ການຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາມີທ່າອ່ຽງເພີ່ມຂຶ້ນ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 10 ມີນາ 2022 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 9 ມີນາ 2022  ໄດ້ກວດວິເຄາະທັງໝົດ 2.358 ຕົວຢ່າງໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 335 ຄົນ ໃນນີ້ ຕິດເຊື້ອພາຍໃນ 307 ຄົນ ຈາກນະຄອນຫຼວງ 191 ຄົນ  ແຂວງສະຫວັນນະເຂດ 36 ຄົນ ຫົວພັນ 16 ຄົນ ຊຽງຂວາງ 10 ຄົນ ອຸດົມໄຊ 8 ຄົນ ບໍ່ແກ້ວ 8 ຄົນ ອັດຕະປື 7 ຄົນ ໄຊຍະບູລີ 6 ຄົນ ຄຳມ່ວນ 6 ຄົນ ແຂວງວຽງຈັນ 5 ຄົນ ຫຼວງນ້ຳທາ 4 ຄົນ ສາລະວັນ 4 ຄົນ ຫຼວງພະບາງ 3 ຄົນ ຈຳປາສັກ ເຊກອງ ແລະ ແຂວງ ບໍລິຄຳໄຊແຂວງລະ 1 ຄົນ.

    ສໍາລັບການຕິດເຊື້ອນໍາເຂົ້າມີ 28 ຄົນຄື: ຈາກແຂວງສະຫວັນນະເຂດ 12 ຄົນ ນະຄອນຫຼວງ 5 ຄົນ ຈຳປາສັກ 3 ຄົນ ຄຳມ່ວນ 3 ຄົນ ຊຽງຂວາງ 2 ຄົນ ຫົວພັນ 2 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 145.094 ຄົນ ອອກໂຮງໝໍວັນທີ 9 ມີນາຜ່ານມາ 65 ຄົນ ກຳລັງປິ່ນປົວ 1.737 ຄົນ ແລະ ເສຍຊີວິດສະສົມທັງໝົດ 637 ຄົນ (ເສຍຊິວິດໃໝ່ 2 ຄົນ ຈາກບໍລິຄຳໄຊ ແລະ ແຂວງຫຼວງພະບາງແຂວງລະ 1 ຄົນ).

    ສຳລັບສະພາບການລະບາດຂອງພະຍາດໂຄວິດ-19 ໃນປະເທດເຮົາ ສັງເກດເຫັນວ່າຍັງມີທ່າອ່ຽງການຕິດເຊື້ອຢູ່ໃນໄລຍະຂາຂຶ້ນ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ເຊິ່ງຕົວເລກໃນວັນທີ 10 ມີນານີ້ ເກືອບຈະຮອດ 200 ຄົນ ເຊິ່ງເປັນສັນຍານເຕືອນໃຫ້ພວກເຮົາຕ້ອງໄດ້ມີສະຕິລະວັງຕົວ  ແລະ ຕື່ນຕົວໃນການສະກັດກັ້ນບໍ່ໃຫ້ເກີດມີການລະບາດຄືນໃໝ່ ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ພະນັກງານ ທະຫານ ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມ ຕ້ອງໄດ້ສືບຕໍ່ປ້ອງກັນຕົວເອງ ແລະ ດຳເນີນວິຖີຊີວິດປົກກະຕິແບບໃໝ່ ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 258/ຫສນຍ ລົງວັນທີ 1 ມີນາ 2022 ຢ່າງເຄັ່ງຄັດ.

       ພວກເຮົາຕ້ອງຕັດສິນເຂົ້າຮ່ວມການສັກວັກຊີນໃນຂະບວນ ວັນສົ່ງເສີມການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍພາຍໃຕ້ການຊີ້ນຳຢ່າງໃກ້ຊິດ ແລະ ຮອບດ້ານຂອງຄະນະສະເພາະກິດທຸກຂັ້ນ ເພື່ອໃຫ້ບັນລຸໃຫ້ໄດ້ອັດຕາການປົກຄຸມດ້ວຍຢາວັກຊິນສູງກວ່າ 80% ຂຶ້ນໄປ ສຳລັບຜູ້ທີ່ຕ້ອງການກວດຊອກຫາເຊື້ອໂຄວິດດ້ວຍຕົນເອງ ແລະ ປິ່ນປົວຢູ່ບ້ານນັ້ນ ບໍ່ແນະນຳໃຫ້ຜູ້ສູງອາຍຸຫຼາຍກ່ວາ 60 ປີ ຜູ້ທີ່ມີພະຍາດປະຈຳຕົວ ແມ່ຍິຖືພາ ແລະ ຜູ້ທີ່ບໍ່ທັນໄດ້ສັກວັກຊີນ ປິ່ນປົວຕົນເອງຢູ່ບ້ານ ເພາະມີຄວາມສ່ຽງສູງທີ່ຄົນເຈັບອາດຈະພັດທະນາຈາກອາການເບົາເປັນໜັກ ຫຼື ກ້າວໄປສູ່ຂັ້ນວິກິດໄດ້ ເຮັດໃຫ້ການເຂົ້າເຖີງມືແພດຊ້າ ແລະ ສຸດທ້າຍກໍ່ເສຍຊີວິດໄດ້ ຂໍໃຫ້ທຸກຄົນຫຼີກລ່ຽງທີ່ສຸດເພື່ອບໍ່ໃຫ້ເກີດມີສະພາບຄືດັ່ງກ່າວຜ່ານມາໃຫ້ຫຼຸດລົງເລື້ອຍໆ.

# ຂ່າວ & ພາບ : ລັດເວລາ

error: Content is protected !!