ອະນຸຍາດໃຫ້ 3 ບໍລິສັດ ສຳຫຼວດ-ອອກແບບໂຄງການພັດທະນາຕົວເມືອງໃໝ່

    ພິທີເຊັນສັນຍາ ລະຫວ່າງຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງຕົວເມືອງໃໝ່ ນະຄອນຫຼວງວຽງຈັນ (ນວ) ກັບບໍລິສັດ ພິມທອງ ກໍ່ສ້າງຂົວທາງ ເຄຫາ ແລະ ຊົນລະປະທານ ຈຳກັດຜູ້ດຽວ ບໍລິສັດ ປັນຍາທິລາດ ກໍ່ສ້າງ ຂົວທາງ ເຄຫາ ແລະ ຊົນລະປະທານ ຈຳກັດຜູ້ດຽວ ແລະ ບໍລິສັດດວງປະເສີດ ກໍ່ສ້າງຂົວທາງ ເຄຫາ ແລະ ຊົນລະປະທານ ຈຳກັດຜູ້ດຽວ ໃນໂຄງການຈຸດສຸມເມືອງໃໝ່ຄື:ໂຄງການສຳຫຼວດ-ອອກແບບ ແຜນຜັງເມືອງໃໝ່ (ນາໂງມ-ນາຕານ) ໂຄງການສຳຫຼວດ-ອອກແບບສຳນັກງານປົກຄອງເມືອງໃໝ່ ໂຄງການສຳຫຼວດ-ອອກແບບເສັ້ນທາງເຂົ້າ-ອອກຫ້ອງການປົກຄອງເມືອງໃໝ່ ແລະ ໂຄງການບຸກເບີກພື້ນທີ່ປົກຄອງເມືອງ ຈັດຂຶ້ນວັນທີ 9 ມີນາ 2022 ຢູ່ຫ້ອງວ່າການປົກຄອງ ນວ ຮ່ວມລົງນາມໂດຍທ່ານ ນາງດຳດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ທ່ານ ສົມພັນ ປັນຍາທິລາດ ປະທານບໍລິສັດພິມທອງ ກໍ່ສ້າງຂົວທາງ ເຄຫາ ແລະ ຊົນລະປະທານ ຈຳກັດຜູ້ດຽວ ທ່ານ ບຸນເລີດ ດວງປະເສີດ ປະທານບໍລິສັດ ດວງປະເສີດ ກໍ່ສ້າງຂົວທາງ ເຄຫາ ແລະ ຊົນລະປະທານ ຈຳກັດຜູ້ດຽວ ແລະ ທ່ານ ບຸນປອນ ຖານະວົງ ປະທານບໍລິສັດປັນຍາທິລາດກໍ່ສ້າງ ຂົວທາງ ເຄຫາ ແລະ ຊົນລະປະທານ ຈຳກັດຜູ້ດຽວ ມີທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າກອງບັນຊາການທະຫານ ນວ ຫົວໜ້າຄະນະຊີ້ນຳລວມຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່  ພ້ອມດ້ວຍຄະນະຊີ້ນຳໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການເຊັນສັນຍາຄັ້ງນີ້ ໄດ້ປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍອະນຸມັດໃຫ້ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ເຊັນສັນຍາກັບ 3 ບໍລິສັດດັ່ງກ່າວ ເຊິ່ງເຈົ້າຄອງນະຄອນຫຼວງວຽງຈັນ ເຫັນດີຕົກລົງຮັບຮອງເອົາ ບໍລິສັດ ພິມທອງ ກໍ່ສ້າງຂົວທາງ ເຄຫາ ແລະ ຊົນລະປະທານ ຈຳກັດຜູ້ດຽວ ທີ່ຊະນະນະການປະມູນ 2 ໂຄງການຄື: ໂຄງການສຳຫຼວດ-ອອກແບບ ສ້າງສຳນັກງານປົກຄອງເມືອງລ້ານຊ້າງ ມູນຄ່າ 847 ລ້ານກີບ ແລະ ໂຄງການສຳຫຼວດ-ອອກແບບເສັ້ນທາງເຂົ້າ-ອອກ ສຳນັກງານປົກຄອງເມືອງລ້ານຊ້າງ ມູນຄ່າ 462 ລ້ານກີບ ເປັນຜູ້ດຳເນີນການຈັດຕັ້ງປະຕິບັດໂຄງການ ບໍລິສັດ ດວງປະເສີດ  ຊະນະການປະມູນໂຄງການສຳຫຼວດ-ອອກແບບແຜນຜັງເມືອງໃໝ່ ຂອງຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ໃນມູນຄ່າ 472 ລ້ານກີບ ແລະ ບໍລິສັດປັນຍາທິລາດ ຊະນະການປະມູນໂຄງການ ບຸກເບີກພື້ນທີ່ສຳນັກງານປົກຄອງເມືອງໃໝ່ຢູ່ບ້ານ ນາໂງມເກົ່າ ກຸ່ມບ້ານຊ້າງ ເມືອງໄຊທານີ ນວ ມູມຄ່າ 826 ລ້ານກີບ ເປັນຜູ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍມອບໃຫ້ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ປະສານສົມທົບກັບບໍລິສັດດັ່ງກ່າວ ຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ ທັງຮັບປະກັນໃຫ້ຄຸນນະພາບ ແລະ ຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

# ຂ່າວ & ພາບ : ລັດເວລາ

error: Content is protected !!