກກີ ປະຈຳ ສປປ ລາວ ຄົນໃໝ່ ວັນທີ 10 ມີນາ 2022 ທີ່ກຊວງຍຸຕິທຳ.

    ໂອກາດນີ້ ທ່ານ ໄພວີ ສີບົວລິພັນ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຄຳນັບຂອງທ່ານ ໂອຮັນ ເອີເຊີນ ຄັ້ງນີ້ ເຊິ່ງຈະເປັນການຊຸກຍູ້ ສົ່ງເສີມຂະຫຍາຍການຮ່ວມມືໃຫ້ມີຂອບຫຼັກການ ແລະ ມີປະສິດທິຜົນຍິ່ງຂຶ້ນ ໃນໄລຍະຜ່ານມາ ລັດຖະບານຕວັກກີໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ປະເທດລາວຫຼາຍດ້ານ ເປັນຕົ້ນແມ່ນວຽກງານສາທາລະນະສຸກ ການສຶກສາຕ່າງໆ ພ້ອມກັນນັ້ນ ທັງສອງຝ່າຍກໍໄດ້ປຶກສາຫາລືການຮ່ວມມືໃນຂະແໜງຍຸຕິທຳ ວຽກງານກົດໝາຍໃຫ້ກວ້າງຂວາງ ການຊ່ວຍເຫຼືອວຽກງານອື່ນໆໃນຂະແໜງຍຸຕິທຳໃຫ້ນັບມື້ຫຼາຍຂຶ້ນ ແລະ ຢືນຢັນວ່າຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການປະຕິບັດໜ້າທີ່ທາງການທູດຂອງທ່ານໃຫ້ປະສົບຜົນສຳເລັດ.

.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!