ຈອກໄມ້ໄຜ່ ສີໄມ້ລາຍມືຂອງຄົນລາວ ກາຍເປັນທີ່ນິຍົມໃຊ້ຂອງຕ່າງປະເທດ

    ທ່ານ ຄໍາເຫຼັກ ປັນຍາແກ້ວ ເຈົ້າຂອງໂຮງງານໄມ້ໄຜ່ລາວ ແຂວງຫຼວງພະບາງ ໃຫ້ສໍາພາດໂອກາດເຂົ້າຮ່ວມງານວາງສະແດງຜະລິດຕະພັນລາວເມື່ອບໍ່ດົນມານີ້ວ່າ: ເມື່ອກ່ອນ ຕົນໄດ້ເຮັດວຽກກ່ຽວກັບການທ່ອງ ທ່ຽວ ໂດຍສະເພາະ ເປັນຄົນນໍາພານັກທ່ອງທ່ຽວປະເທດສະວິດ ທ່ອງທ່ຽວພາຍໃນປະເທດລາວ ພ້ອມນັ້ນ ຕົນກໍໄດ້ຮຽນຈົບຈາກປະເທດສະວິດອີກດ້ວຍ ເຊິ່ງຕະຫຼອດໄລຍະຂອງການເຮັດວຽກເປັນຄົນນໍາທ່ຽວ ເປັນຕົ້ນ ການທ່ອງທ່ຽວຂີ່ເຮືອໃຫຍ່ລ່ອງຕາມລໍາແມ່ນໍ້າຂອງ ເຊິ່ງວັດຖຸທີ່ນໍາໃຊ້ພາຍໃນເຮືອ ເປັນຢາງປລາສຕິກ ເຫັນວ່າບໍ່ເປັນມິດກັບສິ່ງແວດລ້ອມ ພ້ອມນັ້ນ ລຽບຕາມລໍາແມ່ນໍ້າຂອງກໍມີກໍໄມ້ໄຜ່ ຕົນຈຶ່ງເກີດຄວາມຄິດນໍາໄມ້ໄຜ່ມາປະດິດເປັນເຄື່ອງຮັບໃຊ້ເຊັ່ນ: ຈອກສໍາລັບໃສ່ກາເຟ ແລະ ເຄື່ອງດື່ມປະເພດຕ່າງໆ ແຕ່ເນື່ອງຈາກວ່າຢູ່ບ້ານເຮົາມີໄມ້ໄຜ່ຫຼາຍກວ່າ 44 ຊະນິດ ດັ່ງນັ້ນ ຕົນຈຶ່ງໄດ້ຄັດເລືອກເອົາໄມ້ຊ່າງໄພມາຜະລິດເປັນຈອກ ເພາະໄມ້ດັ່ງກ່າວມີຂໍ້ທີ່ຍາວ ແລະ ມີຄວາມແຂງແກ່ນ ໂດຍທົ່ວໄປ ການປະດິດຈອກໜ່ວຍໜຶ່ງ ນອກຈາກນໍາໃຊ້ໄມ້ຊ່າງໄພແລ້ວ ຍັງໄດ້ນໍາເຂົ້າປະເພດເລສເພື່ອມາເຄືອບປະສົມປະສານໃຫ້ຈອກໄມ້ໄຜ່ມີຄວາມສວຍງາມ ຮັບປະກັນການຮົ່ວໄຫຼ ແລະ ປອດໄພຕໍ່ສຸຂະພາບ ພິເສດ ໃຫ້ສາມາດຮັກສາຄວາມອຸ່ນຂອງນໍ້າໄດ້ ພ້ອມສາມາດກັ່ນຕອງໄດ້ ແລະ ໃຫ້ກາຍເປັນທີ່ຍອມຮັບຂອງສາກົນ. 

    ການປະດິດຈອກໄມ້ໄຜ່ຂອງຕົນ ໄດ້ດໍາເນີນມາແຕ່ປີ 2019 ເປັນຕົ້ນມາ ໃນເວລານັ້ນ ໄດ້ຜະລິດເປັນຈໍານວນຫຼາຍ ແລ້ວຈັດສົ່ງຈໍາໜ່າຍທີ່ຕ່າງປະເທດ ຈາກນັ້ນ ໃນປີ 2020 ໄດ້ຮັບຜົນກະທົບຈາກໂຄວິດ ກໍໄດ້ຢຸດການຜະລິດຊົ່ວຄາວ ແລະ ໄດ້ມາເລີ່ມຕົ້ນໃໝ່ຜະລິດອີກຄັ້ງໃນປີ 2021 ຈາກນັ້ນກໍໄດ້ມີການພັດທະນາຮູບແບບໄປຕາມຍຸກສະໄໝ ໃນຈອກຈະມີໂລໂກຂອງໂຮງງານຕິດຢູ່ດ້ານນອກ ພ້ອມນັ້ນ ຍັງຮັບຕາມຜະລິດຕາມຮູບແບບການສັ່ງຈອງຂອງລູກຄ້າ ແລະ ໄມ້ໄຜ່ທີ່ນໍາມາປະດິດເປັນຈອກ ຕ້ອງເປັນໄມ້ໄຜ່ທີ່ມີອາຍຸ 2 ປີ ເຊິ່ງໄດ້ຮັບຊື້ຈາກພໍ່ແມ່ປະຊາຊົນເຂດໃກ້ຄຽງ ໃນນີ້ ຈະໃຫ້ປະຊາຊົນຕັດເປັນຂໍ້ມາໃຫ້ ແລ້ວນໍາເຂົ້າສູ່ເຄື່ອງຈັກເພື່ອຂັດໃຫ້ໄມ້ໄຜ່ມີຄວາມສວຍງາມ ແລະ ໄດ້ຈອກຕາມຮູບແບບທີ່ຕ້ອງການ ເຊິ່ງປະກອບມີຫຼາຍຮູບແບບທີ່ແຕກຕ່າງກັນ ເປັນຕົ້ນ ຈອກນໍ້າທົ່ວໄປ ຈອກໃສ່ຄອກເທວ ຈອກນໍ້າຊາ ແລະ ຕຸກນໍ້າທົ່ວໄປ ມີຂະໜາດບັນຈຸ 280-500 ມິນລີລິດ ມີລາຄາຈໍາໜ່າຍອັນລະ 100.000-1.000.000 ກີບ ຕະຫຼາດສ່ວນໃຫຍ່ແມ່ນຈັດສົ່ງໄປປະເທດສະວິດ ເຢຍລະມັນ ນອກນັ້ນ ຍັງໄດ້ມີການອອກຈັດບູດວາງສະແດງ ຈຶ່ງມີສະຖານທູດ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ໃຫ້ການສະໜັບສະໜູນຕື່ມອີກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!