ໃນເດືອນເມສາທີ່ຜ່ານມາ ສະພາບການເກີດອຸບັດເຫດທາງຖະໜົນໃນທົ່ວປະເທດແມ່ນຫຼຸດລົງຢ່າງເຫັນໄດ້ຊັດ ສ່ວນໜຶ່ງແມ່ນມາຈາກທຸກໆພາກສ່ວນໃນຂອບເຂດທົ່ວປະເທດ ໄດ້ປະຕິບັດຕາມຄຳສັ່ງເລກທີ 06/ນຍ ກ່ຽວກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດເຊື້ອພະຍາດໂຄວິດ-19 ໂດຍການກັກໂຕເອງ ແລະ ຄອບຄົວຢູ່ພາຍໃນເຮືອນເປັນເວລາໜຶ່ງເດືອນ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ເມສາ-3 ພຶດສະພາ 2020 ແຕ່ຄຽງຄູ່ກັນນີ້ ກໍຍັງມີປະຊາຊົນສ່ວນໜຶ່ງ ທີ່ຍັງຖືເບົາ ລະເຫຼີງ ບໍ່ສົນໃຈຕໍ່ຄຳສັ່ງຄຳແນະນຳດັ່ງກ່າວນີ້ ໂດຍຝ່າຝືນຕໍ່ຄຳສັ່ງ ຂັບຂີ່ລົດອອກຈາກບ້ານໂດຍບໍ່ມີເຫດອັນຈຳເປັນ ສຸດທ້າຍກໍ່ເກີດມີອຸບັດຕິເຫດຕາມມາ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດເປັນຈຳນວນຫຼວງຫຼາຍ.
ອີງຕາມຂໍ້ມູນຂອງກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຊາບວ່າ: ໃນເດືອນເມສາ 2020 ຜ່ານມາ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 435 ລາຍ ມີຄົນເສຍຊີວິດຈຳນວນ 71 ຄົນ ນະຄອນຫຼວງວຽງຈັນຍັງຄອງອັບດັບການເກີດອຸບັດຕິເຫດ ແລະ ຄົນເສຍຊີວິດຫຼາຍກວ່າແຂວງອື່ນໆ.
ການເກີດອຸບັດເຫດແຕ່ລະຄັ້ງ ເຮັດໃຫ້ມີພາຫະນະເປ່ເພທັງໝົດ 719 ຄັນ ໃນນີ້ ເປ່ເພເລັກໜ້ອຍ 320 ຄັນ ສົມຄວນ 376 ຄັນ ໃຊ້ການບໍ່ໄດ້ 23 ຄັນ ມີຄົນໄດ້ຮັບບາດເຈັບທັງໝົດ 557 ຄົນ ໃນນີ້ ບາດເຈັບເລັກໜ້ອຍ 243 ຄົນ ສົມຄວນ 227 ຄົນ ສາຫັດ 87 ຄົນ ແລະ ເສຍຊີວິດ 71 ຄົນ ຍິງ 8 ຄົນ.
ໂດຍອີງຕາມສະຖິຕິການເກີດອຸບັດເຫດ ນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນ 64 ຄັ້ງ ເສຍຊີວິດ 11 ຄົນ ຜົ້ງສາລີ 5 ຄັ້ງ ເສຍຊີວິດ 0 ຄົນ ອຸດົມໄຊ 19 ຄັ້ງ ເສຍຊີວິດ 6 ຄົນ ຫຼວງນ້ຳທາ 13 ຄັ້ງ ເສຍຊີວິດ 1 ຄົນ ບໍ່ແກ້ວ 6 ຄັ້ງ ເສຍຊີວິດ 3 ຄົນ ໄຊຍະບູລີ 23 ຄັ້ງ ເສຍຊີວິດ 4 ຄົນ ຫຼວງພະບາງ 26 ຄັ້ງ ເສຍຊີວິດ 2 ຄົນ ຫົວພັນ 9 ຄັ້ງ ເສຍຊີວິດ 0 ຄົນ ຊຽງຂວາງ 5 ຄັ້ງ ເສຍຊີວິດ 1 ຄົນ ໄຊສົມບູນ 6 ຄັ້ງ ເສຍຊີວິດ 0 ຄົນ ວຽງຈັນ 46 ຄັ້ງ ເສຍຊີວິດ 5 ຄົນ ບໍລິຄຳໄຊ 17 ຄັ້ງ ເສຍຊີວິດ 5 ຄົນ ຄຳມ່ວນ 5 ຄັ້ງ ເສຍຊີວິດ 2 ຄົນ ສະຫວັນນະເຂດ 57 ຄັ້ງ ເສຍຊີວິດ 8 ຄົນ ສາລະວັນ 46 ຄັ້ງ ເສຍຊີວິດ 3 ຄົນ ຈຳປາສັກ 60 ຄັ້ງ ເສຍຊີວິດ 10 ຄົນ ເຊກອງ 11 ຄັ້ງ ເສຍຊີວິດ 4 ຄົນ ແລະ ແຂວງອັດຕະປື 17 ຄັ້ງ ເສຍຊີວິດ 6 ຄົນ ລວມຜູ້ເສຍຊີວິດທົ່ວປະເທດທັງໝົດ 71 ລາຍ.
ສາເຫດຕົ້ນຕໍຂອງການເກີດອຸບັດເຫດ ແມ່ນເມົາແລ້ວຂັບຂັບ ຂີ່ໄວເກີນກຳນົດ ບໍ່ເຄົາລົບກົດລະບຽບຈະລາຈອນ ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນທາງຮ່ວມກັນ ແຊ້ງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ ສະນັ້ນ ເພື່ອຫຼຸດຜ່ອນການເກີດອຸບັດເຫດ ມັນຈຶ່ງໄດ້ຮຽກຮ້ອງໃຫ້ທຸກຄົນຮ່ວມໃຈກັນ ປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ສິ່ງສຳຄັນຄືບໍ່ປະໝາດ ເມົາແລ້ວຫ້າມຂັບ ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ.