ເຕັກ​ນິກ​ວິ​ທະ​ຍາ​ສາດ ​ຊ່ວຍ​ໃຫ້​ວຽກ​ງານກີລາ​ຄົນ​ພິ​ການ​​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງຫຼວງຫຼາຍ

    ຫ້ອງ​ການ​ຖະ​ແຫຼງ​ຂ່າ​ວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ ​ເຜີຍ​ແຜ່ “ປຶ້​ມ​ປົກ​ຂາວ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ວຽກ​ງານ​ກີ​ລາ​ຄົນ​ພິ​ການ​ຂອງ​ຈີນ ແລະ ​ການ​ປົກ​ປ້ອງ​ສິດ ແລະ ​ຜົນ​ປ​ະ​ໂຫຍດ​ຂອງ​ຄົນ​ພິ​ການ​ຈີ​ນ” ໂດຍ​ໄດ້​ສະຫຼຸບ​ການ​ພັດ​ທະ​ນາ​​​ວຽກ​ງານກີ​ລາ​ຄົນ​ພິ​ການ​ຈີນ​ຢ່າງ​ເປັນ​ລະ​ບົບ ເມື່ອບໍ່ດົນມານີ້ວ່າ: ໃນ​ຖາ​ນະ​​ເປັນກຸ່​ມ​ຄົ​ນ​ພິ​ເສດ ຄົນ​ພິ​ການ​ມີ​ລັກ​ສະ​ນະ​ພິ​ເສດ​ໃນ​ການ​ເຂົ້າ​ຮ່ວມ​​ການ​ແຂ່ງ​ຂັນກີ​ລາຄົນ​ພິ​ການ ​ຕ້ອງ​ຜ່ານຫຼາຍ​ຂັ້ນ​ຕອນ ຈຶ່ງ​ສາ​ມາດເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກີ​ລາ​ໄດ້ ​ເຊັ່ນ: ການ​ຟື້ນ​ຟູ​ສຸ​ຂະ​ພາບ ການ​ອອກ​ກຳ​ລັງ​ກາຍ ແລະ ​ການ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກີລາ ເພື່ອ​ເຮັດ​ສຳ​ເລັດ​ຂັ້ນ​ຕອນ​ດັ່ງ​ກ່າວ ​ເຂົາ​ເຈົ້າຕ້ອງ​ຜ່າ​ນ​ຜ່າ​ອຸ​ປະ​ສັກ​ ​ດ້ານ​ຮ່​າງ​ກາຍ ແລະ ​ຈິດ​ໃຈ ມັນ​ບໍ່​ພຽງ​ແຕ່​ຕ້ອງ​​ເຄົາ​ລົບ​ຫຼັກວິ​ທະ​ຍາ​ສາດ​ໃນ​ການ​ຟື້ນ​ຟູ​ສຸ​ຂະ​ພາບ​ຂອງ​ຄົ​ນ​ພິ​ການ​ເທົ່າ​ນັ້ນ ຍັງ​ຕ້ອງ​ປະ​ສາ​ນ​ສົ​ມ​ທົບ​ກັບ​ສະ​ພາບ​ຄວາມ​ຈິງ​ຂອງ​ຄົນ​ພິ​ການ​ອີກ​ດ້ວຍ.

    ເນື່ອງ​ຈາກຄົນ​ພິ​ການ​ເປັນ​ກຸ່ມ​ຄົນ​ພິ​ເສດ ແລ​ະ ​ດ້ອຍ​ໂອ​ກາດ ເມື່ອ​ທຽບ​ກັບ​ການ​ຫຼິ້ນກີ​ລາ ແລະ ​ການ​ແຂ່ງ​ຂັນ​ກີ​ລາ​ຂອງ​ຄົນ​ປົກ​ກະ​ຕິ ການ​ແຂ່ງ​ຂັນ​ກີ​ລາ​ ແລະ ​ການ​ຍົກ​ສູງ​ລະ​ດັບ​ການ​ແຂ່ງ​ຂັນກີ​ລາ​ຂອງ​ຄົ​ນ​ພິ​ການ ຕ້ອງ​ການ​ການ​ສະ​ໜັບ​ສະ​ໜູນ​ຈາກ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດການ​ກີລາ ຖ້າ​ຢາກ​ໃຫ້​​ວຽກ​ງານກີ​ລາ​ຄົນ​ພິ​ການ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ສະ​ດ​ວກ ແລະ ​ພັດ​ທະ​ນາ​ໃຫ້​ດີ​ຂຶ້ນ ຈຶ່ງ​ບໍ່​ສາ​ມາດປາ​ສະ​ຈາກ​ເຕັກ​ນິກ ແລະ ຫຼັກວິ​ທະ​ຍ​າ​ສາດ​​ໄດ້ ເປັນຕົ້ນ​ການ​ແຂ່ງ​ຂັນ​ຄວາມ​ໄວ​ລໍ້​ຄົນ​ພິ​ການ ຄຸນ​ນະ​ພາບ​ຂອງ​ລໍ້​ມີ​ຜົນ​ໂດຍ​ກົງ​ຕໍ່​ຄະ​ແນນ​ການ​ແຂ່ງ​ຂັນ ການ​ຍົກ​ລະ​ດັບເຕັກ​ນິກວິ​ທະ​ຍາ​ສາດ ຈະ​ສາ​ມາດ​ຍົກ​ສູງ​​ລະ​ດັບຄວາມ​ຄ່ອງ​ແຄ້ວລະ​ຫວ່າງ​ລໍ້​ກັບ​ຄົນ​ພິ​ການ​ໄດ້ ແລະ ​ສາ​ມາດ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ລໍ້​ຄົນ​ພິ​ການ​ໃຫ້​ໄວ​ຂຶ້ນ ການ​ອອກ​ແຮງ​ພັດ​ທະ​ນາ​ເຕັກ​ນິກວິ​ທະ​ຍາ​ສາດ​ທີ່​ກ່ຽວ​ຂ້ອງ ​ກໍເປັນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ພັດ​ທະ​ນາ​​​ວຽກ​ງານກີ​ລາ​ຄົນ​ພິ​ການ.

    ​ຫຼາຍ​ປີຜ່ານ​​ມາ​ນີ້ ການ​ພັດ​ທະ​ນາ​ອົງ​ການ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດ​ກີ​ລາ​ຄົນ​ພິ​ການ​ຂອງ​ຈີນ​ ຈຶ່ງໄດ້​ເພີ່ມ​ຄວາມ​ໄວ​ຂຶ້ນ ການ​ສ້າງ​ບຸກ​ຄະ​ລາ​ກອນ​ດ້ານກີ​ລາ​ຄົນ​ພິ​ການ​ໄດ້​ກາຍ​ເປັນ​ລະ​ບົບ​ໃນ​ເບື້ອງ​ຕົ້ນ ​ການ​ຄົ້ນ​ຄ​ວ້າ​ດ້ານ​ກີ​ລາ​ຄົນ​ພິ​ການ​ໄດ້​ຮັບ​​ຜົນ​ສຳ​ເລັດ​ນັບ​ມື້​ນັບຫຼາຍ​ຂຶ້ນ ​ປີ 2021 ກອງ​ທຶນ​ສຳ​ລັບໂຄງ​ການວິ​ທະ​ຍາ​ສາດ​ສັງ​ຄົມ​ແຫ່ງ​ຊາດ​ຈີນ​ ທີ່​ກ່ຽວ​ຂ້ອງ​ກັບ​ການ​ຄົ້ນ​ຄວ້າ​ກີ​ລາ​ຄົນ​ພິ​ການ ​ມີຫຼາຍກວ່າ 20 ໂຄງ​ການ.

    ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ພັກ​ກອມ​ມູ​ນິດ​ຈີນ ແລະ ​ລັດ​ຖະ​ບານ​ຈີນ ​ວຽກ​ງານກີ​ລາ​ຄົນ​ພິ​ການ​ຂອງ​ຈີນ​​ ຈຶ່ງໄດ້​ຮັບ​ໝາກ​ຜົນ​ຢ່າງຫຼວງຫຼາຍ ໃນ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ “ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 13” ຄະ​ນະ​ນັກ​ກີ​ລາ​ຄົນ​ພິ​ການ​ຂອງ​ຈີນ ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກີ​ລາ​ລະ​ດັບ​ສາ​ກົນ 160 ຄັ້ງ ໃນນີ້​ໄດ້​ຮັບຫຼຽນ​ຄຳ 1.114 ຫຼຽນ ໃນການແຂ່ງ​ຂັນ​ມື້​ທຳ​ອິດໃນງານ​ກີ​ລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ​ປັກ​ກິ່ງ 2022 ທີ່​ກຳ​ລັງ​ດຳ​ເນີນ​ຢູ່ ທີມ​ຊາດ​ຈີນ​​ ສາມາດຍາດໄດ້ແລ້ວ 2 ຫຼຽນຄຳ ​3 ຫຼຽນເງິນ 3 ຫຼຽນ​ທອງ ລວມ 8 ຫຼຽນ ການແຂ່ງ​ຂັນ​ມື້ທີ​ສອງ ທີມ​ຊາດ​ຈີນຍາດ​ໄດ້​ຮັບ​ອີກ 8 ຫຼຽນ ໃນນີ້​ ຫຼຽນຄຳ 4 ຫຼຽນ ການ​ຍົກສູງ​ລະ​ດັບ​ການ​ແຂ່ງ​ຂັນ​ກີລາ​ຂອງ​ຄົນ​ພິ​ການ​ຈີນ ​ສ​ະ​ແດງ​ໃຫ້​ເຫັນ​ຜົນ​ສຳ​ເລັດ​ຂອງ ວຽກ​ງານ​ກີ​ລາ​ຄົນ​ພິ​ການ​ຈີນ​ຢ່າງ​ເຕັມ​ທີ່ ງານ​ກີລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ​ປັກ​ກິ່ງ 2022 ໄດ້​ເຮັດ​ໃຫ້​​ຊາວ​ໂລກ​ ​ສຸມ​ຄວາມ​ສົນ​ໃຈ​​ໃສ່​ນັກ​ກີ​ລາ​ຄົນ​ພິ​ການ ເຊິ່ງ​ເປັນ​ໂອ​ກາດ​ໃໝ່​ຂອງ​ການ​ພັດ​ທະ​ນາ​ວຽກ​ງານ​ກີ​ລາ​ຄົນ​ພິ​ການ​ຂອງ​ຈີນ ​ທັງ​ເປັນ​ການ​ປະ​ກອບ​ສ່ວນຊຸກ​ຍູ້​ໃຫ້​ວຽກ​ງານ​ກີລາ​ຄົນ​ພິ​ການ​​ທົ່ວ​ໂລກ “ກ້າວ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ”.

# ຂ່າວ – ພາບ: ສະບາໄພ

error: Content is protected !!