ທ່ານ ອິນທະປັນຍາ ຂຽວວົງພະຈັນ ຖືກແຕ່ງຕັ້ງເປັນຮອງຫົວໜ້າຫ້ອງວ່າການປະທານປະເທດ

    ພິທີປະກາດການຈັດຕັ້ງພາຍໃນຫ້ອງວ່າການສຳນັກງານປະທານປະເທດ ຈັດຂຶ້ນວັນທີ 9 ມີນາ 2022 ທີ່ຫ້ອງວ່າການປະທານປະເທດ ເປັນກຽດເຂົ້າຮ່ວມຂອງທ່ານນາງ ປານີ ຢ່າທໍຕູ້ ຮອງປະທານປະເທດ ພ້ອມດ້ວຍລັດຖະມົນຕີ ຮອງລັດຖະມົນຕີ ຫົວໜ້າ ຮອງຫົວໜ້າກົມ ພະແນກ ແລະ ຂະແໜງການກ່ຽວຂ້ອງ.

    ໃນພິທີ ທານ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຫ້ອງວ່າການສູນກາງພັກ ໄດ້ຜ່ານຄຳສັ່ງວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ໂດຍເລຂາທິການສູນກາງພັກໄດ້ອອກຄຳສັ່ງຍົກຍ້າຍທ່ານ ອິນທະປັນຍາ ຂຽວວົງພະຈັນ ກຳມະການຄະນະພັກ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສຳນັກງານປະທານປະເທດ ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງກຳມະການຄະນະພັກຫ້ອງວ່າການສຳນັກງານປະທານປະເທດ ແລະ ດຳລັດວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໂດຍເຫັນດີແຕ່ງຕັ້ງທ່ານ ອິນທະປັນຍາ ຂຽວວົງພະຈັນ ເປັນກຳມະການຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະທານ.

    ໂອກາດນີ້ ທ່ານຮອງປະທານປະເທດໄດ້ເປັນກຽດໂອ້ລົມຕໍ່ພິທີຄັ້ງນີ້ ເຊິ່ງທ່ານໄດ້ເນັ້ນຫຼາຍບັນຫາສຳຄັນເຊັ່ນ ສືບຕໍ່ຄົ້ນຄວ້າ ແລະ ປັບປຸງນິຕິກຳກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຫ້ອງວ່າການປະທານປະເທດໃຫ້ມີຄວາມຈະແຈ້ງທາງດ້ານທີ່ຕັ້ງ ແລະ ພາລະບົດບາດ ຍົກສູງພາລະບົດບາດການເປັນເສນາທິການ ໃນການຄົ້ນຄວ້າສັງລວມເອກະສານທີ່ສຳຄັນຂອງຊາດເຊັ່ນ ຄົ້ນຄວ້າ ແລະ ກວດກາຄວາມຖືກຕ້ອງ ສອດຄ່ອງຂອງບັນດາກົດໝາຍ ລັດຖະບັນຍັດ ການຄົ້ນຄວ້າອະໄພຍະໂທດ ແລະ ຫຼຸດຜ່ອນໂທດໃຫ້ແກ່ນັກໂທດໃນໂອກາດວັນຊາດ ຊຸກຍູ້ ແລະ ຕິດຕາມ ກວດກາວຽກງານເປັນປະຈຳດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ເພີ່ມທະວີການຊີ້ນຳຂອງຄະນະພັກຕໍ່ບັນດາກົມກ່ຽວຂ້ອງ ໃນການປະສານສົມທົບກັບກະຊວງ ແລະ ອົງການຕ່າງໆ ເພື່ອສູ້ຊົນສຳເລັດການອອກແບບ-ສ້ອມແປງອາຄານຫໍຄຳ ເພີ່ມທະວີການຊີ້ນຳຕໍ່ການຫັນເປັນທັນສະໄໝພາຍໃນວຽກງານ ໂດຍເອົາໃຈໃສ່ຍົກລະດັບຄວາມຮູ້ ແລະ ປະກອບວັດຖຸ-ອຸປະກອນ ໃຫ້ບັນດາກົມເປັນລະບົບຄົບຊຸດເທື່ອລະກ້າວ ເພີ່ມທະວີບົດບາດຊີ້ນຳ-ຊຸກຍູ້ ຕິດຕາມກວດກາ ແລະ ປະເມີນຜົນຂອງຄະນະພັກຕໍ່ກັບແຕ່ລະໜ່ວຍພັກໃນການຈັດຕັ້ງປະຕິບັດບັນດາຄາດໝາຍ ທິດທາງແຜນງານ ແລະ ໂຄງການທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມ ແລະ ກົດລະບຽບຂອງພັກໃຫ້ເປັນຮູບປະທໍາ ສຸມໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃນໄລຍະຜ່ານມາ ປັບປຸງກົນໄກການປະສານງານຕ່າງໆໃຫ້ດີຂຶ້ນເປັນກ້າວໆ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!