ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ການພັດທະນາເມືອງນອງ ແຂວງສະຫວັນນະເຂດ

    ວັນທີ 9 ມີນາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານການພັດທະນາເສດຖະກິດ-ສັງຄົມ ທີ່ແຂວງສະຫວັນນະເຂດ ໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂອງແຂວງ ຕາງໜ້າພະແນກການ ແລະ ຄະນະນຳຂອງເມືອງທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວເຮັດວຽກຮ່ວມ.

    ໃນການເຄື່ອນໄຫວຊຸກຍູ້ວຽກງານ ທ່ານຮອງນາຍົກລັດຖະມົນຕີ ໄດ້ພົບປະການນຳຫຼັກແຫຼ່ງເມືອງນອງ ແຂວງສະຫວັນນະເຂດ ທີ່ສະໂມສອນຂອງເມືອງດັ່ງກ່າວ ແລະ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ຈາກທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງນອງ ທົ່ວເມືອງມີ 69 ບ້ານ ພົນລະເມືອງ 32.000 ກວ່າຄົນ ຍິງ 16.000 ກວ່າຄົນ ມີ 5.221 ຫຼັງຄາເຮືອນ 6.447 ຄອບຄົວ ການຜະລິດເປັນສິນຄ້າທີ່ພົ້ນເດັ່ນແມ່ນກ້ວຍ 5.344 ເຮັກຕາ ມັນຕົ້ນ 1.200 ເຮັກຕາ (ປູກເພີ່ມໃໝ່ປີ 2022 ມີ 3.626 ເຮັກຕາ) ແລະ ຕົ້ນໄມ້ອຸດສາຫະກຳ ປະມານ 2.000 ເຮັກຕາ ລາຍຮັບສະເລ່ຍຕໍ່ຫົວຄົນ 7.150.000 ກີບ/ຄົນ/ປີ.

    ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງເມືອງນອງ ທີ່ສາມາດປະຕິບັດວຽກງານໃນໄລຍະຜ່ານມາ ມີຜົນສຳເລັດສຳເລັດໃໝ່ຫຼາຍດ້ານ ໂດຍສະເພາະມີຫຼາຍໂຄງການໄດ້ເຂົ້າມາລົງທຶນພັດທະນາຢູ່ເມືອງນອງ ການຜະລິດກະສິກຳ (ການປູກ-ການລ້ຽງ) ກໍມີຈຳນວນເພີ່ມຂຶ້ນ ແລະ ກາຍເປັນໜໍ່ແໜງອັນດີໃຫ້ແກ່ການພັດທະນາ ທັງໝົດນີ້ແມ່ນໄດ້ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນກ້າວໆ ອັນສຳຄັນ ໃຫ້ເມືອງເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ສ້າງເງື່ອນໄຂໃຫ້ປະຊາຊົນມີລາຍຮັບຕົວຈິງສູງຂຶ້ນຢ່າງຕໍ່ເນື່ອງ ໂດຍນຳໃຊ້ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະການຈັັດສັນ-ນຳໃຊ້ທີ່ດິນ ແຫຼ່ງນໍ້າ ແລະ ອື່ນໆ ເຂົ້າໃນການຜະລິດກະສິກຳ ທີ່ມີຄວາມເໝາະສົມ ຍົກສະມາດຕະພາບການຜະລິດ ຕິດພັນກັບການປຸງແຕ່ງ ມີຕະຫຼາດຮອງຮັບຄັກແນ່ ແລະ ມີການແຜນການຄຸ້ມຄອງດ້ານຕ່າງໆໃຫ້ດີ ຈັດສັນທີ່ຢູ່ອາໄສໃຫ້ແກ່ປະຊາຊົນຕາມທິດສາມສ້າງ ໂດຍມີການປຸກລະດົມ ອະທິບາຍຊີ້ແຈງໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມ ກວດກາ ແລະ ປັບປຸງຄືນກົງຈັກການຈັດຕັ້ງຂັ້ນບ້ານ ໃຫ້ຖືກຕ້ອງ ແລະ ສອດຄ່ອງກວ່າເກົ່າ ຈັດສັນການລົງທຶນພັດທະນາ ພາຍໃນເມືອງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ບົນພື້ນຖານມີການຈັດລຽງບູລິມະສິດ ແລະ ມີຈຸດສຸມ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!