ນໍາສະເໜີລົດ Mahindra KUV 100 ຮູບໂສມໃໝ່

    ພິທີນໍາສະເໜີລົດ Mahindra KUV 100 ເຊິ່ງແມ່ນລົດ City Car Young SUV ຂະໜາດ 5 ບ່ອນນັ່ງ ຍີ່ຫໍ້ລົດທີ່ນອນຢູ່ໃນກຣຸບຂອງ RMA Lao ຈັດຂຶ້ນວັນທີ 8 ມີນາ 2022 ໃນງານວາງສະແດງລົດ ວຽງຈັນ 2022 (Vientiane Motor Show 2022) ຄັ້ງທີ 3 ຢູ່ສູນການຄ້າ ລາວ-ໄອເຕັກ.

    ທ່ານ ເວນ ແມັກອິນທອສ ຜູ້ອໍານວຍການບໍລິສັດ ລາວຟອດຊິດຕີ້ ຈຳກັດ ກ່າວວ່າ: ບໍລິສັດ RMA Asia ມາລົງທຶນຢູ່ອາຊີຕາເວັນອອກສ່ຽງໃຕ້ ແຕ່ປີ 1980 ເປັນຕົ້ນມາ ປັດຈຸບັນມີພະນັກງານ 800 ກວ່າຄົນ ໃນ 14 ປະເທດ ໃນຫຼາຍບໍລິສັດ ເຊັ່ນ: ດ້ານລົດໃຫຍ່ ກົນຈັກໜັກ ບໍລິການຫຼັງການຂາຍ ທຸລະກິດດ້ານອາຫານ ແລະ ອື່ນໆ ຢູ່ປະເທດລາວມີບໍລິສັດ ມາຮີນດຣາ ຟອດ ແລນໂຣເວີ້ ແລະ ຈາກົວ JCBF ຟົກລິບ TCM ທັງໝົດມີ 4 ສາຂາໃຫຍ່ ແລະ 18 ໜ່ວຍບໍລິການທົ່ວປະເທດ

    ທ່ານ ອານຸສິດ ທີ່ປຶກສາດ້ານຝ່າຍຂາຍ ຂອງ ລາວມາຮີນດຣາ ກ່າວວ່າ: ລົດ Mahindra KUV 100 ແມ່ນລົດ City Car Young SUV ຂະໜາດ 5 ບ່ອນນັ່ງ ການອອກແບບກະຈັງໜ້າທີ່ເປັນເອກະ ລັກໂຄຣມຽມ ມາພ້ອມເຄື່ອງຈັກ 1200 CC ແຮງມ້າສູງເຖິງ 82 ແຮງມາ ແຮງບິດ 115 ນິວຕັນແມັດ ລະບົບເກຍກະປຸກ 5 ສະປີດ ອັດຕາກັນກິນນ້ຳມັນ 16 ກິໂລແມັດຕໍ່ລິດ ລໍ້ແມັກ Alloy ຂອບ R15 ນິ້ວ ນອກນີ້ລົດ KVU 100 NXT ມາພ້ອມກັບເຊັນເຊີ ຊ່ວຍຈອດ 3 ຈຸດ ພາຍໃນລົດມີຄວາມໂດດເດັ່ນ ທີ່ມາພ້ອມປຸ່ມຄວບຄຸມເທິງພວງມະໄລ ແລະ ປຸ່ມສະຕາດ ໜ້າຈໍສຳຜັດຂະໜາດ 3,5 ນິ້ວ ນອກນີ້ລົດ KUV 100 NXT ມາພ້ອມກັບຄຸນນະສົມບັດດ້ານຄວາມປອດໄພ ມີລະບົບຄວບຄຸມການສະບັດ (ESP) ແລະ ລະບົບເບກ ABS ພ້ອມຖົງລົມນິໄພຄູ່ດ້ານໜ້າ ທີ່ໃຫ້ຄວາມປອດໄພຫຼາຍຂຶ້ນ.

    ພິເສດສໍາລັບລູກຄ້າ 5 ຄົນທຳອິດທີ່ຊື້ລົດ KUV 100 NXT ພາຍໃນງານ ຈະຮັບທັນທີ iPhone13 1 ໜ່ວຍ ອຸປະກອນແຕ່ງລົດ ມູນຄ່າ 1.000 ໂດລາສະຫະລັດ ປະກັນໄພຊັ້ນ 1 ໄລຍະ 1 ປີ ມຸູນຄ່າ 1.000 ໂດລາສະຫະລັດ ຄ່າເອກກະສານ ສິນເຊື່ອມຸູນຄ່າ 150 ໂດລາສະຫະລັດ ແລະ ການແຈກແຖມຕ່າງໆອີກຫຼາຍລາຍການ.

# ຂ່າວ – ພາບ: ສະບາໄພ

error: Content is protected !!