ເລີ່ມແຕ່ເດືອນພຶດສະພາ ຫາເດືອນກັນຍາ ພືດຜັກກະສິກຳອິນຊີບາງຊະນິດ ອາດຈະມີລາຄາແພງຂຶ້ນເລັກໜ້ອຍ ເນື່ອງຈາກວ່າໄລຍະນີ້ ການປູກມີຄວາມຫຍຸ້ງຍາກ ບາງເທື່ອແດດຮ້ອນແຮງ ຝົນຕົກໜັກ ເຮັດໃຫ້ເບ້ຍຜັກຕາຍ ມີສັດຕູພືດທຳລາຍ ປູກຫຼາຍໄດ້ໜ້ອຍ ຕົ້ນທຶນສູງຂຶ້ນ.

ທ່ານນາງ ແປງ ລຽນສະຫວັນ ຊາວສວນກະສິກຳອິນຊີ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃຫ້ສຳພາດວັນທີ 13 ພຶດສະພາ 2020 ວ່າ ໄລຍະນີ້ເປັນໄລຍະທີ່ແດດຮ້ອນແຮງ ແລະ ຈະກ້າວເຂົ້າລະດູຝົນ ເຮັດໃຫ້ການປູກພືດຜັກມີຄວາມຫຍຸ້ງຍາກ ເປັນຕົ້ນແມ່ນການຫວ່ານແກ່ນ ກ້າເບ້ຍ ບົງເບ້ຍ ແລະ ໃສ່ຝຸ່ນຕ່າງໆ ບາງຄັ້ງຫວ່ານແລ້ວມີຝົນຕົກ ກໍຈະເຮັດໃຫ້ຝຸ່ນ ແລະ ແກ່ນຊຸໄຫຼ ເມື່ອແດດແຮງ ເບ້ຍຜັກກໍຈະຕາຍ ພ້ອມນີ້ຍັງມີສັດຕູພືດມາທຳລາຍ ສະນັ້ນ ຈຶ່ງຕ້ອງໄດ້ເອົາໃສ່ໃນການບົວລະບັດຮັກສາ ເມື່ອຜົນລະລິດອອກມາກໍບໍ່ໄດ້ດີເທົ່າທີ່ຄວນ ສະນັ້ນຈິ່ງເຮັດໃຫ້ຜັກໃນໄລຍະນີ້ແພງຂຶ້ນ.

ທ່ານນາງ ແປງ ລຽນສະຫວັນ ຍັງໃຫ້ຮູ້ຕື່ມວ່າ ກ່ອນໜ້ານີ້ ຕົນເອງໄດ້ປູກເຫັດມາກ່ອນ ຫຼັງຈາກນັ້ນກໍຫັນມາປູກພືດຜັກກະສິກຳອິນຊີ ເນື້ອທີ່ 1 ໄລ່ ເຊິ່ງປູກພືດຜັກໝູນວຽນກັນເຊັ່ນ ຜັກຫອມ ຜັກກາດ ຜັກຫົມ ແລະ ອື່ນໆ ຂາຍທິດລະ 2 ຄັ້ງ ສ້າງລາຍຮັບໄດ້ 1-2 ລ້ານກີບຕໍ່ອາທິດ ໃນໄລຍະການລະບາດຂອງ COVID-19 ໄດ້ສົ່ງຜົນກະທົບໂດຍກົງຕໍ່ຊາວສວນ ເນື່ອງຈາກວ່າລູກຄ້າຫຼຸດລົງ.
# ຂ່າວ & ພາບ : ອົ່ນ ໄຟສົມທອງ