ສວນພຶກສາ ໄດ້ເປີດບໍລິການໃຫ້ເຂົ້າທ່ຽວຊົມທຸກວັນ

    ພາຍຫຼັງທີ່ເກີດການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ສະຖານທີ່ທ່ອງທ່ຽວຫຼາຍແຫ່ງໄດ້ປິດບໍລິການຊົ່ວຄາວ ເພື່ອປ້ອງກັນພະຍາດໂຄວິດ ແຕ່ມາຮອດຕົ້ນເດືອນມັງກອນ 2022 ລັດຖະບານໄດ້ມີການມາດຕະການຜ່ອນຜັນ ຈຶ່ງເຮັດໃຫ້ສະຖານທີ່ທ່ອງທ່ຽວບາງແຫ່ງເລີ່ມເປີດບໍລິການໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວຊົມ ໃນນັ້ນກໍມີສວນພຶກສາທີ່ຕັ້ງຢູ່ບ້ານດານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ບຸກຄົນສ້າງຂຶ້ນ ໄດ້ເປີດບໍລິການໃຫ້ເຂົ້າທ່ຽວຊົມນັບແຕ່ວັນທີ 8 ມີນາ 2022 ເປັນຕົ້ນໄປ.

    ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານຄໍາພູວົງ ທັງເປັນເຈົ້າຂອງສວນພຶກສາ ໃຫ້ສໍາພາດວ່າ: ສວນພຶກສາເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ອາກາດປອດໂປ່ງ ເໝາະແກ່ການທ່ອງທ່ຽວແບບເປັນກຸ່ມ ຫຼື ຄອບຄົວ ມີເນື້ອທີ່ທັງໝົດ 50 ເຮັກຕາ ໄດ້ພັດທະນາແບ່ງເປັນພື້ນທີ່ທີ່ແຕກຕ່າງກັນ ໃນໄລຍະທີ່ປິດບໍລິການຊົ່ວຄາວ ສວນພຶກສາໄດ້ບໍາລຸງຮັກສາໃຫ້ມີຄວາມສວຍງາມ ແລະ ໂດດເດັ່ນ ພ້ອມນັ້ນ ຍັງໄດ້ມີການປັບປຸງ ແລະ ພັດທະນາເປັນແຕ່ລະພື້ນທີ່ເຊັ່ນ: ປູກດອກໄມ້ນາໆຊະນິດທີ່ມີຫຼາຍສີສັນເພີ່ມຕື່ມ ສ້າງສວນນໍ້າຕົກຕາດ ໃນນີ້ມີຮ້ານກາເຟ ມີຕູບທີ່ຮອງຮັບແຂກໄດ້ 300 ຄົນ ລູກຄ້າສາມາດຈັດງານແຕ່ງງານ ງານລ້ຽງ ງານສັງສັນ ແລະ ເຝິກອົບຮົມເປັນຕົ້ນ ພ້ອມນັ້ນ ຍັງສ້າງສວນພະຍານາກ ພ້ອມຫໍໄຫວ້ບູຊາ ປູກດອກໄມ້ຫຼາຍສີສັນອ້ອມສວນເພື່ອໃຫ້ມີຄວາມໂດດເດັ່ນ ແລະ ດຶງດູດແຂກທີ່ມາທ່ຽວຊົມ ໃນບໍລິເວນນີ້ ສາມາດເປັນບ່ອນນັ່ງສະມາທິປະຕິບັດທໍາຮອງຮັບໄດ້ 10.000 ຄົນ ສວນຢາພື້ນເມືອງ ໄດ້ປູກພືດທີ່ສາມາດປິ່ນປົວຫຼາຍພະຍາດ ພົ້ນເດັ່ນແມ່ນລາຊາບີ ຜັກຄາວທອງ ແລະ ກະຊາຍຂາວ ພ້ອມນັ້ນ ຍັງມີຕໍາລາຢາພື້ນເມືອງເພື່ອສົ່ງເສີມຢາພື້ນເມືອງລາວໃຫ້ມີຄວາມຍືນຍົງ ນອກນັ້ນ ໄດ້ພັດທະນາຣີສອດໃຫ້ມີຄວາມສົມບູນແບບ ຮັບຮອງແຂກໃຫ້ຫຼາຍຂຶ້ນ ແລະ ພັດທະນາຫໍວາງສະແດງຊົນເຜົ່າຕ່າງໆ ໂດຍສະເພາະເຜົ່າມົ້ງ ກືມມູ ບຣູ ເຜົາລາວ ແລະ ອື່ນໆ ອັນໄດ້ເຮັດໃຫ້ສະຖານທີ່ທ່ອງທ່ຽວແຫ່ງນີ້ມີອັນໃໝ່ເກີດຂຶ້ນ ແລະ ໜ້າທ່ຽວຊົມ ເປັນຕົ້ນ ມາພັກຜ່ອນຢ່ອນອາລົມ ທ່ຽວຊົມທຳມະຊາດ ແລະ ຮັບປະທານອາຫານລາວ ອາຫານຕ່າງປະເທດ ໂດຍໄດ້ເປີດບໍລິການທຸກວັນ ນັບແຕ່ວັນທີ 8 ມີນາ 2022 ເປັນຕົ້ນໄປ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!