ແມ່ຍິງເມືອງຫົງສາ ສ້າງຜົນງານເດັ່ນຫຼາຍດ້ານ

    ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 112 ປີ  ( 08/03/1910 – 08/03/2022 ) ໃນວັນທີ 8 ມີນາ 2022 ເມືອງຫົງສາ ແຂວງໄຊຍະບູລີ ຈັດປາຖະກະຖາວັນແມ່ຍິງສາກົນ ທີ່ສະໂມສອນເມືອງ ໃຫ້ກຽດປາຖະກະຖາໂດຍທ່ານ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ພັກ-ພະນັກງານເມືອງຫົງສາ ມີຄະນະປະຈຳພັກເມືອງ ຄະນະພັກເມືອງ ພະນັກງານອາວຸໂສບຳນານ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ນາງ ດາວວິນ ລາດຊະກິດ ໄດ້ເລົ່າຄືນມູນເຊື້ອວັນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນໂດຍຫຍໍ້ ຍົກໃຫ້ເຫັນວັນທີ 8 ມີນາ ແມ່ນເຫດການການເມືອງທີ່ສຳຄັນ ເປັນຂີດໝາຍແຫ່ງໄຊຊະນະອັນເປັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດ-ຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ພ້ອມຍົກໃຫ້ເຫັນບັນດາອົງການຈັດຕັ້ງສາກົນ ສົນທິສັນຍາ ແລະ ຖະແຫຼງການຕ່າງໆກ່ຽວກັບແມ່ຍິງຢູ່ໃນໂລກ ແລະ ລະດັບອາຊຽນ ນະໂຍບາຍ ແລະ ບັນດາກົນໄກ ເພື່ອຄວາມກ້າວໜ້າຂອງແມ່ຍິງຢູ່ໃນ ສປປ ລາວ ວຽກງານພົວພັນຮ່ວມມືກັບຕ່າງປະເທດຂອງສະຫະພັນແມ່ຍິງລາວ ອີກທັງຍົກໃຫ້ເຫັນຜົນງານຂອງສະຫະພັນແມ່ຍິງເມືອງ ແລະ ຜົນງານການເຄື່ອນໄຫວຂອງຄອບຄົວການນຳເມືອງ ເຊິ່ງໄລຍະ 1 ປີຜ່ານມາ ສະຫະພັນແມ່ຍິງເມືອງໄດ້ປັບປຸງການຈັດຕັ້ງ ຈາກ 5 ໜ່ວຍງານມາເປັນ 3 ໜ່ວຍງານ ປັບປຸງ ແລະ ແຕ່ງຕັ້ງຄະນະໜ່ວຍສະຫະພັນແມ່ຍິງໄດ້ 13 ໜ່ວຍ ຂະຫຍາຍການຈັດຕັ້ງສະຫະພັນແມ່ຍິງ 1 ໜ່ວຍ ແລະ ຂະຫຍາຍສະມາຊິກສະຫະພັນແມ່ຍິງໄດ້ 148 ສະຫາຍ ໄດ້ຮັບນາມມະຍົດ ທຸງໄຊ 3 ດີ ໄດ້ຮັບນາມມະຍົດ ເມືອງ 3 ດີ ສະມາຊິກແມ່ຍິງໄດ້ຮັບໃບຍ້ອງຍໍຂັ້ນສູນກາງ ຂອງສະຫະພັນແມ່ຍິງລາວ ຈຳນວນ 770 ໃບ ແລະ ໃບຊົມເຊີຍ ຈຳນວນ 201 ໃບ ຮັບໃບຍ້ອງຍໍຂັ້ນແຂວງ ຈຳນວນ 585 ໃບ ພ້ອມນີ້ ຄອບຄົວການນຳເມືອງ ຍັງໄດ້ສ້າງຕັ້ງກອງທຶນເພື່ອຊ່ວຍເຫຼື່ອສັງຄົມຂຶ້ນ ໂດຍມີທ່ານນາງ ກິ່ງຄຳ ບຸດສະຫຼາດເປັນປະທານ ປັດຈຸບັນມີເງິນກອງທຶນທັງໝົດ 6.502.000 ກີບ.

    ຄຽງຄູ່ໂອກາດອັນມີຄວາມໝາຍຄວາມສຳຄັນດັ່ງກ່າວ ສະຫະພັນແມ່ຍິງເມືອງຫົງສາຍັງຈັດກິດຈະ ກຳການແຂ່ງຂັນກີລາມິດຕະພາບ ບານເຕະຍິງ ຂຶ້ນຢູ່ທີ່ເດີ່ນກີລາເມືອງ ເພື່ອສ້າງຂະບວນການຄຳນັບຊົມເຊີຍຮ່ວມສະເຫຼີມສະຫຼອງວັນດັ່ງກ່າວດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.

# ຂ່າວ & ພາບ : ບຸນມີ

error: Content is protected !!